ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄຊປລ ຄຈສພ ຈັດການແຂ່ງຂັນຂຽນບົດສຳມະນາແລກປ່ຽນຄຳເຫັນ
ຈຳນວນຜູ້ອ່ານ: 49
ອະນຸມັດວັນທີ: 26/09/2022

ຂ່າວ: ວິລະສະໄໝ ຍົດບຸນມີ

ພາບ: ບານ ມູນປະເສີດ

       ໂດຍປະຕິບັດຕາມແຜນການດຳເນີນງານຂອງຄະນະບໍລິຫານງານຊາວໜຸ່ມ ຄຈສພ ເພື່ອສ້າງຂະບວນການພັດທະນາການຂຽນບົດສຳມະນາແລກປ່ຽນຄຳເຫັນ, ຝຶກຝົນທັກສະການນໍາສະເໜີບົດ ແລະ ພັດທະນາທັກສະການເວົ້າຢູ່ຕໍ່ໜ້າມວນຊົນ ໃຫ້ມີບັນຍາກາດໃໝ່ໃນການເຄື່ອນໄຫວວຽກງານຊາວໜຸ່ມ; ພາຍຫຼັງກະກຽມຄວາມພ້ອມມາໄດ້ໄລຍະໜຶ່ງ ໃນຕົ້ນເດືອນກັນຍາ 2022 ຄຊປລ ຄຈສພ ໄດ້ຈັດການແຂ່ງຂັນປະກວດຂຽນບົດສຳມະນາແລກປ່ຽນຄຳເຫັນ ຕາມຫົວຂໍ້ທີ່ກຳນົດໃຫ້ 4 ຫົວຂໍ້ ຄື:

1. ຝຶກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດ-ສິນທຳປະຕິວັດ ໃນຖັນແຖວຊາວໜຸ່ມ ຄຈສພ.

2. ຍົກສູງບົດບາດຊາວໜຸ່ມຕໍ່ການປະຕິບັດໜ້າທີ່ວຽກງານຂອງ ຄຈສພ.

3. ເພີ່ມທະວີການຫັນປ່ຽນຢ່າງແຂງແຮງຕໍ່ແນວຄິດຈົ່ງຈຽມ ບໍ່ກ້າຕໍາໜິຕິຊົມ-ກໍ່ສ້າງເຊິ່ງກັນ ແລະ ກັນ.

4. ບາງບົດຮຽນຂອງໜ່ວຍຊາວໜຸ່ມ (ບັນດາກົມ, ຫ້ອງການ) ໃນການສ້າງໜ່ວຍຊາວໜຸ່ມ 4 ບຸກ.

       ເຂົ້າຮ່ວມໃນພິທີດັ່ງກ່າວ ມີສະຫາຍ ພອນສະຫວັນ ໄຊຊະນະ ຄະນະພັກ, ຜູ້ຊ່ວຍຊີ້ນຳວຽກງານຊາວໜຸ່ມ ຄຈສພ, ສະຫາຍ ສຸລິຍາ ພົມມີສິດ ເລຂາຄະນະບໍລິຫານງານຊາວໜຸ່ມ ຄຈສພ, ມີຜູ້ຕາງໜ້າຫ້ອງການ-ບັນດາກົມອ້ອມຂ້າງ ຄຈສພ ທີ່ເປັນຄະນະກຳມະການໃຫ້ຄະແນນ ແລະ ມີສະມາຊິກຊາວໜຸ່ມທົ່ວສຳນັກງານເຂົ້າຮ່ວມ 100 ກວ່າຄົນ.

ຮູບແບບການໃຫ້ຄະແນນບົດສຳມະນາດັ່ງກ່າວ ແມ່ນໃຫ້ຕາມມາດຕະຖານ-ເງື່ອນໄຂທີ່ໄດ້ກຳນົດໄວ້ ຄື:

