ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ (13-15/11/1986)
ດາວໂຫຼດເອກະສານ
ຈຳນວນຜູ້ອ່ານ: 299
ອະນຸມັດວັນທີ: 20/02/2018

- ​ແມ່ນ​ກອງ​ປະຊຸມ​​ແຫ່ງ​ການປ່ຽນ​ແປງ​ໃໝ່​ຮອບດ້ານຢ່າງ​ມີ​ຫລັກການ.
- ​ໄຂ​ຂຶ້ນ​ ແຕ່ວັນ​ທີ 13-15/11/1986, ສະຖານ​ທີ່​ ນະຄອນຫລວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ ຂອງ​ສະຫາຍ ​ໄກສອນ ພົມວິຫານ.
- ຈຳນວນ​ຜູ້​ແທນ​ເຂົ້າຮ່ວມ​ 303 ສະຫາຍ, ​ເປັນ​ຕົວ​ແທນ​ໃຫ້​ແກ່ສະມາຊິກ​ພັກ​ 45.000 ກວ່າສະຫາຍ ​ໃນ​ທົ່ວ​ປະ​ເທດ. ​ແຂກ​ຖືກ​ເຊີນ​ພາຍ​ໃນ​ມີ 200 ສະຫາຍ.
- ​​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 60 ສະຫາຍ, ​ໃນ​ນັ້ນ ກຳມະການ​ສົມບູນ 51 ສະຫາຍ ​ແລະ ສຳຮອງ 9 ສະຫາຍ; ກອງ​ປະຊຸມ​ຄັ້ງປະຖົມ​ມະລຶກ ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໄດ້​ເລືອກ​ເອົາ​ສະຫາຍ ​ໄກ​ສອນ ພົມ​ວິຫານ ​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ ສະ​ໄໝ​ທີ 4, ​ເລືອກ​ຕັ້ງກົມການ​ເມືອງ ສົມບູນ 11 ສະຫາຍ, ​ສໍາຮອງ 2 ສະຫາຍ ​ແລະ ​ເລືອກ​ຕັ້ງຄະນະ​ເລຂາທິການ 9 ສະຫາຍ.
* ​ເນື້ອ​ໃນ​ຫຍໍ້​ຂອງ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງທີ IV ຂອງ​ພັກ:
- ຜ່ານ​ພຶ​ດຕິ​ກຳ 10 ປີ (1975-1985) ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ​ສ້າງສາ​ປະ​ເທດ​ຊາດ.
ກອງ​ປະຊຸມ​ໃຫຍ່ຖອດຖອນ​ໄດ້ 5 ບົດຮຽນ​ທີ່​ສຳຄັນ ຄື: 
+ ໜຶ່ງ: ​ເພີ່ມ​ທະວີ​ການ​ນໍາພາ​ຮອບດ້ານ​ຂອງ​ພັກ, ວາງ​ແນວທາງ​ອອກ​ຢ່າງ​ທັນ​ການ ​ແລະ ​ບູລະນະ​ມັນ ຢ່າງ​ບໍ່​ຢຸດ​ຢັ້ງ, ທັງ​ຢຶດໝັ້ນ​ໃນ​ການຈັດຕັ້ງປະຕິບັດແນວທາງ​ ໃຫ້​ປະກົດ​ເປັນ​ຈິງ.
+ ສອງ: ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ​ໃນ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ເປັນ​ສາ​ເຫດ​ອັນ​ສໍາຄັນ​ຍິ່ງ​ແຫ່ງ​ໄຊຊະນະ​ທຸກ​ຢ່າງ​ຂອງ​ການ​ປະຕິວັດ​ປະ​ເທດ​ເຮົາ.
+ ສາມ: ຕ້ອງຕິດ​ແໜ້ນ​ກັບ​ຮາກ​ຖານ, ສຸ​ມ​ໃສ່ກໍ່​ສ້າງ​ຮາກ​ຖານ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ ​ເພື່ອ​ປະຕິບັດ​ສອງ​ໜ້າ​ທີ່​ຍຸດ​ທະ​ສາດ​ເປັນ​ຢ່າງ​ດີ ​ແລະ​ ດຳ​ເນີນ​ການ​ປະຕິວັດ 3 ປະການ​ໄປ​ພ້ອມໆ​ກັນ.
+ ສີ່: ​ໃນທຸກ​ການ​​ເຄື່ອນ​ໄຫວ​ດ້ານ​ເສດຖະກິດ​ ຕ້ອງ​ຮູ້​ໝູນ​ໃຊ້​ບັນດາ​ກົດ​ເກນ​ພາວະ​ວິ​ໄສ ​ແລະ ​ຄິດ​ໄລ່​ປະສິດທິ​ຜົນທາງ​ເສດຖະກິດ-ສັງຄົມ.
