ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງ​ປະຊຸມ​ໃຫຍ່​ ຄັ້ງທີ V ຂອງ​ພັກ (ວັນ​ທີ 27-29/3/1991)
ດາວໂຫຼດເອກະສານ
ຈຳນວນຜູ້ອ່ານ: 134
ອະນຸມັດວັນທີ: 20/02/2018

-​ເປັນ​ກອງ​ປະຊຸມ​ທີ່​ເຮັດ​ໃຫ້​ແນວທາງ​ປ່ຽນ​​ແປງ​ໃໝ່​ກາຍ​ເປັນອັນ​ສົມບູນ​ກວ່າ​ເກົ່າ.
-​ດາເນີນ​ ​ແຕ່​ວັນ​ທີ 27-29/03/1991, ທີ່ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງ​ສະຫ​າຍ ​ໄກສອນ ພົມວິຫານ, ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.
- ມີ​ຜູ້​ແທນ​ເຂົ້າຮ່ວມ 367 ສະຫາຍ ທີ່​ມາ​ຈາກ​ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ​ຮາກ​ຖານ​ຕ່າງໆ ​ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່ສະມາຊິກ​ພັກ ຈຳນວນ 60.000 ສະຫາຍ ​ໃນ​ທົ່ວ​ປະ​ເທດ. 
- ເລືອກ​ຕັ້ງ​ເອົາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 59 ສະຫາຍ, ​ໃນ​ນັ້ນ ສຳຮອງ 4 ສະຫາຍ.
-ມີ​ການ​ປ່ຽນ​ແປງ​ແນວທາງ​ການຈັດຕັ້ງຈຳນວນ​ໜຶ່ງ, ​ເປັນຕົ້ນ ປ່ຽນ​ຈາກ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ມາ​ເປັນ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໂດຍ​ໄດ້​ເລືອກ​ເອົາ​ ສະຫາຍ ​ໄກສອນ ພົມວິຫານ ​ເປັນ​ປະທານ;  ​ເລື​ອກຕັ້ງ​ເອົາ​ກົມ​ການ​ເມືອງ 11 ສະຫາຍ, ສ່ວນ​ຄະນະ​ເລຂາທິການ​ນັ້ນ ​ເນື່ອງ​ຈາກວ່າ​ບໍ່​ມີ​ເລຂາທິການ​ໃຫຍ່ ຈຶ່ງ​ບໍ່​ຈຳ​ເປັນ​ມີ​ຄະນະ​ເລຂາ​ອີກ, ​ແຕ່​ໄດ້​ເລືອກ​ຕັ້ງ​ເອົາ​ສະຫາຍ ປະທານຄະນະ​ບໍລິຫານ​ງານ​ສູ​ນກາງ​ພັກ ​ເປັນ​ຜູ້ປະຈໍາການ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.
* ​​ເນື້ອ​ໃນ​ຫຍໍ້​ຂອງມະຕິ​  : 
- ກອງ​ປະຊຸມ​ໄດ​້ກຳນົດ​ລັກສະນະ ​ແລະ​ໄລຍະ​ຂອງ​ການ​ປະຕິວັດ​ປະ​ເທດ​ເຮົາ ​ໃນ​ໄລຍະ​ປັດຈຸບັນ​ວ່າ : 
+ ​ແມ່ນ​ໄລຍະ​ແຫ່ງ​ການ​ສືບຕໍ່ສ້າງ ​ແລະ ​ຂະຫຍາຍ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ,  ສ້າງ​ຖະຖົມ​ປັດ​​ໄຈ​ກ້າວ​ຂຶ້ນສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ.
