ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955 – 20 ກໍລະກົດ 2022)
ຈຳນວນຜູ້ອ່ານ: 74
ອະນຸມັດວັນທີ: 27/07/2022

ຂ່າວ: ອໍາ​ໄພ ອຸ​ດົມ​ມີ​ໄຊ

ພາບ: ສໍສົດໃສ, ວຽງພູທອນ.

​    ເພື່ອຮ່ວມ​ສະ​ເຫຼີມ​ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ​ປີ (20 ກໍລະກົດ 1955 – 20 ກໍລະກົດ 2022)​​, ສະ​ຫະ​ພັນ​ແມ່​ຍິງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ຈັດ​ພິ​ທີສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ ໃນ​ວັນທີ 22 ກໍລະກົດ 2022 ເຊິ່ງຕອນ​ເຊົ້າ​ໄດ້ເຂົ້າວາງກະຕ່າດອກໄມ້ທີ່ຫໍພິພິທະພັນ ປະທານ ໄກສອນ ພົມວິຫານ  ເພື່ອສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວ. ຈາກນັ້ນ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສຳຄັນດັ່ງກ່າວຢູ່ທີ່​ສະ​ໂມ​ສອນ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໂດຍການເປັນ​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີທ່ານ ນາງ ວິໄລ ອຸ່ນມີໄຊ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ, ປະທານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ, ມີຄະນະບໍລິຫານງານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ, ຕາງໜ້າໜ່ວຍພັກ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນ​ວາລະ​ດັ່ງ​ກ່າວ ຍັງໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ ໄລຍະ 04 ປີ (2017-2022) ແລະ ວາງທິດທາງແຜນການ 05 ປີ (2021-2025) ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານແມ່ຍິງ ໃນໄລຍະ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ 2022; ໃນການປາຖະກະຖາຄັ້ງ​​ນີ້ ທ່ານ ນາງ ສີໃສ ລືເດດມູນສອນ ໄດ້ເລົ່າ​ຄືນມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອການກຳເນີດ, ການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄືແມ່ຍິງລາວບັນດາເຜົ່າທີ່ໄດ້ອຸທິດຕົນໃນພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປະຈຸບັນ ໂດຍ​ສະ​ເພາະ​ແມ່ນ 5 ຄຸນ​ລັກ​ສະ​ນະ​ທີ່​ເປັນ​ມູນ​ເຊື້ອຂອງ​ແມ່​ຍິງ​ລາວ. ພ້ອມນີ້ ທ່ານຍັງໄດ້ມີຄຳເຫັນໂອ້ລົມ ໃຫ້ທິດ​ຊີ້​ນຳ​​ວຽກ​ງານ​ແມ່​ຍິງ ກໍຄືການເປັນເສນາທິການວ​ຽກ​ງານ​ວິ​ຊາ​ສະ​ເພາະ​ ພ້ອມກັນປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ລວມ​ໃຫ້​ຄ​ະ​ນະ​ພັກ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ໃນ​ໄລ​ຍະ​ໃໝ່.

     ໃນໂອກາດການ​ສະ​ເຫຼີມ​ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 67 ​ປີ​​ຄັ້ງນີ້ ສະ​ຫະ​ພັນ​ແມ່​ຍິງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຍັງ​ໄດ້ໄປທັດສະນະທ່ຽວຊົມແຫຼ່ງທ່ອງທ່ຽວທຳມະຊາດ ແລະ ວັດ​ທະ​ນະ​ທຳຢູ່ເມືອງເຟືອງ ແຂວງວຽງຈັນ ເຊິ່ງນຳພາໂດຍທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ນາງ ວິໄລ ອຸ່ນມີໄຊ ປະທານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ໂດຍໄດ້​ຮັບ​ການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຄຳເພັດ ຈັນສົມພູ ກໍາມະການປະຈຳພັກແຂວງ,  ເລຂາພັກເມືອງ ເຈົ້າເມືອງເມືອງເຟືອງ ​ແລະ ທ່ານ ນາງ ຈັນທະບູນ ໂພສະລາດ ກໍາມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ພ້ອມຄະນະ.

     ໃນການໄປທັດສະນະຄັ້ງ​ນີ້ ສະມາຊິກສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ໄດ້ທ່ຽວຊົມບັນດາແຫຼ່ງທ່ອງທ່ຽວຂອງເມືອງເຟືອງ ເຊິ່ງກຳລັງເປັນທີ່ສົນໃຈຂອງຄົນທັງພາຍໃນ ແລະ ຕ່າງປະເທດ ເຊັ່ນ: ເຂົ້າກາບໄຫວ້ພຣະພຸດທະຮູບ ແລະ ວັດຖຸມຸງຄຸນ ທີ່ວັດສິນໄຊຍະຣາມ ບ້ານໂນນຫີນແຮ່, ທ່ຽວຊົມແຫຼ່ງທ່ອງທ່ຽວທາງທຳມະຊາດ ຫາດດອນກາງ, ອ່າງນ້ຳຕົງ ແລະ ເຮືອແພເຮືອນລາວ.

    ການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກຄືດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນຂະບວນການລວມ ຮ່ວມ​ສະ​ເຫຼີມ​ສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ​ປີ​​ ໃນປີ 2022 ນີ້ ມີບັນຍາກາດເປັນຂະບວນຟົດຟື້ນດີ ສ້າງໄດ້ຄວາມສາມັກຄີຮັກແພງລະຫວ່າງເອື້ອຍນ້ອງແມ່ຍິງດ້ວຍກັນ ແລະ ສືບຕໍ່ກໍ່ສ້າງຜູ້ສືບທອດຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວໃຫ້ຢູ່ຄູ່ແຜ່ນດິນແມ່ຕະຫຼອດໄປ.