ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປີ 2022 ແລະ ທິດທາງແຜນການປະຈໍາ ປີ 2023 ແລະ ປະຖະກະຖາວັນສ້າງຕັ້ງສະຫະພັນກຳມະບານ ຄົບຮອບ 67 ປີ
ຈຳນວນຜູ້ອ່ານ: 33
ອະນຸມັດວັນທີ: 02/03/2023

ພາບ: ວິລະ​ສະ​ໄໝ, ບານ ມູນ​ປະ​ເສີດ; ຂ່າວໂດຍ: ສ.ສົດ​ໃສ

      ​ວັນ​ທີ 27 ກຸມພາ 2023 ທີ່ສະໂມສອນ ຄະນະຈັດຕັ້ງສູນກາງພັກ ​ໄດ້​ຈັດ​ກອງປະຊຸມສະຫຼຸບ​ຕີ​ລາຄາ​ການຈັດ​ຕັ້ງ​ປະຕິບັດ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 5 ​ເປັນ​ເຈົ້າ ປີ 2022 ແລະ ທິດທາງແຜນການປະຈໍາ ປີ 2023 ຂອງສະຫະ​ພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາ​ງພັກ​ ແລະ ປະຖະກະຖາ ວັນ​ສ້າງ​ຕັ້ງ​ສະຫະພັນ​ກຳມະບານ ຄົບຮອບ 67 ປີ (1 ກຸມພາ 1956 - 1 ກຸມພາ 2023) ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ຄູນ​ເພັງ ​ໄຊ​ສະຫວາດ ປະທານ​ສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຮອງ​ຫົວໜ້າ​ກົມ​ກໍ່ສ້າງ​ພັກ. ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄຳ ຄະນະ​ປະຈຳ​ພັກ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ສະຫາຍ ວິ​ໄລ ວົງ​ຂະ​ເສີມ ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ສະຫາຍ ຄຳ​ປ່ຽນ ​ແກ້ວ​ສໍ​ລະ​ສິງ ຄະນະ​ພັກ ຫົວໜ້າ​ກົມ​ກົງຈັກ​ການຈັດ​ຕັ້ງ ​ແລະ ກົດ​ລະບຽບພັກ ຜູ້ຊ່ວຍຊີ້​ນຳ​ສະຫະພັນ​ກຳມະບານ ຄະນະຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ບັນດາ​ຄະນະ​ບໍລິຫານ​ງານ​ສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ສະມາຊິກ​ສະຫະ​ພັນ ກຳມະບານ​ຮາກ​ຖານແຕ່ລະ​ໜ່ວຍ​ທີ່​ຂຶ້ນ​ກັບຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​​ເຂົ້າ​ຮ່ວມທັງໝົດ 153 ສະຫາຍ, ຍິງ 64 ສະຫາຍ.