*ທິດ​ທາງ​ໜ້າ​ທີ່​ລວມ: 
+ ສືບຕໍ່​ສ້າງພາລະກິດປ່ຽນ​ແປງ​ໃໝ່​ຢ່າງຮອບດ້ານ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນອັນ​ໜຶ່ງ ອັນ​ດຽວ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ ບົນ​ພື້ນຖານ​ພັນທະ​ພາບ​ກຳມະກອນ-ກະສິກອນ ​ແລະ ​ປັນຍາ​ຊົນ ນັກຮຽນ​ຮູ້ ພາຍ​ໃຕ້​ການ​ນຳພາ​ ຂອງ​ພັກ;
+ ຕັ້ງໜ້າ​ສົ່ງ​ເສີມ​ເສດຖະກິດ​ຫລາຍ​ພາກສ່ວນ ແນ​ໃສ່​ຂະຫຍາຍ​ກຳລັງ​ການ​ຜະລິດ ​ຢ່າງ​ແຂງ​ແຮງ, ຫັນປ່ຽນ​ເສດຖະກິດ​ທຳ​ມະ​ຊາດ ​ແລະ ເຄິ່ງທຳ​ມະ​ຊາດ ​ໄປ​ສູ່​ເສດຖະກິດ​ສິນຄ້າ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ​ ວັດທະນະທຳ​ຂອງ​ປະຊາຊົນ​ເຜົ່າ​ຕ່າງໆ ນັບ​ມື້ນັບ​ດີ​ຂຶ້ນ;
+ ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ໃນ​ທຸກ​ຂົງ​ເຂດ​ຊີວິດ​ສັງຄົມ, ​ ເຊີດຊູ​ບົດບາດ​ຂອງ​ບັນດາອົງການ​ຈັດຕັ້ງ ມະຫາ​ຊົນ ​ແລະ​ ອົງການ​ຈັດຕັ້ງສັງຄົມ;
+ ກໍ່ສ້າງ​ກົງຈັກ​ລັດ​​ໃຫ້​ເປັນລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​​ແລະ ເພື່ອ​ປະຊາຊົນຢ່າງ​ແທ້​ຈິງ ທີ່​​ເຄື່ອນ​ໄຫວ​ຕາ​ມລັດຖະທຳ​ມະ​ມູນ ​ແລະ ​ກົດໝາຍ;
+ ​ເພີ່ມ​ທະວີ​ບົດບາດ​ ກາ​ນນຳພາ​ຂອງ​ພັກ ​ໃນ​ລະບົບ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ;
+ ປັບປຸງ​ວຽກ​ງານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ, ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕຂອງ​ຊາດ ແລະ​ ລະບອບ​ໃໝ່​ໄວ້​ໃຫ້​ໝັ້ນຄົງ, ຮັບປະກັນ ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ຄວາມ​ສະຫງົບ​ສຸກ ​ແລະ​ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ທົ່ວ​ສັງຄົມ;
+ ສືບຕໍ່​ເປີດ​ກວ້າງ​ການ​ພົວພັນ ​ແລະ ​ການ​ຮ່ວມ​ມືກັບ​ນາໆປະ​ເທດ ​ແລະ ​ບັນດາອົງການ​ຈັດຕັ້ງສາກົນ;
ທັງ​ໝົດ​ເຫລົ່ານັ້ນ ເພື່ອ​ສ້າງ​ປະ​ເທດ​ລາວ ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ວັດທະນາ​ຖາວອນ, ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ​ຄວາມ​ກ້າວໜ້າ​ທາງ​ສັງຄົມ​ໃນ​ໂລກ.
- ກຳນົດ​ທັດສະນະ​ພື້ນຖານ ກ່ຽວ​ກັບ​ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງ :
+ ການ​ປ່ຽນ​ແປງ​ໃໝ່​ລະບົບ​ການ​ເມືອງຢູ່ປະ​ເທດ​ເຮົາ “ບໍ່​ໝາຍ​ຄວາມ​ວ່າ ຕ້ອງ​​ປ່ຽນ​​ແປງຈາກ​ລະບອບ​ການ​ເມືອງນີ້​ ດ້ວຍ​ລະບອບ​ການ​ເມືອງ​ອື່ນ, ​ແຕ່​ຫາກ​ແມ່ນ ​ການ​ບູລະນະ​ການຈັດຕັ້ງ ຂອງ​ລະບົບ​ການ​ເມືອງ​ປະຊາ​ທິປະ​ໄຕ ປະຊາຊົນ ​ແລະ ​ປ່ຽນ​ແປງ​ໃໝ່​ແບບ​ວິທີ​ເຄື່ອນ​ໄຫວ​ຂອງ​ມັນ ບົນ​ພື້ນຖານ​ການ​ກຳນົດ​ພາລະ ​ບົດບາດ, ໜ້າ​ທີ່​ຂອງ​ແຕ່​ລະ​ອົງ​ປະກອບ​ໃຫ້​ຈະ​ແຈ້ງ​...
* ທິດ​ນຳ​​ຂອງການປ່ຽນ​ແປງ​ໃໝ່ລະບົບ​ການ​ເມືອງ ຄື : 
+ ຮັບປະກັນ​ລັກສະນະ​ສືບ​ທອດ ​ແລະ​ ຂະຫຍາຍຕົວ, ຕ້ານ​ແນວ​ຄິດ​ຮັກສາ​ເດີມ​ ແລະ​ ທ່າ​ອ່ຽງ ປະຕິ​ເສດ ຢ່າງ​ສິ້ນ​ເຊີງ ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້;
+ ດຳ​ເນີນ​ໄປ​ເປັນ​ແຕ່​ລະບາດ​ກ້າວ ດ້ວຍ​ຄວາມຮອບ​ຄອບ, ໜັກ​ແໜ້ນ, ບໍ່ສ້າງ​ຄວາມ​ກະທົບກະ​ເທືອນ​ທີ່ຮ້າຍ​ແຮງ​ດ້ານ​ສັງຄົມ ​ແລະ​ ຈິດຕະສາດ, ຮັບປະກັນ ​ສະຖຽນລະ​ພາບ​ຂອງ​ປະ​ເທດ​ຊາດ;
+ ດຳ​ເນີນ​ໄປ​ຢ່າງ​ຄົບ​ຊຸດ ມີ​ການ​ປະສານ​ສົມທົບ​ຢ່າງ​ກົມກຽວ ລະຫວ່າງ ​ການປ່ຽນ​ແປງ​ໃໝ່ ​ໃນ​ຂົງ​ເຂດຕ່າງໆ​ດ້ວຍ​ກັນ; 
+ ​ເຊີດ​ຊູ​ຄຸນ​ນະພາ​ບ ​ແລະ ​ກໍາລັງ​ແຮງ​ໃໝ່​ໃຫ້​ທຸກ​ອົງການ​ຈັດຕັ້ງ.
