ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ VII ຂອງພັກ (12-14/3/2001)
ດາວໂຫຼດເອກະສານ
ຈຳນວນຜູ້ອ່ານ: 220
ອະນຸມັດວັນທີ: 22/02/2018

- ດຳ​ເນີນ​ແຕ່ວັນ​ທີ 12-14 ​ ມີນາ 2001, ທີ່​ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ ​ຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.
- ເຂົ້າຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ​ຜູ້​ແທນ 452 ສະຫາຍ ທີ່​ມາ​ຈາກ​ບັນດາ​ຂະ​ແໜງ​ການ​ອ້ອມ​ຂ້າງ​ສູນ​ກາງ, ທ້ອງ​ຖິ່ນ​ແລະ​ຮາກ​ຖານ​ຕ່າງໆ ​ໃນ​ທົ່ວ​ປະ​ເທດ ​ເຊິ່ງ​ເປັນ​ ຕົວ​ແທນ​ໃຫ້​ສະມາຊິກ​ພັກ​ທັງ​ໝົດ ຈຳນວນ 100.000 ​ກວ່າ​ສະຫາຍ.
- ​ເລືອກ​ຕັ້ງ​ເອົາ​ຄະນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ 53 ສະຫາຍ, ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ​ເລືອກ​ເອົາກົມການ​ເມືອງ 11 ສະຫາຍ ​ແລະ ​ເລືອກ​ເອົາ ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ​ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ເປັນ​ສະ​ໄໝ​ທີ 2.

  * ​ເນື້ອ​ໃນ​ຕົ້ນຕໍ​ໂດຍຫຍໍ້​ຂອງ​ມະຕິ: 
1)- ຖອດ​ຖອນ​ໄດ້ບົດຮຽນ​ 5 ປະການ ຄື: 
+ ຢຶດໝັ້ນ​ໃນລັດທິ​ມາກ-​ເລ​ນິນ ​ແລະ​ຈຸດໝາຍ​ສັງຄົມ​ນິຍົມ.
+ ເອົາ​ໃຈ​ໃສ່ປັບປຸງ​ກໍ່ສ້າງພັກ​ໃຫ້​ເຂັ້ມ​ແຂງ, ປະຕິບັດ​ຫລັກການ​ລວມສູນ​ປະຊາທິປະ​ໄຕຢ່າງ​ເຂັ້ມງວດ.   
+ ເອົາ​ໃຈ​ໃສ່​ສ້າງ​ກຳລັງ​ທີ່​ຈົງ​ຮັກ​ພັກດີ, ​ໂດຍ​ສະ​ເພາະ ແມ່ນ​ຜູ້​ເປັນ​ຫລັກ​ແຫ​ລ່ງນຳພາ​ແຕ່ລະ​ຂັ້ນ.
+ ຢຶດໝັ້ນ​ໃນທັດສະນະ​ມະຫາຊົນ, ຖື​ປະຊາຊົນ​​ເປັນ​ກົກ. 
+ ​ສ້າງ​ສະພາບ​ແວດ​ລ້ອມ​ພາຍ​ໃນ ​ແລະ​ ພາຍ​ນອກ​ອັນ​ອຳນວຍ.
