ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງ​ປະຊຸມ​ໃຫຍ່ ຄັ້ງທີ II ຂອງ​ພັກ (3-6/2/1972)
ດາວໂຫຼດເອກະສານ
ຈຳນວນຜູ້ອ່ານ: 123
ອະນຸມັດວັນທີ: 13/02/2018

- ດຳ​ເນີນ, ​ແຕ່ວັນ​ທີ  03-06/02/1972, ທີ່​ເມືອງ​ວຽງ​ໄຊ, ແຂວງຫົວພັນ, ມີ​ຜູ້​ແທນ​ເຂົ້າຮ່ວມ 125 ສະຫາຍ ທີ່​ຕາງໜ້າ​ໃຫ້​ສະມາຊິກ​ພັກ​ 20 ພັນ​ກວ່າ​ສະຫາຍ ​ໃນ​ທົ່ວ​ປະ​ເທດ.
- ​ເລືອກ​ຕັ້ງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ 29 ສະຫາຍ, ​ໃນ​ນັ້ນກໍາມະການສົມບູນ 23 ສະຫາຍ ​ແລະ​ ສໍາຮອງ 6 ສະຫາຍ.
- ກອງ​ປະຊຸມ​ຄົບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ຄັ້ງປະຖົມ​ມະ​ລຶກ ​ໄດ້​ເລືອກ​ຕັ້ງ​ເອົາ​ກົມ​ການ​ເມືອງ​ສູນ​ກາງ​ພັກ 7 ສະຫາຍ, ​ເລືອກ​ເອົາ ສະຫາຍ ​ໄກສອນ ພົມວິຫານ ​ເປັນ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ.
- ຕົກລົງ​ຈັດຕັ້ງຄະນະ​ເລຂາທິການ​ສູນ​ກາງ​ພັກ, ​ເລືອກ​ຕັ້ງປະທານ​ກວດກາ​ສູນ​ກາງ​ພັກ; ຕົກລົງ​ປ່ຽນ​ຊື່ “ພັກ​ປະຊາຊົນ​ລາວ” ມາ​ເປັນ “ພັກ​ປະຊາຊົນ ​ປະຕິວັດ​ ລາວ” ​ ໃນ​ປະຈຸ​ບັນ. 
- ​ເນື້ອ​ໃນ​ຕົ້ນຕໍ​ຂອງມະຕິ​: ສັງ​ລວມຂະ​ບວນວິວັດ​ຂອງ​ການ​ປະຕິວັດ ​ໃນ 26 ປີທີ່ີ່ຜ່ານ​ມາ, ຍົກ​ໃຫ້​ເຫັນ​ສາ​ເຫດ​ຂອງ​ໄຊ​ຊະນະ ​ເຊິ່ງ​ໃນ​ນັ້ນ ການ​ນຳພາ​ອັນ ​ຖືກຕ້ອງ ​ແລະ ​ສະຫລາດ​ສ່ອງ​ໃສ​ຂອງ​ພັກ ​ເປັນສາ​ເຫດ​ທີ່​ຕັດສິນ​ກວ່າ​ໝູ່; ຖອດ​ຖອນ​ບົດຮຽນ​ຕ່າງໆ ຂອງ​ຂະ​ບວນການ​ປະຕິວັດ​ລາວ​ ໃນ​ໄລຍະ​ຜ່ານ​ມາ, ພິ​ສູດ ​ໃຫ້​ເຫັນ​ສັດຈະທໍາ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸກ​ສະ​ໄໝ​ຄື​ປະ​ເທດ​ໜຶ່ງໆ ​ເຖິງ​ວ່າ​ນ້ອຍ, ​ເສດຖະກິດ​, ວັດທະນະທຳ ຂະຫຍາຍຕົວ​ຊ້າ, ​ແຕ່​ມີ​ພັກ​ມາກ-​ເລ​ນິນ ​ທີ່​ແທ້​ຈິງ​ນໍາພາ, ມີ​ແນວທາງ​ການ​ເມືອງ ການ​ທະຫານ​ທີ່​ຖືກຕ້ອງ, ມີ​ວິທີ​ປະຕິວັດ​ທີ່​ສອດຄ່ອງ, ມີ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ​ຢ່າງ​ແໜ້ນ​​ແຟ້ນ, ມີ​ຄວາມຕັດສິນ​ໃຈ ​ຕໍ່ສູ້ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ທັງ​ໄດ້​ຮັບ​ການ​ສະໜັບ ສະໜູນ​ຊ່ວຍ​ເຫລືອ​ຢ່າງ​ຕັ້ງໜ້າ​ ຂອງ​ບັນດາ​ປະ​ເທດ​ສັງຄົມ​ນິຍົມ ​ແລະ ​ຂອງ​ຂະ​ບວນການປະຕິວັດ ​ໃນ​ໂລກ ​ແ​ລ້ວປະ​ເທດ​ນັ້ນ ກໍ​ສາມາດ​ຕີ​ຊະນະ​ຈັກກະພັດ ​ຜູ້​ຮຸກ​ຮານທຸກ​ໂຕ, ທັງ​ສາມາດ​ຍາ​ດ​ເອົາ ​ແລະ ​ປົກ​ປັກ​ຮັກສາ​ເອກະລາດ​ ອິດສະຫລະພາບ ​ຂອງ​ຊາດ ​ຕົນ ​ໄວ້​ໄດ້.
