ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ຈັດພິທີປາຖະກະຖາ ສະເຫຼີມສະຫຼອງ ວັນກຳມະກອນສາກົນ ຄົບຮອບ 137 ປີ (1 ພຶດສະພາ 1886 – 1 ພຶດສະພາ 2023)
ຈຳນວນຜູ້ອ່ານ: 129
ອະນຸມັດວັນທີ: 08/05/2023

ພາບ: ​ແສງ​ຄຳ; ຂ່າວໂດຍ: ສ. ສົດ​ໃສ

     ວັນ​ທີ 5 ພຶດສະພາ 2023 ທີ່​ສະ​ໂມ​ສອນ​ຂອງ​ຄະນະ​ຈັດ​ຕັ້ງສູນ​ກາງ​ພັກ ​ໄດ້​ຈັດ​ພິທີ​ປາຖະກະຖາສະ​ເຫຼີ​ມສະຫຼອງວັນ​ກຳມະກອນ​ສາກົນ ຄົບຮອບ​ 137 ປີ ​​​ໃຫ້​ກຽດ​​ເປັນ​ປະທານ ​ແລະ ປາຖະກະຖາ​​ໂດຍ​ສະຫາຍ ສົມ​ລຶກ ສຸວັນນະ​ສານ ຄະນະ​ພັກ, ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ຫົວໜ້າ​ສະ​ຖາ​ບັນ​ພັດທະນາ​ກຳມະບານ​ລາວ, ມີສະຫາຍ ພອນ​ສະຫວັນ ​ໄຊຊະນະ ກຳມະການ​ພັກ ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຮັກສາ​ການ​ຫົວໜ້າ​ກົມ​ໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ, ມີ​ສະຫາຍ ຄູນ​ເພັງ ​ໄຊ​ສະຫວາດ ປະທານ​ສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີບັນດາ​ສະຫາຍຄະນະ​ບໍລິ​ຫານ​ງານສະຫະພັນ​ກຳມະບານ, ຄະນະ​​ກຳມະບານຮາກ​ຖານ​ໜ່ວຍ ​ແລະ ສະມາຊິກ​ກຳມະບານ ພາຍ​ໃນ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ​ຈຳ​ນວນ 148 ສະຫາຍ, ຍິງ 58 ສະຫາຍ.

     ໃນພິທີ​ດັ່ງ​ກ່າວ ສະຫາຍ ສົມ​ລຶກ ສຸວັນນະ​ສານ ​ໄດ້​ຍົກ​​ໃຫ້​ເຫັນມູນ​ເຊື້ອ​ປະຫວັດ​ຄວາມ​ເປັນ​ມາ​ຂອງວັນ​ກຳມະກອນ​ສາກົນ ​ທີ່​​ເກີດ​ຂຶ້ນ​ໃນ​ວັນ​ທີ 1 ພຶດສະພາ 1886 ​​ໃນປະ​ເທດສະຫະລັດອາ​ເມຣິກາ​ຢູ່​ຕົວ​ເມືອງ​ຊິ​ກາ​​ໂກ ​ເປັນ​ຄັ້ງ​ທຳ​ອິດ​ທີ່​ຊົນ​ຊັ້ນ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​ໄດ້​ມີ​ການ​ຕໍ່ສູ້ ​ໂດຍ​ຖື​ເອົາ​ເນື້ອ​ໃນ​ຖະ​ແຫຼ່ງການ​ຮຽກຮ້ອງ​ໃຫ້​ພວກ​ນາຍ​ທຶນ​ຕ້ອງ​ປະຕິບັດຕາມ​ການສະ​ເໜີ​ຂອງ​ກຳມະກອນ​ວ່າ: ​ແຕ່ນີ້​ຕໍ່​ໄປ​ບໍ່​ໃຫ້​ກຳມະກອນ​ຜູ້​ໃດ​ເຮັດ​ວຽກ​ເກີນ 8 ຊົ່ວ​ໂມງ​ຕໍ່​ມື້ ຄື: ​ເຮັດ​ວຽກ 8 ຊົ່ວ​ໂມງ​ຕ້ອງ​ພັກຜ່ອນ 8 ຊົ່ວ​ໂມງ. ​ໃນ​ມື້​ນັ້ນ ​ໄດ້​ມີ​ກຳມະກອນ​ນັດ​ຢຸດ​ງານ​ເຖິງ 5.000 ​ແຫ່ງ ​ໃນ​ຕົວ​ເມືອງ​ໃຫຍ່​ຂອງ​ປະ​ເທດ​ສະຫະລັດ​ອາ​ເມຣິກາ ​ເຊັ່ນ: ຊີ​ກາ​ໂກ, ວໍ​ຊິງ​ຕັນ, ນິວຢອກ, ບາ​ຕິ​ມໍ ​ແລະ ຕົວ​ເມື​ອງ​ອື່ນໆ ມີ​ຜູ້​​ເຂົ້າ​ຮ່ວມ​​ເຖິງ 3 ​ແສນ​ກວ່າ​ຄົນ ​ໄດ້​ຮຽກຮ້ອງ  ​ແລະ ບັງຄັບ​ໃຫ້​ນາຍທຶນ ຕ້ອງ​ຮັບຮອງ​ເອົາສິດ​ໃນ​ການ​ເຮັດ​ວຽກ​ຂອງ​ກຳມະກອນ​ໃນ​ມື້ໜຶ່ງ 8 ຊົ່ວ​ໂມງ.