  1. ດ້ານເນື້ອໃນ: ຕ້ອງຄົບຖ້ວນຕາມໂຄງຮ່າງ ເປັນຕົ້ນ: ສະພາບລວມ ຍົກໃຫ້ເຫັນຄວາມສຳຄັນຂອງຫົວຂໍ້ບົດ, ການຈັດຕັ້ງປະຕິບັດ ຫຼື ຜົນສຳເລັດໃນໄລຍະຜ່ານມາເປັນຄືແນວໃດ, ມີດ້ານທີ່ຕັ້ງໜ້າ, ດ້ານອ່ອນ-ຂໍ້ຄົງຄ້າງ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມທັງມີທິດທາງ ແລະ ວິທີປັບປຸງແກ້ໄຂ ແລະ ມ້ວນທ້າຍດ້ວຍການສະຫລຸບສັງລວມບົດຂຽນ ເຊິ່ງດ້ານເນື້ອໃນນີ້ ມີ 50 ຄະແນນ.
  2. ການສົນທະນາແລກປ່ຽນຄຳເຫັນ ແລະ ການຕອບຄຳຖາມ: ມີຄໍາຕອບທີ່ຖືກຕ້ອງ ເປັນການຊ່ວຍອະທິບາຍ ແລະ ຂະຫຍາຍເນື້ອໃນໃຈຄວາມໃຫ້ເຂົ້າໃຈແຈ່ມແຈ້ງຂຶ້ນຕື່ມ ເຮັດໃຫ້ຜູ້ຕັ້ງຄຳຖາມ ແລະ ຜູ້ຟັງໄດ້ຮັບຄວາມຮູ້ກວ້າງຂວາງຍິ່ງຂຶ້ນ; ຂໍ້ນີ້ ມີ 25 ຄະແນນ.
  3. ພາສາ ແລະ ກິລິຍາທ່າທາງ: ນຳໃຊ້ພາສາຖືກຕ້ອງຕາມຫຼັກໄວຍາກອນລາວ, ມີວາທະສິນໃນການເວົ້າ, ນໍ້າສຽງຊັດເຈນ, ເວົ້າມີຈັງຫວະ ບໍ່ຄ່ອຍ ບໍ່ແຮງຈົນເກີນໄປ ຟັງສະບາຍເຂົ້າໃຈງ່າຍ, ມີການສົ່ງສາຍຕາຕອບ-ຮັບກັບຜູ້ຟັງໃນເວລານຳສະເໜີບົດ ແລະ ເວລາສົນທະນາແລກປ່ຽນຄຳເຫັນກັນ; ການແນະນຳຕົນເອງ, ການວາງໂຕ ແລະ ທ່າທາງໃນການນຳສະເໜີບົດມີຄວາມສະຫງ່າ, ເປັນທຳມະຊາດ ແລະ ຄ່ອງແຄ່ວແບບມືອາຊີບ ... ຂໍ້ນີ້ ມີ 15 ຄະແນນ.
  4. ການຮັກສາເວລາ: ຕ້ອງຢູ່ໃນຂອບເຂດເວລາທີ່ກຳນົດໄວ້ ເຊັ່ນ: ເວລາໃນການນຳສະເໜີບົດ ແລະ ເວລາໃນການຕອບຄຳຖາມ ... ຂໍ້ນີ້ ມີ 10 ຄະແນນ.

ຄະແນນລວມທັງໝົດ 4 ຂໍ້ ມີ 100 ຄະແນນ ເຊິ່ງຜ່ານການແຂ່ງຂັນ ມີໜ່ວຍຊາວໜຸ່ມເຂົ້າຮ່ວມທັງໝົດ 8 ໜ່ວຍ ແລະ ມີຜົນການແຂ່ງຂັນ ດັ່ງນີ້:

ທີໜຶ່ງໄດ້ແກ່: ໜ່ວຍຊາວໜຸ່ມກົມກໍ່ສ້າງພະນັກງານ ມີຄະແນນລວມ 85,44 ຄະແນນ.

ທີສອງໄດ້ແກ່: ໜ່ວຍຊາວໜຸ່ມກົມໂຄສະນາກໍ່ສ້າງພັກ-ພະນັກງານ ມີຄະແນນລວມ 83,88 ຄະແນນ.

ທີສາມໄດ້ແກ່: ໜ່ວຍຊາວໜຸ່ມກົມປ້ອງກັນພັກ-ພະນັກງານ ມີຄະແນນລວມ 83,23 ຄະແນນ.

ລາງວັນຊົມເຊີຍໄດ້ແກ່: ໜ່ວຍຊາວໜຸ່ມຫ້ອງການ 1, ຫ້ອງການ 2, ກົມຄຸ້ມຄອງພະນັກງານ, ກົມກົງຈັກການຈັດຕັ້ງ ແລະ ກົດລະບຽບພັກ, ກົມຈັດຕັ້ງ-ພະນັກງານ ແລະ ກົມກໍ່ສ້າງພັກ.

 

       ການແຂ່ງຂັນປະກວດຂຽນບົດສຳມະນາແລກປ່ຽນຄຳເຫັນຄັ້ງນີ້ ເປັນເທື່ອທຳອິດທີ່ ຄຊປລ ຄຈສພ ຈັດຂຶ້ນ, ເຖິງຈະມີຂໍ້ບົກຜ່ອງບາງປະການ ແຕ່ກໍ່ເປັນການລິເລີ່ມທີ່ດີໃນການພັດທະນາວຽກງານຊາວໜຸ່ມພາຍໃນສຳນັກງານ ທັງເປັນການກໍ່ສ້າງສະມາຊິກຊາວໜຸ່ມໃຫ້ມີຄວາມກ້າຫານໃນການສະແດງອອກຄວາມຮູ້-ຄວາມສາມາດຢ່າງຖືກຕ້ອງ ແລະ ເໝາະສົມ; ພ້ອມນີ້ ກໍ່ເປັນປະສົບການ ແລະ ບົດຮຽນທີ່ດີໃຫ້ແກ່ການຖອດຖອນບົດຮຽນການຈັດການແຂ່ງຂັນໃນຄັ້ງຕໍ່ໄປ.