-​ໂຄງການ​ການ​ເມືອງ ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ສັງຄົມ​ລາວ​ໃນ​ປັດຈຸບັນ ມີ​ຂໍ້​ຂັດ​ແຍ່ງ​ພື້ນຖານ​ສອງ​ຢ່າງ ຄື: ຂໍ້​ຂັດ​ແຍ່ງລະຫວ່າງ​ປະຊາຊົນ​ບັນດາ​ເຜົ່າ​​ເປັນຕົ້ນ ​ແມ່ນ ​ປະຊາຊົນ​ຜູ້​ອອກ​ແຮງ​ງານ ກັບ​ກຸ່ມ​ນາຍທຶນ​ຈຳໜ່າຍ,  ອາດຍາ​ສິດ​ຂຸນ​ເສິກ ​ແລະ ​ຊົນ​ຊັ້ນສັກດິນາ. ຂໍ້​ຂັດ​ແຍ່ງ​ທັງ​ສອງ​ຢ່າງ​ນີ້ ມີ​ການ​ພົວພັນ ​ແລະ ​ກະທົບ ​ເຊິ່ງກັນ ​ແລະ ​ກັນ ​ແລະ ​ຕ້ອງ​ແກ້​ໄຂ​​ໄປ​ພ້ອມໆ​ກັນ, ສະ​ເພາະ​ໜ້ານີ້ ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ ລະຫວ່າງ​ ຊາດ​ລາວ ກັບ ​ຈັກກະພັດ ອາ​ເມ​ລິ​ກາ ​ຜູ້ຮຸກຮານ ​ແລະ ​ພວກ​ລູກມື​ຂາຍ​ຊາດ.
- ​ໂຄງການ-ການ​ເມືອງ​ໄດ້​ກຳນົດ​ໜ້າ​ທີ່​ພື້ນຖານ​ຂອງ​ການ​ປະຕິວັດ​ລາວ ຄື: “ສາມັກຄີ​ປະຊາຊົນ​ບັນດາ​ເຜົ່າ, ​ໂຄ່ນ​ລົ້ມຈັກກະ​ພັດ​ຜູ້​ຮຸກ​ຮານ, ກຸ່ມ​ນາຍທຶນ ​ຈໍາໜ່າຍ ອາດຍາ​ສິດ​ຂຸນ​ເສິກ ​ແລະ ​ຊົນ​ຊັ້ນສັກ​ດີ​ນາ, ສຳ​ເລັດ​ການ ​ປະຕິວັດ​ຊາດ ປະຊາທິປະ​ໄຕ ປະຊາຊົນ​ ໃນທົ່ວ​ປະ​ເທດ, ກຽມ​ເງື່ອນ​ໄຂ​ທຸກ​ຢ່າງ​ທີ່​ຈຳ​ເປັນ ​ເພື່ອ​ກ້າວ​ຂຶ້ນສັງຄົມ​ນິຍົມ ​ໂດຍ​ກົງ ​ໂດຍ​ບໍ່​ຜ່ານ​ເສັ້ນທາງ​ຂະຫຍາຍຕົວ​ແບບ​ທຶນ​ນິຍົມ, ​ເຮັດ​ໃຫ້​ປະ​ເທດລາວ ກາຍ​ເປັນ​ປະ​ເທດ​ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເອກະ​ພາບ ​ແລະ ​ວັດທະນາ​ຖາວອນ. ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ ​ສັງຄົມ​ນິຍົມ ​ຢູ່​ອິນດູຈີນ, ອາຊີ​ອາຄະ​ເນ ​ແລະ​ ໃນ​ໂລກ”.
