ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ VI ຂອງພັກ (18-20/3/1996)
ດາວໂຫຼດເອກະສານ
ຈຳນວນຜູ້ອ່ານ: 96
ອະນຸມັດວັນທີ: 22/02/2018

- ​​ໄຂ​ຂຶ້ນ​ແຕ່​ວັນ​ທີ 18 ຫາ​ວັນ​ທີ 20 ​ເດືອນ​ ມີນາ ປີ 1996, ທີ່​ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ, ປະທານ ​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ.
- ​ມີ​ຜູ້​ແທນ​ເຂົ້າຮ່ວມ 381 ສະຫາຍ ​​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​​ແກ່​ສະມາຊິກ​ພັກ 78.000 ສະຫາຍ ​ໃນ​ທົ່ວ​ປະ​ເທດ. ນອກ​ນີ້ຍັງ​ມີ​ຄະນະ​ຜູ້​ແທນ​ຖືກ​ເຊີນຈາກ​ ພັກ​ອ້າຍ​ນ້ອງ​ຈຳນວນ​ໜຶ່ງ​ເຂົ້າຮ່ວມ​ນຳ.
- ກອງ​ປະຊຸມ​ໄດ້​ເລືອກ​ຕັ້ງ​ເອົາ​ສະຫາຍ ຄຳ​ໄຕ ສີ​ພັນ​ດອນ ​ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ມີ​ກົມ​ການ​ເມືອງ 9 ສະຫາຍ, ມີ​ຄະນະ​ບໍລິຫານ ​ງານ​ສູນ​ກາງ​ພັກ 49 ສະຫາຍ, ຍິງ 4 ສະຫາຍ.

* ເນື້ອ​ໃນ​ສຳຄັນ​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ VI ຂອງ​ພັກ : 
- ສະຫລຸບ​ຕີ​ລາຄາ​ ​ແລະ ​ຖອດ​ຖອນ​ບົດຮຽນ​ຈາກ ການ​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່ ​ໃນ​ໄລຍະ 10 ປີ ຜ່ານ​ມາ, ​ເຊິ່ງສາມາດ​ຖອດ​ຖອນໄດ້ 5 ບົດຮຽນ​ ພື້ນຖານ ຄື:
+ ໜຶ່ງ: ການ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເອກະ​ພາບ ​ໃນທົ່ວ​ພັກ ທົ່ວ​ປວງ​ຊົນ ຕິດ​​ແໜ້ນ​ກັບ​ການ​ເຊີດ​ຊູ​ນ້ຳໃຈ​ຮັກ​ຊາດ, ​ເສີມ​ຂະຫຍາຍ​ຈິດ​ໃຈ​ເອກະລາດ ​ເປັນ​ເຈົ້າ ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ​ແມ່ນ​ປັດ​​ໄຈ​ຕັດ ສິນ​ຜົນສຳ​ເລັດ​ຂອງ​ພາລະກິດ​ປ່ຽນ​ແປງ​ໃໝ່;
+ ສອງ: ອີງ​ໃສ່​ປະຊາຊົນ, ​ເສີມ​ຂະຫຍາຍ​ກໍາລັງ​ແຮງ​ອັນ​ມະຫາສານ​ຂອງ​ປະຊາຊົນ ​ແລະ​ ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ປະຊາຊົນ;
+ ສາມ: ຮັບປະກັນ​ສະຖຽນ​ລະ​ພາບ ທາງ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ ​ແລະ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ໃນ​ສັງຄົມ ແມ່ນ​ເງື່ອນ​ໄຂ​ອັນ​ຈຳ​ເປັນ ສຳລັບ ​ການ​ປ່ຽນ​ແປງ​ໃໝ່;
+ ສີ່: ​ເພີ່ມ​ທະວີ​ບົດບາດ ນຳ​ພາ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດວຽກ​ງານ ​ແລະ​ ເຊີດ​ຊູ​ຄວາມ​ສັກສິດ​​ແຫ່ງການ​ຄຸ້ມ​ຄອງ​ລັດ ​ແມ່ນ​ເງື່ອນ​ໄຂ​ຮັບປະກັນ​ໃຫ້​ແກ່​ການ​ ປ່ຽນ​ແປງ​ໃໝ່​ໃຫ້​ດຳ​ເນີນ​ໄປ​ຢ່າງ​ຖືກ​ຕ້າງ ຕາມ​ແນວທາງ ​ແລະ​ ຈຸດໝາຍ​ຂອງ​ພັກ, ເສີມ​ຂະຫຍາຍ​ກຳລັງ​ແຮງຂອງຊາດ ສົມທົບ​ກັບ​ກຳ​ລັງແຮງ​ຂອງ​ຍຸກ​ສະ​ໄໝ;
+ ຫ້າ: ຍາດ​​ແຍ່ງ​ເອົາການສະໜັບສະໜູນ ​ແລະ ​ການ​ຊ່ວຍ​ເຫລືອ ຈາກ​ສາກົນຢ່າງ​ມີ​ຫລັກການ.