2)- ກ່ຽວ​ກັບ​ທິດ​ທາງ ໜ້າ​ທີ່​ຈຸດ​ສຸມ: 
* ຄາດໝາຍ​ສູ້​ຊົນ ​ແຕ່​ນີ້ຮອດ​ປີ 2020: 
- ເຮັດ​ໃຫ້​ປະ​ເທດ​ຊາດ​ຫລຸດ​ພົ້ນຈາກ​ຄວາມ​ດ້ອຍ​ພັດທະນາ,​ ເປັນ​ປະ​ເທດ​ທີ່​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ ມີ​ຄວາມ​ສະຫງົບ​-ປອ​ດ​ໄພ​ທາງ​ສັງຄົມ ​ຢ່າງໜັກ​ແໜ້ນ; ​ເສດ​ຖະກິດ​ຂະຫຍາ​ຍ ຕົວ​ຕໍ່​ເນື່ອງ ​ແລະ ​ໝັ້ນທ່ຽງ ​ດ້ວຍ​ຈັງຫວະ​ໄວພໍ​ສົມຄວນ; ປະຊາຊົນ​ມີ​ຊີວິດ​ການ​ເປັນ​ຢູ່​ລື່ນ​ລະດັບ ປະຈຸ​ບັນ 3 ​ເທົ່າ, ​ເສດຖະກິດ​ແຫ່ງ​ຊາດ ​ມີ​ພື້ນຖານ​ອັນ​ໝັ້ນຄົງ​ດ້ວຍ​ໂຄງ​ປະກອບ​ກະສິກໍາ-ປ່າ​ໄມ້ຕິດ​ແໜ້ນ​ກັບ​ ອຸດສາຫະກຳ ​ແລະ​ ບໍລິການ​ທີ່​ມີ​ຄວາມ​ສົມສ່ວນ ​ແລະ ​ຕັ້ງໜ້າ; ​ເສດຖະກິດ​ຕະຫລາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ​ໄດ້​ເປັນ​ລະບົບ ​ແລະ​ ມີ​ປັດ​​ໄຈ​ພື້ນຖານ​ແຫ່ງ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ທັນ​ສະ​ໄໝ, ບັນດາ​ພາກສ່ວນ ​ເສດຖະກິດລ້ວນ ​ແຕ່​ຂະຫຍາຍຕົວ​ຢ່າງ​ກົມກຽວ ແລະ ​ເປັນ​ອົງ​ປະກອບ​ກໍາລັງ​ແຮງ​ຂອງ​ເສດຖະກິດ​ແຫ່ງ​ຊາດ, ​ໃນ​ນັ້ນ ພາກສ່ວນ​ເສດຖະກິດ​ຂອງ​ລັດ ​ແລະ ​ພາກສ່ວນ​ເສດຖະກິດ​ຮ່ວມ​ມື​ຂອງ​ປະຊາຊົນ​ກວມ​ສ່ວນຫລາຍ​ໃນ​ເສດຖະກິດ​​ແຫ່ງ​ ຊາດ. ລະບົບ​ການ​ເມືອງທີ່​ມີ​ພັກ​ປະຊາຊົນ ​ປະຕິວັດ​ລາວ​ເປັນ​ ແກນ​ນຳ​ມີ​ຄວາມ​ໜັກ​ແໜ້ນ, ລັກສະນະ​ລັດ​ຂອງ​ປະຊາບ​ຊົນ ​ໂດຍ​ປະຊາຊົນ ​ແລະ​ ເພື່ອ​ປະຊາຊົນ ສະ​ແດງ​ອອກ​ຈະ​ແຈ້ງ, ສິດທິ​ຂອງ​ພົນລະ​ເມືອງ​ມີ​ການ​ຮັບປະກັນ​ ດ້ວຍ​ການ​ຄຸ້ມ​ຄອງ​ຕາມ​ກົດໝາຍ​ທີ່ສັກສິດ, ປະຊາຊົນ​ບັນດາ​ເຜົ່າ​ມີ​ຄວາມ​ສາມັກ​ຄີ​ເປັນ​ປຶກແຜ່ນ, ມີ​ລະດັບ​ການ​ສຶກສາ​ທົ່ວ​ໄປຈົບ​ມັດທະຍົມ​ຕອນ​ຕົ້ນ, ​ໄດ້​ຮັບ​ການ​ບໍລິການ​ດ້ານ​ສາທາລະນະ​ສຸກ​ຢ່າງ​ທົ່ວ​ເຖິງ ​ແລະ ​ມີ​ເງື່ອນ​ໄຂ​ພັດທະນາ​ຕົນ​ເອງ​ດີ​ຂຶ້ນ; ວັ​ດທະນະ​ທຳ​ອັນ​ດີງາມ ​ຂອງ​ຊາດ​ໄດ້​ຮັບ​ການ​ປົກ​ປັກ​ຮັກສາ ​ແລະ ​ພັດທະນາ​ໃຫ້​ອຸດົມ​ຮັ່ງມີ​ຕື່ມ​ອີກ. ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ມີ​ການ​ພົວພັນ​ຮ່ວມ​ມື​ກວ້າງຂວາງ​ກັບ​ນາໆ​ຊາດ ​ເພື່ອ​ຜົນ​ປະໂຫຍດອັນ​ຊອບ​ທໍາຂອງ​ຊາດ​ ແລະ​ ສາມາດ​ເຂົ້າຮ່ວມ​ໃນ​ການ​ເຄື່ອນ​ໄຫວ​ສາກົນ​ໄດ້​ຢ່າງ​ເປັນ​ເຈົ້າການ.