     ການປາຖະກະຖາຄັ້ງ​ນີ້ ​ບັນດາ​ສະມາຊິກ​ກຳມະບານ​ໃນ​ທົ່ວ​ສຳນັກງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຮັບ​ຮູ້ເຊື່ອມ​ຊຶມ​​​ປະຫວັດ​ແຫ່ງການ​ກຳ​ເນີ​ດ, ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ ພາລະ​ກຳ​ປະ​ຫວັດ​ສາດ​ຂອງ​ຊົນ​ຊັ້ນ​ກຳມະກອນ​ສາກົນ, ຮຽນ​ຮູ້​ເຖິງ​ທາດ​ແທ້​ມູນ​ເຊື້​ອປະຕິວັດ, ລັກສະນະ​ອັນ​ດີ​ເລີດ​ຂອງ​ຊົນ​ຊັ້ນ​ກຳມະກອນ​ລາວ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແຕ່​ໃນ​ອະດີດ​ເຖິງ​ປະຈຸ​ບັນ. ​ແນ່​ໃສ່​ປຸກລະດົມ ​ແລະ ສ້າງ​ຈິດ​ສຳນຶກ​ໃຫ້​ແກ່​ສະມາຊິກ​ກຳມະບານ​ໃຫ້​ມີ​ຄວາມ​ບຸກບືນ, ຕັ້ງໜ້າ​ປະກອບສ່ວນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວວຽກ​ງານ​ກຳມະບານ ທັງ​ເປັນ​ການ​ປຸກລະດົມ​ສ້າງ​ຂະ​ບວນການ​ແຂ່ງຂັນ ​​ໃນ​ການ​ປະຕິບັດ​ໜ້າ​ທີ່​ວິຊາ​ສະ​ເພາະ ​ແລະ ປະຕິບັດ​ຂໍ້​ແຂ່ງຂັນ 5 ​ເປັນ​ເຈົ້າ​ຂອງ​ສະຫະພັນ​ກຳມະບານ​ລາວ ຕິດ​ພັນ​ກັບ​ຂໍ້​ແຂ່ງຂັນ “ຮັກ​ຊາດ ​ແລະ ພັດທະນາ” ​ໃຫ້​ເປັນ​ຂະ​ບວນຟົດ​ຟື້ນ ​ແລະ ກວ້າງຂວາງ.