ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບວຽກງານງາວໜຸ່ມ ປະຈຳປີ 2017 ແລະ ທິດທາງປີ 2018
ຈຳນວນຜູ້ອ່ານ: 30
ອະນຸມັດວັນທີ: 20/04/2018

    ໃນຕອນເຊົ້າ ຂອງວັນທີ 23 ກຸມພາ 2018 ຄະນະຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ ໄດ້ເປີດກອງປະຊຸມ ສະຫຼຸບວຽກງານງາວໜຸ່ມ ປະຈຳປີ 2017 ແລະ ທິດທາງແຜນການ 2018 ຂຶ້ນຢູ່ທີ່ສະໂມສອນ ຂອງຄະນະຈັດຕັ້ງສູນ ກາງພັກ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ ຮອງຫົວໜ້າ ຄະນະຈັດຕັ້ງສູນກາງພັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນາງ ວິໄລວັນ ເພັງສະຫວັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ, ມີຕາງໜ້າບັນດາກົມ, ຕາງໜ້າສະຫະພັນກຳມະບານ, ຕາງໜ້າສະຫະພັນແມ່ຍິງ ແລະ ສະມາຊິກຊາວໜຸ່ມພາຍໃນຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ 100 ກວ່າສະຫາຍ.

    ກອງປະຊຸມ ໄດ້ຮັບຟັງການສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈຳປີ 2017 ແລະ ທິດທາງ ປີ 2018 ໂດຍ ທ່ານ ນາງ ວຽງຄຳ ແສນສະທິດ ເລຂາຄະນະບໍລິຫານງານຊາວໜຸ່ມຄະນະຈັດຕັ້ງສູນກາງພັກ. ເຊິ່ງໄລ ຍະ 1 ປີຜ່ານມາ ຄະນະບໍລິຫານງານຊາວໜຸ່ມ ໄດ້ສຸມໃສ່ນຳພາທາງດ້ານແນວຄິດການເມືອງ ດ້ວຍການເຂົ້າຮ່ວມຮັບຟັງປະຖະກະຖາໃນວັນສຳຄັນຂອງພັກ-ຂອງຊາດ, ປຸກລະດົມຂົນຂວາຍນ້ຳໃຈຮັກເຊຶື້ອແພງຊາດ ແນ່ໃສ່ຍົກລະດັບ ແລະ ປັບປຸງຄວາມຮັບຮູ້ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເພື່ອກຳແໜ້ນແນວທາງນະໂຍບາຍຂອງພັກ ໃຫ້ເລິກເຊິ່ງ, ອັນພົ້ນເດັ່ວນກວ່າໝູ່ແມ່ນຄະນະບໍລິຫານຊາວໜຸ່ມໄດ້ກໍ່ສ້າງສະມາ ຊິກຊາວໜຸ່ມໄປຄົ້ນຄວ້າຍົກລະດັບທີ່ສູນກາງແບ່ງປັນໃຫ້ມີ: ພາສາອັງກິດ 7 ສະຫາຍ, ພາສາຫວຽດນາມ 3 ສະຫາຍ, ພາສາຈີນ 3 ສະຫາຍ ແລະ ພາສາຢີ່ປຸນ 1 ສະຫາຍ.

    ກອງປະຊຸມຍັງໄດ້ຜ່ານບົດແນະນຳ ເລກທີ 126/ຄຊໜ ລົງວັນທີ 20 ກຸມພາ 2018 ວ່າດ້ວຍການດຳເນີນກອງປະຊຸມໃຫຍໜ່ວຍຊາວໜຸ່ມຮາກຖານ. ນອກຈາກນັ້ນ ກອງປະຊຸມຍັງໄດ້ພ້ອມກັນຮັບຮອງເອົາຂໍ້ກຳນົດ ເລກທີ 128/ຄຊໜ ລົງວັນທີ 21 ກຸມພາ 2018 ວ່າດ້ວຍການຕີລາຄາແບ່ງປະເພດສະມາຊິກຊາວໜຸ່ມ ແລະ ການຈັດຕັ້ງຊາວໜຸ່ມ 4 ບຸກ ປະຈຳປີ 2018.  

    ໃນຕອນທ້າຍ ປະທານກອງປະຊຸມໄດ້ໂອ້ລົມໃຫ້ທິດຕໍ່ກອງປະຊຸມ ເຊິ່ງໄດ້ຊີ້ໃຫ້ເຫັນພາລະກຳປະຫວັດສາດຂອງສະມາຊິກຊາວໜຸ່ມໃນສະໄໝເຮັດການປະຕິວັດ, ເຊິ່ງເປັນແບບຢ່າງມູນເຊື້ອທີ່ດີ, ສະແດງໃຫ້ເຫັນນ້ຳໃຈຮັກຊາດອັນສູງສົ່ງ ທີ່ສະມາຊິກຊາວໜຸ່ມໃນປັດຈຸບັນ ຄວນຢຶດຖື ແລະ ຮໍ່າຮຽນເອົາບົດຮຽນອັນດີ, ຕໍ່ກັບບັນຫາການ ຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ຖືເປັນສຳຄັນ, ເປັນມາດຖານໜຶ່ງ ໃນການຈັດຕັ້ງປະຕິບັດການຕີລາຄາແບ່ງປະເພດຊາວໜຸ່ມ 4 ບຸກ ໃຫ້ເລືອກເອົາຜູ້ທີ່ມີຜົນງານພົ້ນເດັ່ນແທ້, ເພາະກຳລັງຊາວໜຸ່ມແມ່ນຜູ້ສຶບທອດປ່ຽນແທນໃນພາລະກິດປ່ຽນແປ່ງໃໝ່ ແລະ ເປັນເຈົ້າການໃນການປະຕິບັດໜ້າທີການເມືອງ.