+ ຫ້າ: ການຮ່ວມ​ມື​ຮອບດ້ານ ກັບ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ​ອ້າຍ​ນ້ອງ, ກ່ອນ​ອື່ນ​ໝົດ​ແມ່ນ​ສະຫະພາບ​ໂຊ​ວຽດ, ກໍ່ສ້າງ​ກ້ອນ​ກຳລັງ​ຮ່ວມ​ສຳພັນ​ພິ​ເສດ​ ລະຫວ່າງ ​ປະ​ເທດ​ເຮົາ​ກັບ​ຫວຽດນາມ ​ແລະ ​ກໍາປູ​ເຈຍ, ນຳ​ໃຊ້​ບັນດາ​ ເງື່ອນ​ໄຂ​ອັນສະດວກ​ຂອງ​ຍຸກ​ສະ​ໄໝ ​ເປັນ​ປັດ​​ໄຈ​ທີ່​ຂາດ​ບໍ່​ໄດ້ ​ໃນ​ການ​ກໍ່ສ້າງ​ສັງຄົມ​ນິຍົມ​ ຢູ່​ປະ​ເທດ​ເຮົາ.
- ກຳນົດທິດ​ທາງ​ ໜ້າ​ທີ່​ຕົ້ນຕໍ​ທາງ​ດ້ານເສດຖະກິດ-ສັງຄົມ ຕະຫລອດ​ສະ​ໄໝ​ຂ້າມ​ຜ່ານ​ກ້າວ​ຂຶ້ນສູ່ ສັງຄົມ​ນິຍົມ ຂອງ​ປະ​ເທດ​ເຮົາ ຄື:
+ ດຳ​ເນີນ​ການ​ຫັນ​ເປັນ​ອຸດສາຫະກຳ ສັງຄົມ​ນິຍົມ ​ເທື່ອ​ລະ​ກ້າວ ​ເພື່ອ​ກໍ່ສ້າງ​ພື້ນຖານ​ວັດຖຸ​ເຕັກນິກ​ສັງຄົມ​ນິຍົມ​ໃຫ້​ສໍາ​ເລັດ​ຜົນ.
+ ດຳ​ເນີນ​ການ​ດັດ​ສ້າງ​ສັງຄົມ​ນິຍົມ ​ເພື່ອກໍ່ສ້າງ​ການ​ພົວພັນ​ການ​ຜະລິດ​ໃໝ່​ ສັງຄົມ​ນິຍົມ.
+ ຂະຫຍາຍ​ທາງ​ດ້ານຈຳນວນ ​ແລະ ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ຊົນ​ຊັ້ນກໍາມະກອນ, ​ເຮັດ​ໃຫ້​ຊົນ​ຊັ້ນຊາວນາ​ລວມໝູ່ ​ແລະ ​ຊັ້ນຄົນປັນຍາ​ຊົນສັງຄົມ​ນິຍົມ ​ເປັນ​ຕົນ ​ເປັນ​ໂຕ​ຂຶ້ນ. 
+ ປັບປຸງ​ລະບົບ​ຜະ​ເດັດ​ການ​ກຳມະ​ຊີບ​ໃຫ້​ໜັກ​ແໜ້ນ, ເປີດ​ກວ້າງ​ປະຊາທິປະ​ໄຕສັງຄົມ​ນິຍົມ, ​ເພີ່ມ​ທະວີ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ການ​ເມືອງ ​ແລະ ​ແນວ​ຄິດ ຂອງ​ສັງຄົມ.
+ ດຳ​ເນີນ​ການ​ປະຕິວັດ​ແນວ​ຄິດ ​ແລະ​ວັດທະນະທໍາ ​ແນ​ໃສ່​ກໍ່ສ້າງ​ວັດທະນະທໍາໃໝ່ ​ແລະ ​ຄົນ​ໃໝ່ ສັງຄົມ​ນິຍົມ ​ເທື່ອ​ລະ​ກ້າວ. 
+ ປົວ​ແປງ​ຊີວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ບັນດາ​ເຜົ່າ​ໃຫ້​ດີ​ຂຶ້ນ ​ແລະ​ ແກ້​ໄຂ​ບັນດາ​ບັນຫາສັງຄົມ​ຢ່າງ​ເໝາະ​ສົມ.
+ ກໍ່ສ້າງ​ລະບົບ​ຄຸ້ມ​ຄອງ​ໃໝ່ ຕໍ່​ຂົງ​ເຂດ​ເຄື່ອນ​ໄຫວ​ສັງຄົມ.

* ທິດ​ທາງ​ ໜ້າ​ທີ່​ຕົ້ນຕໍ ​ໄລຍະ​ແຕ່​ນີ້​ເຖິງ​ປີ 2000 ກໍຄື​ ແຜນການ 5 ປີ​ເທື່ອທີ II ຄື:
+ ເລັ່ງ​ໃສ່​ແກ້​ໄຂ​ບັນຫາ​ທັນ​ຍາ​ຫານ ​ແລະ​ ອາຫານ ​ໃຫ​້​ໄດ້​ຢ່າງ​ໜັກ​ແໜ້ນ ບົນ​ພື້ນຖານ​ຂະຫຍາຍ​ການ​ກະສິກຳ​ຢ່າງຮອບດ້ານ. 