- ​ໂຄງການການ​ເມືອງ​ໄດ້​ກໍານົດ​ໜ້າ​ທີ່​ຕົ້ນຕໍ ​ແລະ​ຈຸດໝາຍ​ການ​ເມືອງ​ສະ​ເພາະ​ໜ້າ​ຂອງ​ການ​ປະຕິວັດ​ລາວ ຄື : 
+ ​ເຊີດ​ຊູ​ຄັນ​ທຸງ​ປະຕິວັດ​ຊາດ ປະຊາທິປະ​ໄຕ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ປວງ​ຊົນ​ທັງ​ຊາດ, ສາມັກຄີ​ທຸກກຳລັງ​ປະຕິວັດ, ທຸກ​ກຳລັງ​ທີ່​ຮັກ​ຊາດ ​ແລະ ​ກ້າວໜ້າ, ສາມັກຄີ​ແໜ້ນ​ແຟ້ນກັບປະຊາຊົນ​ຫວຽດນາມ ​ແລະ ​ປະຊາຊົນ​ກໍາປູ​ເຈຍ; 
+ ຕັ້ງໜ້າ​ກໍ່ສ້າງ ​ແລະ​ຂະຫຍາຍ​ກໍາລັງ​ປະຕິວັດ​ໃນ​ທຸກ​ດ້ານ, ຊຸກຍູ້​ການ​ຕໍ່ສູ້​ເພື່ອ​ປົກ​ປັກ​ຮັກສາ, ປັບປຸງ ​ແລະ ​ເປີດ​ກວ້າງ​ເຂດ​ປົດ​ປ່ອຍ;
+ ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ, ຊຸກຍູ້​ຂະ​ບວນການ​ຕໍ່ສູ້​ຂອງ​ປະຊາຊົນ ​ໃນ​ເຂດ​ສັດຕູ​ຄວບ​ຄຸມ​ຊົ່ວຄາວ, ຜາບ​ແພ້​ທຸກ​ເລ​ກົນ​ຂອງ​ຈັກກະພັດ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ​ແລະ ​ພວກ​ລູກມື​ຂາ​ຍຊາດ, ​ເຮັດ​ໃຫ້​ປະ​ເທດ​ລາວ​ ເປັນປະ​ເທດ​ ສັນຕິພາບ ​ເອກະລາດ ປະຊາທິປະ​ໄຕ ​ເປັນກາງ ​ເອກະ​ພາບ ​ແລະ ​ວັດທະນາ​ຖາວອນ;
+ ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ຕໍ່ສູ້​ເພື່ອ​ສັນຕິພາບ ​ເອກະລາດ​ແຫ່ງ​ຊາດ ປະຊາທິປະ​ໄຕ ​ແລະ​ສັງຄົມ​ນິຍົມ ຢູ່​ອິນ​ດູ​ຈີນ, ອາຊີ​ອາຄະ​ເນ ​ແລະ​ໃນ​ໂລກ...
