ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານ ຄັ້ງທີ 4 ສະໄໝ VI
ຈຳນວນຜູ້ອ່ານ: 37
ອະນຸມັດວັນທີ: 10/02/2023

ໂດຍ: ແສງວອນ ແກ້ວນິນັນລັດ

     ເພື່ອສະຫຼຸບຕີລາຄາຄືນຜົນງານການເຄື່ອນໄຫວ ແລະ ແກ້ໄຂວຽກງານທີ່ຍັງຄົງຄ້າງຈຳນວນໜຶ່ງຂອງ ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ໄລຍະໜຶ່ງປີຜ່ານມາ ແລະ ວາງທິດທາງແຜນການ, ວຽກງານຈຸດສຸມໃນຕໍ່ໜ້າ ໃຫ້ໄດ້ຈັດຕັ້ງປະຕິບັດທັນຕາມກຳນົດເວລາ ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ໄດ້ເປີດກອງປະຊຸມສາມັນຄົບຄະນະບໍລິຫານງານ ຄັ້ງທີ 4 ສະໄໝ VI ໃນວັນທີ 03 ກຸມພາ 2023 ທີ່ຫ້ອງປະຊຸມກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ຄຳປ່ຽນ ແກ້ວສໍລະສິງ ກຳມະການຄະນະພັກ, ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ  (ຜູ້ຊ່ວຍຊີ້ນຳວຽກງານກຳມະບານ),​ ມີສະຫາຍ ຄຸນເພັງ ໄຊສະຫວາດ ປະທານສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ, ມີຮອງປະທານ ແລະ ຄະນະບໍລິຫານງານສະຫະ ພັນກຳມະບານ ຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມ.

     ໃນກອງປະຊຸມ ບັນດາສະຫາຍຄະນະບໍລິຫານງານ ໄດ້ພ້ອມກັນຮັບຟັງຮ່າງບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2022 ແລະ ທິດທາງປະຈຳປີ 2023; ຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023; ນອກນັ້ນ,​ ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງຄະນະບໍລິຫານງານສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ, ສັບຊ້ອນ, ຈັດວາງ ຄະນະກຳມະບານຮາກຖານບັນດາກົມ, ຫ້ອງການ, ສູນ ພາຍໃນຄະນະຈັດຕັ້ງສູນກາງພັກ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງເພີ່ມເຕີມກອງເລຂາຂອງຄະນະບໍລິຫານງານ ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ສະໄໝ VI. ຈາກນັ້ນ, ບັນດາສະຫາຍໃນຄະນະບໍລິຫານງານ ຍັງໄດ້ປະກອບຄຳຄິດຄຳເຫັນຕໍ່ 2 ຮ່າງບົດສະຫຼຸບດັ່ງກ່າວ ແລະ ຮ່າງຂໍ້ກຳນົດວ່າດ້ວຍການປະຕິບັດນະໂຍບາຍຕໍ່ສະມາຊິກກຳມະການພາຍໃນຄະນະຈັດຕັ້ງສູນກາງພັກ ພ້ອມທັງປຶກສາຫາລືວຽກງານຈຳນວນໜຶ່ງທີ່ຍັງຄົງຄ້າງ ເພື່ອຊອກຫາວິທີແກ້ໄຂໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

     ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມ ຂອງສະຫາຍ ຄຳປ່ຽນ ແກ້ວສໍລະສິງ ກຳມະການຄະນະພັກ, ຫົວໜ້າກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ  (ຜູ້ຊ່ວຍຊີ້ນຳວຽກງານກຳມະບານ) ຊຶ່ງຄຳເຫັນຂອງສະຫາຍລ້ວນແຕ່ເປັນບົດຮຽນ ແລະ ທັງເປັນທິດເຍື່ອງທາງໃຫ້ຄະນະບໍລິຫານງານສະຫະພັນກຳມະບານ ກໍຄືສະມາຊິກສະຫະພັນກຳມະບານແຕ່ລະສະຫາຍ ເພື່ອນຳໄປໝູນໃຊ້ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານກຳມະບານໃຫ້ມີຜົນສຳເລັດດີຂຶ້ນເທື່ອລະກ້າວ.