- ​ກອງ​ປະຊຸມ​ໄດ້​ຮັບຮອງ​ ​ແລະ ​ໄດ້​ຢືນຢັນ ​ເຖິງ 5 ຫລັກການ ​ແລະ​ ສາມ​ທິດ​ນຳ ກ່ຽວ​ກັບການ​ສ້າງ​ພັກ​ໃນ​ໄລຍະ​ໃໝ່ຄື: ພັກ​ປະຊາຊົນ​ປະຕິວັດ​ລາວ ​ເອົາ​ບັນດາ​ຫລັກ​ມູນ​ທີ່​ມີ​ລັກສະນະ​ທົ່ວ​ໄປ ​ຂອງ​ລັດທິ​ມາກ-​ເລ​ນິນ ​ເປັນ​ພື້ນຖານ​ແຫ່ງ​ແນວ​ຄິດ​ທິດ​ສະ​ດີ​ຂອງ​ຕົນ, ນອກຈາກ​ນັ້ນ ກໍ່​ຮັບ​ເອົາ​ສິ່ງ​ຍອດ​ຍິ່ງ​ທາງ​ດ້ານ​ສະຕິ​ປັນຍາ​ຂອງ​ມວນ​ມະ​ນຸດ, ໝູນ​ໃຊ້​ທິດ​ສະ​ດີ​ວິທະຍາສາດ ​ແລະ ​ບົດຮຽນ​ຂອງ​ປະ​ເທດ​ຕ່າງໆ ​ໃຫ້​ແທດ​ເໝາະ​ກັບ​ພຶດຕິ​ກໍາ ​ແລະ ​ເງື່ອນ​ໄຂ ​ຕົວ​ຈິງ​ຂອງ​ ປະ​ເທດ​ເຮົາ, ​ເສີມ​ຂະຫຍາຍ​ມູນ​ເຊື້ອຮັກ​ຊາດ ​ແລະ ​ນ້ໍາໃຈ​ສາມັກຄີ​ປອງ​ດອງ​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ສົມທົບ​ລັດທິ​ຮັກ​ຊາດ​ອັນ​ແທ້​ຈິງ​ກັບ​ ລັດທິ​ສາກົນ ​ອັນ​ຜ່ອງ​ໃສ; ພັກ​ຈັດ​ຕັ້ງຕາມ​ຫລັກການ ​ລວມສູນ​ປະຊາທິປະ​ໄຕ, ນຳພາ​ເປັນ​ໝູ່​ຄະນະ ​ບຸກຄົນ​ຮັບຜິດຊອບ, ພັກ​ມີ​ລະບຽບ​ວິ​ໄນ​ເຂັ້ມງວດ; ພັກ​ຖື​ຄວາມ​ສາມັກຄີ​ ອັນ​ໜຶ່ງ​ອັນ​ດຽວ​ເປັນ​ຫລັກການ​ພື້ນຖານ; ຖື​ເອົາ​ການ​ຕິ​ຊົມ​ຕົນ​ເອງ ​ແລະ ​ຕິ​ຊົມ​ກັນ​ເປັນ​ກົດ​ເກນ ​ແຫ່ງ​ການ​ເຄື່ອນ​ໄຫວ ​ແລະ​ ຂະ​ຫຍາ​ຍຕົວ​ຂອງ​ຕົນ; ພັກ​ເຄື່ອນ ​ໄຫວ​ຕາມ​ແນວທາງ​ມະຫາຊົນ, ອີງ​ໃສ່​ມະຫາຊົນ ​ແລະ ​ຜ່ານ​ຂະ​ບວນການ​ປະຕິວັດ​ຂອງ​ມະຫາຊົນ ​ເພື່ອ​ກໍ່ສ້າງ ​ແລະ​ ຂະຫຍາຍ​ພັກ, ສົມທົບ​ການ ກໍ່ສ້າງ​ພັກ ​ທັງ​ໃນ 3 ດ້ານ ຄື: ການ​ເມືອງ, ​ແນວ​ຄິດ ​ແລະ ​ການຈັດຕັ້ງ.

ຄັ​ດ​ມາ​ຈາກ : http://kpl.gov.la/Page/Political/party5.aspx