- ກຳນົດ​ຈຸດໝາຍ​ໃຫຍ່ ​ໃນ​ໄລຍະ​ປີ 2020:  ສູ້​ຊົນ​ເຮັດ​ໃຫ້​ປະ​ເທດ​ຊາດ​ຫລຸດ​ພົ້ນອອກ​ຈາກສະພາວະ​ດ້ອຍ​ພັດທະນາ; ​ເສດຖະກິດ-ສັງຄົມ ມີ​ການ​ພັດທະນາ ​ແລະ ​ໄດ້​ມີ​ການ​ປ່ຽນ​ແປງ​​​ໃໝ່ດ້ວຍ​ລະດັບ​ຕ່າງ​ກັບ​ສະພາບ​ປະຈຸ​ບັນ ຄື: 
+ ການ​ຜະລິດ​ກະສິກຳ ແລະ ອຸດສາຫະກຳ​ມີ​ການ​ຂະຫຍາຍຕົວ ​ແລະ ​ມີ​ບາງ​ດ້ານ​ທັນ​ສະ​ໄໝ.
+ ຊີວິດ​ການ​ເປັນ​ຢູ່​ດ້ານ​ວັດຖຸ ແລະ​ ວັດທະນະທຳ ​ເປັນ​ປົກກະຕິ ​ແລະ ​ມີ​ຄຸນ​ນະພາ​ບສູງ​ຂຶ້ນ.
+ ພົນລະ​ເມືອງ​ໄດ້​ຮັບ​ການ​ສຶກສາ ​ແລະ​ບໍລິການ​ດ້ານ​ສາທາລະນະ​ສຸກ ຢ່າງ​ທົ່ວ​ເຖິງ.
+ ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ອຸດົມ​ຮັ່ງມີ.
+ ການ​ສະຫວັດດີ​ການ​ສັງຄົມ​ອັນ​ພື້ນຖານ ມີ​ການ​ຮັບປະກັນ. 
+ ມີ​ບຸກຄະລາກອນ ແລະ ກຳລັງ​ແຮງ​ງານ​ທີ່​ມີ​ຄວາມ​ສາມາດຕອບ​ສະໜອງ​ຄວາມ​ຕ້ອງການ​ພື້ນຖານ ​ຂອງ​ການ​ພັດ​ທະ​ນາ​ປະ​ເທດ;
+ ສັງຄົມ​ມີ​ຄວາມ​ສະຫງົບ​ສຸກ, ສີວິ​ໄລ ແລະ ຍຸຕິ​ທຳ, ລະບົບ​ການ​ເມືອງ ປະຊາທິປະ​ໄຕ ປະຊາຊົນມີ​ພັກ​ເປັນ​ແກນ​ນຳ​ມີ​ຄວາມ​ໜັກ​ແໜ້ນ, ​ເຂັ້ມ​ແຂງ; 
+ ມີ​ການ​ພົວພັນ​ຮ່ວມ​ມື​ອັນ​ກວ້າງຂວາງກັບ​ສາກົນ ​ແລະ​ ສາມາດ​ເຈືອ​ຈານ​ເຂົ້າກັບ​ທ່າ​ອ່ຽງ ລວມຂອງ​ຍຸກ​ສະ​ໄໝ.

