ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມພົບປະ-ຊຸກຍູ້ວຽກງານກຳມະບານ ຢູ່ສຳນັກງານຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 56
ອະນຸມັດວັນທີ: 19/10/2022

ໂດຍ: ນາງ ອານຸລັກ ຈິດຕິລາດ

     ວັນ​ທີ 14 ຕຸລາ 2022 ທີ່ສະໂມສອນຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້ຈັດກອງປະຊຸມພົບປະຊຸກຍູ້ວຽກງານກຳມະບານ ລະຫວ່າງ ສູນກາງສະຫະພັນກຳມະບານລາວ ກັບ ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ໂດຍການ​ເປັນ​ປະທານຂອງ ສະຫາຍ ພອນສານ ວິໄລເມັ້ງ ຄະນະ​ພັກ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ເຂົ້າຮ່ວມກອງປະຊຸມມີສະຫາຍ ຄຳປ່ຽນ ແກ້ວສໍລະສິງ ຄະນະພັກ, ຜູ້ຊ່ວຍຊີ້ນໍາສະຫະພັນກໍາມະບານ ຄະນະຈັດຕັ້ງສູນກາງພັກ, ມີຮອງປະທານ, ກໍາມະການຄະນະບໍລິຫານງານ ແລະ ບັນດາສະຫາຍຄະນະໜ່ວຍກໍາມະບານ ຮາກຖານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

     ການພົບປະຄັ້ງນີ້ ມີຈຸດປະສົງ ​ເພື່ອຊຸກຍູ້, ຕິດຕາມ, ກວດກາການເຄື່ອນໄຫວວຽກງານ ຂອງສະຫະພັນກໍາມະບານ ຄະນະຈັດຕັ້ງສູນກາງພັກ ເຊິ່ງໃນກອງປະຊຸມ ສະຫາຍ ຄຸນເພັງ ໄຊສະຫວາດ  ປະທານສະຫະພັນກໍາມະບານ ຄະນະຈັດຕັ້ງສຸນກາງພັກ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກໍາມະບານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງໄດ້ຍົກໃຫ້ເຫັນຜົນງານທີ່ຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງກໍານົດທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນ ກອງປະຊຸມໄດ້ມີການປະກອບຄໍາ ຄິດເຫັນ ແລກປ່ຽນ-ປຶກສາຫາລືກັນລະຫວ່າງສູນກາງສະຫະພັນກໍາມະບານລາວ ແລະ ສະຫະພັນກໍາມະບານ ຄຈສພ  ທັງຕອບແກ້ຂໍ້ຂ້ອງໃຈ, ຖອດຖອນບົດຮຽນ ແລະ ປະສົບການການປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມນີ້ຍັງໄດ້ ແນະນໍາລະອຽດກ່ຽວກັບວຽກງານກໍາມະບານໃຫ້ມີຄວາມຈະແຈ້ງຂຶ້ນຕື່ມ.

     ໃນຕອນ​ທ້າຍ ສະຫາຍ ພອນສານ ວິໄລເມັ້ງ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງໄດ້ຍົກໃຫ້ເຫັນ 4 ພາລະບົດບາດຂອງກໍາມະບານ, ເນັ້ນໜັກໃຫ້ບັນດາສະມາຊິກກໍາມະບານກໍາແໜ້ນພາລະບົດບາດຂອງຕົນເພື່ອປະກອບສ່ວນໃນການເປັນເສນາທິການໃຫ້ຄະນະພັກຂັ້ນເທິງ ຢ່າງມີຄຸນນະພາບ. ​ພ້ອມນັ້ນ, ກໍ່ເຄື່ອນໄຫວວຽກ ກໍາມະບານໃຫ້ມີຄວາມໂລ່ງລ່ຽນ, ມີປະສິດທິຜົນ ແລະ ຍົກສູງວຽກງານກໍາມະບານໃຫ້ພົ້ນເດັ່ນຍິ່ງຂຶ້ນ.