ສະພາບ​ຕົວ​ຈິງ​ຂອງ​ປະ​ເທ​ດລາວ​ໃນ​ເວລາ​ນັ້ນ ​ແມ່ນ​ມີ​ສອງ​ເຂດ (​ເຂດ​ປົດ​ປ່ອຍ ​ແລະ​ ເຂດ​ກວດກາ​ຊົ່ວ ຄາວຂອງ​ສັດຕູ), ​ໂຄງການ-ການ​ເມືອງ​ຂອງ​ພັກ ​ໄດ້​ວາງ ​ໜ້າ​ທີ່​ລະອຽດ​ໃຫ້​ແຕ່ລະ​ເຂດ​ຢ່າງ​ແທດ​ເໝາະ ​ເຊັ່ນ : 
+ ​ເຂດ​ປົດ​ປ່ອຍ: ປັບປຸງ​ກ້ອນ​ກຳລັງ​ສາມັກຄີ​ປະຊາຊົນ ບັນດາ​ຊົນ​ຊາດ, ​ເພີ່ມ​ທະວີ​ກໍາລັງ​ປະຕິວັດ​ໃນ​ທຸກ​ດ້ານ, ​ເດັດ​ດ່ຽວ​ຜາບ​ແພ້​ທຸກ​ເລ​ກົນ​ຜູ້​ຮຸກ​ຮາ​ນ ຂອງ ​ຈັກກະພັດ​ອາ​ເມ​ລິ​ກາ​ ຜູ້​ຮຸກ​ຮານ ​ແລະ ​ພວກ​ລູກມື​ຂາຍ​ຊາດ;
+ ​ເຂດ​ສັດ​ຕູ​ຄວບ​ຄຸມ​ຊົ່ວຄາວ: ຂົນຂວາຍ, ຈັດຕັ້ງປະຊາຊົນ, ​ເຕົ້າ​ໂຮມ​ທຸກ​ກໍາລັງ​ຂອງ​ຊາດ ​ແລະ​ ປະຊາທິປະ​ໄຕ, ຊຸກຍູ້ຂະ​ບວນການ​ຕໍ່ສູ້​ຕ້ານ ​ຈັກກະພັດ​ ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ ​ແລະ​ ພວກ​ລູກມື​ຂາຍ​ຊາດ, ທວງ​ໃຫ້​ປົວ​ແປງ​ ຊີວິດ​ຄວາມ​ເປັນ​ຢູ່ ​ແລະ ​ປະຕິບັດ​ສິດ​ເສລີພາບ ປະຊາທິປະ​ໄຕ ຂອງ​ປະຊາຊົນ.
- ​ກໍາລັງ​ປະຕິວັດ ໃນ​ໄລຍະ​ການ​ປະຕິວັດ​ຊາດ ປະຊາທິປະ​ໄຕ ປະຊາຊົນ ​ແມ່ນ: “​ກໍາມະກອນ, ຊາວ​ໄຮ່ນາ, ນັກຮຽນ​ຮູ້​ປະຕິວັດ, ນາ​ຍທຶນ​ນ້ອຍ, ນາຍທຶນ​ແຫ່ງ​ຊາດ, ຜູ້​ຊົງ​ຄຸນ​ວຸດ​ທິ ທີ່​ຮັກ​ຊາດ ​ແລະ ​ກ້າວໜ້າ; ​ໃນ​ນັ້ນ ກຳລັງ​ຕົ້ນຕໍ​ແມ່ນ​ກຳມະກອນ ​ແລະ​ຊາວ​ໄຮ່ນາ​ຜູ້​ອອກ​ແຮງງານ,  ພັນທະ​ພາບ​ ກຳມະ ກອນ-ຊາວນາ ​ເຊິ່ງຢູ່​ພາຍ​ໃຕ້​ການ​ນໍາພາ ​ຂອງ​ຊົນ​ຊັ້ນກໍາມະກອນ ​ເປັນ​ປັດ​ໃຈ​ຕັດສິນ ​ແລະ​ ຮັບປະກັນ​ທຸກ​ໄຊຊະນະ​ ຂອງ​ການ​ປະຕິວັດ”.
* ທິດ​ນຳ ​ແລະ​ຮູບ​ການ​ຕໍ່ສູ້​ຂອງ​ການ​ປະຕິວັດ​ລາວ : ​
- ທິດ​ນຳ: ​ຕໍ່ສູ້​ແບບ​ປວງ​ຊົນ, ຮອບດ້ານ, ຍາວ​ນານ ອີງ​ໃສ່​ກຳລັງ​ແຮງ​ຂອງ​ຕົນ​ເອງ​ເປັນຕົ້ນຕໍ, ພ້ອມ​ກັນນັ້ນກໍ່​ຖື​ເປັນ​ສຳຄັນ ​ການ​ຍາດ​ແຍ່ງ​ເອົາ​ການ​ຊ່ວຍ​ເຫລືອ ​ຂອງ​ບັນດາປະ​ເທດ ສັງຄົມ​ນິຍົມອ້າຍ​ນ້ອງ, ໝູນ​ໃຊ້​ຍຸດ​ທະ​ສາດ ​ບຸກຢ່າງ​ເໝາະ​ສົມ, ກຳ​ແໜ້ນ​ຄວາມ​ຮຸນ​ແຮງ​ປະຕິວັດ, ທັງ​ຕໍ່ສູ້ ທັງ​ກໍ່ສ້າງ​ກຳລັງ, ​ເອົາ​ການ​ເມືອງ​ ເປັນ​ກົກ, ການ​ທະຫານ​ເປັນ​ກຳລັງ​ແຮງ, ​ເສດຖະກິດ​ເປັນ​ພື້ນຖານ ສົມທົບ​ບັນດາ​ຮູບ​ການ​ຕໍ່ສູ້​ດ້ວຍ​ອາວຸດ ກັບ​ການ​ຕໍ່ສູ້​ທາງ​ ການ​ເມືອງຢ່າງ​ແໜ້ນ​ແຟ້ນ.​
-  ຮູບ​ການ: ຂະຫຍາຍ​ທຸກ​ຮູບ​ການ​ຕໍ່ສູ້​​ດ້ານ​ການ​ທະຫານ, ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດ ຖະກິດ, ວັດທະນະທຳ​ແນວ​ຄິດ, ກົດໝາຍ ​ແລະ​ອື່ນໆ; ​ໃນ​ນັ້ນ ​ເອົາ​ການ​ຕໍ່ສູ້​ດ້ວຍ​ອາວຸດ ​ແລະ ​ການ​​ເມືອງ​ຂອງມະຫາຊົນ​ເປັນຕົ້ນຕໍ.