* ຄາດໝາຍ​ສູ້​ຊົນສຳລັບ​ໄລຍະ 5 ປີ ຕໍ່ໜ້າ (2001-2005): 
- ຮັບປະກັນ​ໃຫ້​ປະ​ເທດ​ບຊາດສືບຕໍ່​ມີ​ຄວາມ​ສະຫງົບ​ທາງ​ສັງຄົມ ​ແລະ​ ມີ​ສະຖຽນ​ລະ​ພາບ​ທາງ ດ້ານ​ການ​ເມືອງອັນ​ໜັກ​ແໜ້ນ.
- ​ຮັບປະກັນ​ໃຫ້​ເສດຖະກິດຂະຫຍາຍຕົວ​ຕໍ່​ເນື່ອງ ​ໃນ​ລະດັບ​ສະ​ເລ່ຍບໍ່​ຫລຸດ 7% ຕໍ່​ປີ ທັງ​ມີ​ຄວາມ​ໝັ້ນ ທ່ຽງ ​ແລະ ​ຖືກ​ທິດ.
-ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນໃຫ້​ໄດ້​ກວ່າ​ເຄິ່ງໜຶ່ງ​ຂອງ​ຈຳນວນຄອບຄົວທີ່​ທຸກ​ຍາກ​​ໃນ​ປະຈຸ​ບັນ.
- ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າ​ໃຫ້​ໄດ້​ໂດຍ​ພື້ນຖານ ​ແລະ ​ຢຸດຕິ​ການ​ປູກ​ຝິ່ນ​​ໃຫ້​ໄດ້​ຢ່າງ​ສິ້ນ​ເຊີງ.
- ສ້າງ​ກິດຈະກຳ ອັນ​ເປັນ​ພື້ນຖານ​ໃຫ້​ໄດ້​ຈຳນວນ​ໜຶ່ງ​ ເພື່ອ​ການ​ກ້າວ​ເຂົ້າສູ່​ການ ຫັນ​ເປັນ​ອຸດສາຫະກຳ ​ແລະ​ ທັນ​ສະ​ໄໝ​ໃນ​ຂັ້ນຕໍ່​ໄປ.
- ສ້າງ​ພົນລະ​ເມືອງລາວ ​ໃຫ້​ເປັນ​ຜູ້​ມີ​ຄຸນສົມບັດ ສິນ​ທຳ, ຮູ້ຈັກ​ກົດໝາຍ ​ແລະ​ເຄົາລົບ​ກົດໝາຍ, ມີ​ສຸຂະພາບ​ແຂງ​ແຮງ, ມີ​ຄວາມ​ທົນ​ທານ​ຕໍ່ໜ້າ​ທີ່​ວຽກ​ງານ.
- ສ້າງ​ບຸກຄະລາ​ກອນ​ໃຫ້​ພຽງພໍ​ກັບ​ຄວາມ​ຕ້ອງການ​ຂອງ​ການ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ.
- ກ່ຽວ​ກັບ​ດ້ານ​ການ​ເມືອງ​ແມ່ນ​ຕ້ອງ​ຮັກສາ ແລະ ​ເຊີດ​ຊູ​ບົດບາດ​ການ​ນໍາຂອງ​ພັກ​ໃຫ້​ສູງ​ຂຶ້ນ, ສ້າງ​​ໃຫ້ລັດ​ມີ​ຄວາມ​ສັກສິດໃນ​ການ​ບໍລິຫານ ​ແລະ ​ຫລຸດຜ່ອນ​ ປະກົດ​ການ​ຫຍໍ້ທໍ້​ຕ່າງໆ​ລົງ​ໃຫ້​ໄດ້.
- ກ່ຽວ​ກັບ​ຂົງ​ເຂດ​ການຕ່າງປະ​ເທດ, ​ມີ​ການ​ພົວພັນ​ມິດຕະພາບ ກັບ​ນາໆ​ຊາດ ​ແລະ​ ມີ​ການ​ຮ່ວມ​ມື​ກັບ​ເພື່ອນ​ມິດ​ໃນ​ໂລກ​ ຢ່າງ​ກວ້າງຂວາງ.