​   ກອງປະຊຸມຄັ້ງ​ນີ້ ​​ໄດ້​ຮັບ​ຟັງ​ບົດ​ສະຫຼຸບ, ຕີ​ລາຄາ​​ການຈັດ​ຕັ້ງ​ປະຕິບັດ​​ເນື້ອ​ໃນ​ຂໍ້​​ແຂ່ງ​ຂັນ 5 ​ເປັນ​ເຈົ້າ​ຂອງ​ສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ປະຈຳ​ປີ 2022 ​ແລະ ຜ່ານ​ທິດ​ທາງ​ແຜນການ ປີ 2023 ​ສະເໜີໂດຍ​ສະຫາຍ ຄູນ​ເພັງ ​ໄຊ​ສະຫວາດ ເຊິ່ງ​ເນື້​ອ​ໃນ​ບົດ​ສະຫຼຸບ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຜົນສຳ​ເລັດ​ໃນ​ຫຼາຍ​ດ້ານ ທີ່ຄະນະ​ບໍລິຫານ​ງານສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ເປັນຕົ້ນເອົາ​ໃຈ​ໃສ່​ຕໍ່ວຽກ​ງານ​​ການ​ເມືອງ-​ແນວ​ຄິດ​ເປັນ​ກົກ, ການ​ປະຕິບັດ​ກົດໝາຍ ​ແລະ ລະບຽບ​ການ​ຂອງ​ລັດ, ການ​ພັດທະ​ນາ​ຕົນ​ເອງ ​ແລະ ການຈັດ​ຕັ້ງ, ການ​ປົກ​ປ້ອງ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ ​ແລະ ການ​ປະຕິບັດ​ໜ້າ​ທີ່​ວິຊາ​ສະ​ເພາະ​ຢ່າງ​ປະດິດ​ສ້າງຂອງ​ບັນດາສະມາຊິ​ກກຳມະບານ​ຮາກ​ຖານ​ແຕ່​ລະໜ່ວຍ ​ເຫັນ​ໄດ້ສະມາຊິກກໍາມະບານມີຄວາມຮັບຮູ້, ເຂົ້າໃຈ, ກໍາແໜ້ນຕໍ່ເນື້ອໃນເອກະສານ, ຮັບຮູ້ແນວທາງນະໂຍບາຍ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ,  ຮັກສາໄດ້ຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຈັດຕັ້ງ, ຮັກສາໄດ້ມູນເຊື້ອສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຕັ້ງໜ້າບຸກບືນປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ ເຊິ່ງໃນ 1 ປີຜ່ານມາສະມາຊິກກຳມະບານໄດ້ຮັບການສັບຊ້ອນ, ຈັດວາງ ແລະ ເລື່ອນຕຳແໜ່ງບໍລິຫານ ຈຳນວນ 29 ສະຫາຍ, ຍິງ 11 ສະຫາຍ, ໄດ້ປະຕິບັດນະໂຍບາຍແກ່ສະມາຊິກກຳມະບານເຈັບເປັນເຂົ້າໂຮງໝໍ ຈຳນວນ 4 ສະຫາຍ. ໄດ້ແບ່ງເບົາໃຫ້ຄອບຄົວຂອງ ສະມາຊິກກຳມະບານທີ່ເສຍຊີວິດ ຈຳນວນ 3 ຄັ້ງ ແລະ ມອບເງິນຊ່ວຍເຫຼືອ ໄພພິບັດທຳມະຊາດຢູ່ແຂວງອຸດົມໄຊ ຈຳນວນ 500.000 ກີບ. ຈາກ​ນັ້ນ, ​ໄດ້​ຮັບ​ຟັງ​ການ​ຜ່ານ​ຂໍ້​ຕົກລົງ​ວ່າ​ດ້ວຍ​ການ​ແຕ່ງ​ຕັ້ງ​ຄະນະ​ຮັບຜິ​ດຊອບ​ຂະ​ບວນການ​ແຂ່ງຂັນ 5 ​ເປັນ​ເຈົ້າ ປະຈຳ​ປີ 2023, ​ຜ່ານ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 5 ​ເປັນ​ເຈົ້າ ເຊິ່ງມີ​ຜູ້ຕາງໜ້າ​ກຳມະບານ​ຮາກ​ຖານ ທັງໝົດ 9 ໜ່ວຍ ​ທີ່​ຂຶ້ນ​ກັບ​ສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກໄດ້​ຂຶ້ນ​ຈັບ​ມື​ເພື່ອເປີດບັ້ນຂໍ້ແຂ່ງຂັນ 5 ເປັນເຈົ້າ.

​     ໃນ​ຕອນ​ທ້າຍ​ຂອງ​ກອງ​ປະຊຸມ ສະຫາຍ ວິ​ໄລ ວົງ​ຂະ​ເສີມ ຮອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງສະຫະພັນ​ກຳມະບານ​ລາວ​ ໄດ້​ໃຫ້ກຽດປະຖະກະຖາ​ເລົ່າມູນເຊື້ອປະຫວັດແຫ່ງການເຕີບໃຫຍ່ຂະ ຫຍາຍຕົວຂອງສະຫະພັນກຳມະບານລາວ, ຜົນງານອັນພົ້ນເດັ່ນແຕ່ລະໄລຍະການຕໍ່ສູ້ກູ້ຊາດກໍ່ຄືປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງສະແດງໃຫ້ເຫັນໃນໄລຍະທີ່ຜ່ານມາ ຕະຫຼອດ 67 ປີ ​ ​ພ້ອມທັງ ມີ​ຄຳ​ເຫັນ​ໂອ້ລົມເພື່ອເປັນທິດຊີ້​ນຳ​ໃຫ້​ແກ່​ສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ ໃນການເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ໜ້າ​ທີ່​ຂອງ​ຕົນ​ສຳ​ເລັດ​ເປັນ​ກ້າວໆ.