ນອກ​ນີ້ ກອງ​ປະຊຸມຍັງ​ໄດ້​ວາງ​ນະ​ໂຍບາຍ​ໃຫຍ່​ຫລາຍ​ດ້ານ​ເຊັ່ນ: ນະ​ໂຍບາຍ​ແນວ​ໂຮມ​ແຫ່ງ​ຊາດ, ຊົນ​ຊາດ, ອຳນາດ​ການ​ປົກຄອງ, ສິດ​ເສລີພາບ ​ປະຊາທິ ປະ​ໄຕ, ນະ​ໂຍບາຍ​ປົດ​ປ່ອຍ​ແມ່ຍິງ​ ​ແລະ ​ອື່ນໆ​ອີກ.
- ​ໂຄງການ-ການ​ເມືອງ ​ໄດ້​ຊີ້ອອກ​ວ່າ: ໜ້າ​ທີ່​ພື້ນຖານ​ທີ່​ມີ​ຄວາມ​ໝາຍ​ຕັດສິນ​ກວ່າ​ໝູ່​ ໃນ​ປັດຈຸບັນ ​ແມ່ນ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພັກ​ໃຫ້​ແໜ້ນ​ແກ່ນ​ເຂັ້ມ​ແຂງ​ ໃນ​ທຸກ​ດ້ານ ຄື: ດ້ານ​ການ​ເມືອງ-​ແນວ​ຄິດ ​ແລະ ​ການຈັດຕັ້ງ, ​ເພີ່ມ​ທະວີ​ລັກ ສະນະ​ຊົນ​ຊັ້ນກໍາມະກອນ ​ແລະ​ ລັກສະນະ​ນໍາ​ໜ້າ​ຕໍ່ສູ້​ຂອງ​ພັກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເຮ​ັດ​ໃຫ້​ມີ​ກໍາລັງ​ຕໍ່ສູ້ ​ແລະ​ມີ​ຄວາມ​ສາມາດ​ນໍາພາ​ທົ່ວ​ປວງ​ຊົນ ຕໍ່ສູ້​ກູ້​ຊາດ​ຕ້ານ​ອາ​ເມ​ລິ​ກາ, ສຳ​ເລັດ​ການ​ປະຕິວັດ​ຊາດ-ປະຊາທິປະ​ໄຕ​ໃນ​ທົ່ວ​ປະ​ເທດ ​ແລະ ​ກຽມ ​ເງື່ອນ​ໄຂ​ອັນ​ຈໍາ​ເປັນ​ທຸກ​ຢ່າງ ​ເພື່ອ​ກ້າວ​ຂຶ້ນສັງຄົມ​ນິຍົມ.