* ຄາດໝາຍ​ສູ້​ຊົນສຳລ​ັບ ​ໄລຍະ ປີ 2006-2010 :
- ​ເສດຖະກິດ​ຂະຫຍາຍຕົວ​ຕໍ່​ເນື່ອງ ​ໂດຍ​ສະ​ເລ່ຍບໍ່​​ໃຫ້ຫລຸດ 7% ຕໍ່​ປີ;
- ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ປູກ​ເຂົ້າຢ່າງ​ສິ້ນ​ເຊີງ, ຄອບຄົວ​ທີ່ທຸກ​ຍາກ​ໃຫ້​ໄດ້​ຮັບ​ການ​ແກ້​ໄຂ;
-​ ມີ​ພື້ນຖານ​ໂຄງ​ລ່າງ​ເສດຖະກິດ, ວັດທະນະທຳ, ວິທະຍາສາດ-​ເຕັກ​ໂນ​ໂລ​ຢີ ​ແລະ ​ບຸກຄະລາ​ກອນ​​ເພື່ອຮອງ​ຮັບການຫັນ​ເປັນ ອຸດສາຫະກຳ ​ແລະ ທັນ​ສະ​ໄໝ.
* ​ເພື່ອ​ຈັດຕັ້ງປະຕິບັດ​ຄາດໝາຍ​ສູ້​ຊົນ​ທີ່​ວາງ​ອອກ​ນັ້ນ ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ກອງ​ປະຊຸມ​ໄດ້​ວາງ​ທິດ​ທາງໜ້າ​ທີ່​ລວມ ຄື : 
- ເພີ່ມ​ທະວີ​ຄວາມ​ສາມັກຄີ​​ເປັນ​ເອກະ​ພາບພາຍ​ໃນ​ພັກ ​ແລະ ​​ໃນທົ່ວ​ປວງ​ຊົນ​, ​ເສີມ​ຂະຫຍາຍ​ ນ້ຳ​ໃຈ​ຮັກ​ຊາດ, ​ເອກະລາດ ​ເປັນ​ເຈົ້າຕົນ​ເອງ, ສ້າງ​ຄວາມ ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຂຸດ​ຄົ້ນຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ຢູ່​ພາຍ​ໃນ ​ຢ່າງ​ສຸດ​ຂີດ ສົມທົບ​ກັບ​ການ​ຍາດ​ແຍ່ງ​ເອົາ​ການ​ຮ່ວມ​ມື​ຊ່ວຍ​ເຫລືອ​ຈາກ​ພາຍ​ນອກ ​ຢ່າງ​ຕັ້ງໜ້າ ​ເພື່ອ​ປົກ​ປັກ​ຮັກສາ ​ແລະ​ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ​ແລະ​ ສືບຕໍ່​ດຳ​ເນີນ​ການ​ປ່ຽນ​ແປງ​ໃໝ່.
- ທົ່ວ​ພັກ, ທົ່ວ​ປວງ​ຊົນ​ເຮົາ​ຕ້ອງ​ພ້ອມ​ກັນ​ສຸມ​ເຫື່ອ​ແຮງ ​ແລະ​ ສະຕິ​ປັນຍາ​ໃສ່​ການ​ຂະຫຍາ​ຍ​ເສດຖະກິດ ​ໂດຍ​ຖື​ເອົາກນສ້າງສາ​ພັດທະນາ​ເສດຖະກິດ ​ເປັນ​ໜ້າ​ທີ່​ ໃຈກາງຕິດ​ພັນ​ກັບ​ການ​ແກ້​ໄຂ​ບັນຫາ​ສັງຄົມ ​ແລະ ​ການ​ພັດທະນາ ​ຄົນ​ລາວ​ໃຫ້​ມີ​ຄວາມ​ກ້າວໜ້າ​ໄປ​ພ້ອມ​ແຕ່​ຫົວທີ; ມີ​ມາດ​ຕະການ​ອັນ​ຄົບ​ຊຸດ ​ເພື່ອ​ແກ້​ໄຂ​ ຄວາ​ມທຸກ​ຍາກ​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ​ຢ່າງ​ຈະ​ແຈ້ງ.
- ເພີ່ມ​ທະວີ​ບົດບາດ​ການ​ນຳພາ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ ​ໄປ​ຄຽງ​ຄູ່​ກັບ​ການ​ປັບປຸງ​ກົງຈັກ​ລັດ​ໃຫ້​ມີ​ຄວາມ​ສັກສິດ ​ແລະ ​ມີ​ປະສິດທິພາບ. ຊຸກຍູ້​ວຽກ​ງານ ​ແນວ​ໂຮມ ​ແລະ ​ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດຕັ້ງມະຫາຊົນ, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າຂອງ​ປະຊາຊົນ​ຢ່າງ​ຕັ້ງໜ້າ.

ຄັ​ດ​ມາ​ຈາກ : http://kpl.gov.la/Page/Political/party7.aspx