* ກຳນົດ​ຈຸດໝາຍ​ສຳລັບ 5 ປີ​ຕໍ່ໜ້າ (1996-2000) ຄື:  ສູ້​ຊົນ​ຮັບປະກັນ​ໃຫ້​ເສດຖະກິດ​ຂະຫຍາຍຕົວ​ຕໍ່​ເນື່ອງ​ ​ໃນ​ລະດັບ 8-8,5% ຕໍ່​ປີ, ຮອດ​ປີ 2000 ລາຍ​ໄດ້​ສະ​ເລ່ຍ ຕາມ​ຫົວ​ຄົນ​ໃຫ້​ໄດ້ 500 ​ໂດ​ລາ;  ສ້າງ​ກິດຈະການ​ພື້ນຖານ ​ຈໍານວນ​ໜຶ່ງ ​ໃຫ້​ເປັນ​ໜໍ່​ແໜງ ສຳລັບ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ​ທັນ​ສະ​ໄໝ​ໃນ​ຂັ້ນຕໍ່​ໄປ; ​ແກ້​ໄຂ​ຄວາມ​ອຶດ​ຢາກຂາດ​ເຂີນ ​ແລະ ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ ໃນ​ບໍລິ​ເວນ​ຈຸດ​ສຸມ​ຈຳນວນ​ໜຶ່ງ ດ້ວຍ​ການ ​ພັດທະນາ​ຊົນນະບົດຮອບດ້ານ.
* ທິດ​ທາງ​ໜ້າ​ທີ່​ລວມຄື: ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ ພາຍ​ໃນ​ພັກ ​ແລະ​ ໃນ​ທົ່ວ​ປວງ​ຊົນ, ຮັບປະກັນ​ສະຖຽນ​ລະພາບ ​ແລະ​ ຄວາມ​ສະຫງົບ ​ໃຫ້​ ໄດ້​ຢ່າງ​ໜັກ​ແໜ້ນ, ສ້າງ​ເງື່ອນ​ໄຂ​ອັນ​ເອື້ອອຳນວຍ​ສຳລັບ ​ການ​ ທຳ​ມາ​ຫາ​ກິນ​ຂອງ​ປະຊາ​ຊົນ ​ແລະ​ ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ; ປົກ​ປັກ​ຮັກສາ ​ເອກະລາດ ​ແລະ ​ອະທິປະ​ໄຕ​ຂອງ​ຊາດ​ໄວ້​ຢ່າງ​ໝັ້ນຄົງ; ລະດົມ​ກຳລັງ​ແຮງ​ຂອງ​ທຸກ​ພາກສ່ວນ​ເສດຖະກິດ ​ແລະ ​ທົ່ວ​ສັງຄົມ​ເຂົ້າ​ ໃນ​ການ ​ພັດທະນາສ້າງສາ​ ປະເທດ​ຊາດ;​ ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັກ​ຊາດຕິດ​ພັນ​ກັບ​ຮັກ​ລະບອບ​ໃໝ່, ເຊີດ​ຊູ​ສະຕິຊາດ​ເອກະລາດ, ​ເປັນ​ເຈົ້າຕົນເອງ, ດຸ​ໝັ່ນ ​ແລະ​ ປະຢັດ ​ໃນ​ການ​ສ້າງສາ ​ປະ​ເທດ​ຊາດ; ສູ້​ຊົນ​ໃຫ້​ມີ​ການ​ສະ​ສົມ ​ຈາກ​ພາຍ​ໃນ​ປະ​ເທດ, ​ເຮັດ​ໃຫ້ການ​ເງິນ​ແຫ່ງ​ຊາດມີ​ຄວາມໝັ້ນທ່ຽງ ​ແລະ​ ເປັນເຈົ້າຕົນ​ເອງ​ເທື່ອ​ລະ​ກ້າວ; ປະຕິບັດ​ນະ​ໂຍບາຍ​ປະຊາກອນ​ຢ່າງ​ຕັ້ງໜ້າ, ​ເຮັດ​ໃຫ້ການ​ເພີ່ມ​ຂຶ້ນຂອງ​ພົນລະ​ເມືອງ ສອດຄ່ອງ​ກັບລະດັບ​ການ ​ຂະຫຍາຍ ຕົວ​ຂອງ​ເສດຖະກິດ, ຍົກ​ລະດັບ​ຄວາມ​ຮູ້​ ຂອງ​ປະຊາຊົນ​ບັນດາ​ເຜົ່າ ກໍ່ສ້າງ​ແຮງ​ງານ​ວິຊາ​ຊີບ ​ແລະ​ ບຸກຄະລາ​ກອນ​ໃຫ້​ສາມາດ​ຕອບ​ສະໜອງ​ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ ​ໃນ​ສະ​ເພາະ​ໜ້າ​ຂອງ​ການ ​ພັດທະ​ນາ​ປະ​ເທດ, ແກ້​ໄຂ​ບັນຫາ​ຕ່າງໆທາງ​ສັງຄົມ,​ ເຮັດ​ໃຫ້​ສັງຄົມ​ມີ​ຄວາມ​ສີວິ​ໄລ ​ແລະ ຍຸຕິ​ທຳ; ​ເພີ່ມ​ທະວີ​ບົດບາດ ​ແລະ​ ຊີດ​ຊູ​ຄວາມ​ສາມາດ​ນຳພາ ​ຂອງ​ພັກ ​ໃນ​ທຸກ​ຂົງ​ເຂດ​ວຽກ​ງານ; ປັບປຸງ ​ແລະ ​ຍົກ​ສູງ​ປະສິດທິພາບ ​ແຫ່ງ​ການ​ຄຸ້ມ​ຄອງ​ດ້ວຍ ​ກົດໝາຍ​ ຂອງ​ລັດຕໍ່​ເສດຖະກິດ-ສັງຄົມ; ຍູ້​ແຮງ​ການ​ເຄື່ອນ​ໄຫວ​ ຂອງ​ ບັນດາ​ອົງການ​ຈັດຕັ້ງມະຫາຊົນ, ​ເສີມ​ຂະ​ຫຍາ​ຍສິດ​ເປັນ​ເຈົ້າຕົນ​ເອງ​ ຂອງປະຊາຊົນ; ເສີມ​ສ້າງສາ​ຍພົວພັນ​ມິດຕະພາບ​ ກັບ​ນາໆ​ຊາດ ແລະ ​ເປີດ​ກວ້າງ​ ການ ​ພົວພັນ​ຮ່ວມ​ມື​ກັບ​ເພື່ອນ​ມິດສາກົນ.
- ກອງ​ປະຊຸມ​ ໄດ້​ຮັບຮອງ​ເອົາ​ກົດ​ລະບຽບຂອງ​ພັກ​ ສະບັບ​ດັດ​ແປງ​​ໃໝ່, ​ເຊິ່ງ​ໄດ້​ປັບປຸງເພີ່ມ​ເຕີມ ​ແລະ ​ເນັ້ນໜັກ​ລັກສະນະ​ຊົນ​ຊັ້ນ ​ແລະ​ ອຸດົມ​ການ​ຂອງ​ພັກ, ​ເປັນຕົ້ນ ໄດ້​ກຳນົດ​ແຈ້ງ​ທິດ​ນຳ​ໃນ​ການກໍ່ສ້າງ​ພັກ ຄື:
+ ​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ ​ແລະ​ກໍ່ສ້າງ​ພັກ​ໃຫ້​ເຂັ້ມ​ແຂງ​ທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ ​ແລະ​ການ ຈັດຕັ້ງ.
+ ສົມທົບ ລະຫວ່າງ​ກໍ່ສ້າງ​ພັກ ກັບ​ການ​ເພີ່ມ​ທະວີ​ຄວາມ​ສັກສິດ ​ໃນ​ການ​ຄຸ້ມ​ຄອງ​ລັດ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ບັນດາ​ອົງການ​ຈັດຕັ້ງມະຫາຊົນ.
+ ການ​ປັບປຸງ​ກໍ່ສ້າງ​ພັກ ຕ້ອງ​ຖື​ເອົາ​ຄຸນ​ນະພາ​ບ​ເປັນ​ກົກ, ຮັບ​ເອົາ​ຜູ້​ທີ່​ດີ​ເດັ່ນ ມີ​ເງື່ອນ​ໄຂ​ມາດຖານ​ຄົບຖ້ວນ​ເຂົ້າພັກ, ​ເດັດດ່ຽວ​ເອົາ​ຜູ້​ເສື່ອ​ມຄຸນ​ປ່ຽນ​ທາດ ​ອອກ​ ຈາກ​ພັກ.

ຄັ​ດ​ມາ​ຈາກ : http://kpl.gov.la/Page/Political/party6.aspx