- ​ໂຄງການ-ການ​ເມືອງ​ໄດ້​ເນັ້ນໜັກ ຫລັກການ​ ​ແລະ ​ທິດ​ນໍາ​ ກ່ຽວ​ກັບການກໍ່ສ້າງ​ພັກ ຄື : 
*ຫລັກການກໍ່ສ້າງ​ພັກ :  
+ ພັກ​ຖື​ລັດ​ມິ​ມາກ-​ເລ​ນິນ, ລັດທິ​ຮັກ​ຊາດ​ອັນ​ແທ້​ຈິງ ສົມທົບ​ລັດທິ​ສາກົນ​ກຳມາ​ຊີບ​​ເປັນ​ພື້ນຖານ​ແນວ​ຄິດ ​ແລະ ​ເປັນ​ເຂັມທິດ ສຳລັບ​ການ​ເຄື່ອນ​ໄຫວ​ ທຸກ ​ປະການ;
+ ພັກຈັດຕັ້ງຕາມ​ຫລັກການ​ລວມສູນ​ປະຊາທິປະ​ໄຕ, ບຸກຄົນ​​ຂຶ້ນກັບ​ການຈັດຕັ້ງ, ສຽງ​ສ່ວນ​ໜ້ອຍຂຶ້ນກັບ​ສຽງ​ສ່ວນ​ຫລາຍ, ຂັ້ນລຸ່ມ​ຂຶ້ນກັບ​ຂັ້ນ​ເທິງ, ທົ່ວ​ພັກຂຶ້ນ ກັບ​ ສູນ​ກາງ​ພັກ;
+ ພັກ​ມີ​ລະບຽບ​ວິ​ໃນ​ເຂັ້ມງວດ; 
+ ພັກ​ເປັນ​ກ້ອນ​ກຳລັງ​ສາມັກຄີ​ເອກະ​ພາບທາງ​ດ້ານ​ການ​ເມືອງ, ​ແນວ​ຄິດ, ການຈັດຕັ້ງ ​ແລະ ​ການ​ກະທໍາ, ບໍ່​ອະນຸຍາດ​ໃຫ້​ມີ​ການ​ກະທຳ​ແບ່ງ​ພັກ​ແຍກ​ ພວກ​ໃດໆ​ໝົດ;
+ ພັກ​ເຄື່ອນ​ໄຫວ​ຕາມ​ແນວທາງ​ມະຫາຊົນ, ພົວພັນ​ສະໜິດ​ແໜ້ນ​ກັບ​ມະຫາຊົນ;
+ ພັກ​ເອົາ​ການ​ຕິ​ຊົມ​ຕົນ​ເອງ ​ແລະ​ ຕິ​ຊົມ​ກັນ​ເປັນ​ກົດ​ເກນ​ຂະຫຍາຍຕົວ​ຂອງ​ພັກ. 
* ທິດ​ນຳ​ໃນ​ການ​ກໍ່ສ້າງ​ພັກ : 
+ ການ​ກໍ່ສ້າງ​ພັກ​ຕ້ອງ​ຮັບ​ໃຊ້ ​ແລະ ​ຕິດ​ແໜ້ນ​ກັບ​ການ​ປະຕິບັດ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ​ໃນ​ແຕ່ລະ​ໄລຍະ ​ແລະ​ ຕ້ອງ​ຕິດ​ແໜ້ນ​ກັບ​ຂະ​ບວນການ​ຕໍ່ສູ້​ປະຕິວັດ ຂອງ​ມະຫາຊົນ;
+ ການ​ກໍ່ສ້າງ​ພັກ ຕ້ອງ​ສ້າງ​ທັງດ້ານ​ການ​ເມືອງ, ແນວ​ຄິດ ​ແລະ​ ການຈັດຕັ້ງ;
+ ການ​ສ້າງ​ພັກ ຕ້ອງ​ສ້າງ​ໃນ​ດ້ານ​ປະລິມານ ​ແລະ​ ຄຸນ​ນະພາ​ບ, ​ແຕ່​ຕ້ອງ​ເອົາ​ຄຸນ​ນະພາ​ບເປັນ​ກົກ ​ເພື່ອ​ຮັບປະກັນ​ລັກສະນະ​ຊົນ​ຊັ້ນກໍາມະກອນ ​ແລະ​ ລັກສະນະ​ນຳ​ໜ້າ​ຕໍ່ສູ້​ຂອງ​ພັກ.
- ກອງ​ປະຊຸມ ​ໄດ້​ຕົກລົງ​ປ່ຽນ​ຊື່​ ພັກ​ປະຊາຊົນ​ລາວ ມາ​ເປັນ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໃນ​ປະຈຸ​ບັນ.
 

ຄັ​ດ​ມາ​ຈາກ : http://kpl.gov.la/Page/Political/party2.aspx