+ ຈຳກັດ ​ແລະ ​ໄປ​ເຖິງ​ບ່ອນ​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ໂດຍ​ພື້ນຖານ.
+ ສ້າງ​ໂຄງ​ປະກອບ​ເສດຖະກິດ​ກະສິກຳ-ປ່າ​ໄມ້-ອຸດສາຫະກຳ ທີ່​ສົມ​ເຫດ​ສົມ​ຜົນ ​ໃຫ້​ເປັນ​ຕົນ​ເປັນ​ໂຕ​ຂຶ້ນ ​ໃນ​ຂັ້ນຕົ້ນ.
+ ດຳ​ເນີນ​ການ​ແບ່ງ​ເຂດ​ເສດຖະກິດ, ວາງ​ແຜນ​ກຳນົດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ ​ແລະ​ ຕົວ​ເມືອງ.
+ ຂະຫຍາຍ​ການ​ຄົມມະນາຄົມ​ຂົນ​ສົ່ງ ​ແລະ​ ການ​ຕິດຕໍ່​ສື່ສານ.
+ ນຳ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ, ຈັດຕັ້ງວຽກ​ງານ​ສຳ​ຫລວດ​ພື້ນຖານ. 
+ ປັບປຸງ ​ແລະ ​ເພີ່ມ​ທະວີ​ບົດບາດ​ເປັນ​ເຈົ້າພາ​ທາງ ​​ໃນຂົງ​ເຂດ​ເສດຖະກິດ​ຂອງ​ລັດ, ຂະຫຍາຍ​ຂົງ​ເຂດ​ເສດຖະກິດ​ສະຫະກອນ. 
+ ປັບປຸງແລະ​ຂະຫຍາຍ​ລະບົບ​ການ​ຄ້າ​ຢ່າງຮອບດ້ານ.
+ ອອກ​ແຮງ​ປັບປຸງ​ດ້ານ​ການ​ເງິນ ​ແລະ​ ເງິນຕາ​ ໃຫ້​ສະຫງົບ​ປົກກະຕິ. 
+ ຂະຫຍາຍ​ການ​ພົວພັນ​ດ້ານ​ເສດຖະກິດ​ກັບ​ຕ່າງປະ​ເທດ.
+ ກໍ່ສ້າງ​ລະບົບ​ກົດໝາຍ. 
+ ຂະຫຍາຍ​ການ​ສຶກສາ, ວັດທະນະທຳ ​ແລະ​ ສາທາລະນະ​ສຸກ. 
* ໜ້າ​ທີ່​ວຽກ​ງານ​ກໍ່ສ້າງ​ພັກ:
+ ​ເພີ່ມ​ທະວີ​ບົດບາດ ​ແຫ່ງ​ການ​ນໍາພາ​ຂອງ​ພັກ, ​ເຊີດ​ຊູ​ຄຸນ​ປະ​ໂຫຍດ ​ແລະ ​ປະສິດທິ​ຜົນ ​ແຫ່ງ​ການ​ນໍາພາ ​ແລະ ​ກໍາລັງ​ສູ້​ຮົບ​ຂອງ​ພັກ ຢູ່​ໃນ​ໄລຍະ​ໃໝ່ ຂອງ​ການ ​ປະຕິວັດ.
+ ບູລະນະ​ບັນດາ​ອົງການ​ຈັດຕັ້ງນຳພາ ​ແລະ​ ຄຸ້ມ​ຄອງ, ​ເຊີດ​ຊູ​ກໍາລັງ​ສູ້​ຮົບ​ຂອງ​ການຈັດຕັ້ງຮາກ​ຖານ.
+ ດັດ​ແປງ​ວຽກ​ງານ​ພະນັກງານ, ​ເສີມ​ຂະຫຍາຍ​ບົດບາດນໍາ​ໜ້າ ​ເປັນ​ແບບຢ່າງ​ຂອງ​ສະມາຊິ​ພັກ. 
+ ສ້າງ​ແບບ​ແຜນ​ເຮັດ​ວຽກ​ແບບ​ໃໝ່, ຮັກສາ​ບັນດາ​ຫລັກການ​ຈັດຕັ້ງ ​ແລະ ​ດໍາ​ເນີນ​ຊີວິດ​ຢູ່​ໃນ​ພັກ​ຢ່າງ​ເຂັ້ມງວດ.
+ ​ເພີ່ມ​ທະວີ​ວຽກ​ງານ​ແນວ​ຄິດ ​ແລະ ​ທິດ​ສະ​ດີ​ຢ່າງ​ແຂງ​ແຮງ​ແນ​ໃສ່ຮັບ​ເອົາ​ຈິດ​ສໍານຶກ​ໃໝ່ ​ແລະ​ ຈິນຕະນາການ​ໃໝ່.

ຄັ​ດ​ມາ​ຈາກ : http://kpl.gov.la/Page/Political/party4.aspx