ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະບໍລິຫານງານສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ຈັດພິທີປາຖະກະຖາວັນກຳມະກອນສາກົນ ວັນທີ 1 ພຶດສະພາ 2022 ຄົບຮອບ 136 ປີ (1 ພຶດສະພາ 1886 - 1 ພຶດສະພາ 2022)
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 18/05/2022

ຂ່າວ ​ແລະ ພາບ​ ໂດຍ: ສ. ສົດ​ໃສ

     ໂດຍ​ປະຕິບັດ​ຕາມ​​ເນື້ອ​ໃນ​ແຈ້ງການຂອງສູນ​ກາງ​ສະຫະພັນ​ກຳມະບານ​ລາວ​ ສະບັບ​ເລກທີ 440/ສກລ, ລົງ​ວັນ​ທີ 08 ​ເມສາ 2022, ວ່າ​ດ້ວຍ​ການສະ​ເຫຼີ​ມສະຫຼອງ​ວັນ​ກຳມະກອນ​ສາກົນ ຄົບຮອບ 136 ປີ (1 ພຶດສະພາ 1886 - 1 ພຶດສະພາ 2022).

     ໃນ​ວັນ​ທີ 17 ​ພຶດສະພາ 2022 ຄະນະ​ບໍລິຫານ​ງານ​ສະຫະພັນ​ກຳມະບານ ຄະນະ​ຈັດຕັ້ງສູນ​ກາງພັກ ​ໄດ້​ຈັດ​ພິທີ​ປາຖະກະຖາ​ວັນ​ກຳມະກອນ​ສາກົນ ຄົບຮອບ 136 ປີ (1 ພຶດສະພາ 1886 - 1 ພຶດສະພາ 2022) ​ໂດຍ​ການ​ເຜີຍ​ແຜ່​-ປາຖະກະຖາຂອງ​ສະຫາຍ ສົມ​ລຶກ ສຸວັນນະ​ສານ ຄະນະ​ພັກ, ຄະນະ​ບໍລິຫາ​ນງານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ, ຫົວໜ້າ​ສະ​ຖາ​ບັນ​ພັດທະນາ​ກຳມະບານ​ລາວ, ​ມີ​ສະຫາຍ ຄຳ​ປ່ຽນ ​ແກ້ວ​ສໍ​ລະສິງ ຄະນະ​ພັກ ຜູ້​ຊີ້ນຳສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ສະຫາຍ​ ຄຸນ​ເພັງ ​ໄຊ​ສະຫວາດ ປະທານ​ສະຫະພັນ​ກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີບັນດາ​ສະຫາຍ ຄະນະ​ບໍລິ​ຫານ​ງານ, ຄະນະ​ໜ່ວຍ​ກຳມະບານ ​ແລະ ສະມາຊິກ​ກຳມະບານທົ່ວ​ສຳນັກງານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.

     ຈຸດປະສົ​ງ​ໃນ​ການ​ເຕົ້າ​ໂຮມ​ຮັບ​ຟັງ​ປາຖະກະຖາຄັ້ງ​ນີ້ ເພື່ອ​ແນ​ໃສ່​ເຮັດ​ໃຫ້​ບັນດາ​ສະມາຊິກ​ກຳມະບານ​ໃນ​ທົ່ວ​ສຳນັກງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຮັບ​ຮູ້ເຊື່ອມ​ຊຶມ​​​ປະຫວັດ​ແຫ່ງການ​ກຳ​ເນີ​ດ, ​ເຕີບ​ໃຫຍ່​ຂະຫຍາຍຕົວ ​ແລະ ພາລະ​ກຳ​ປະ​ຫວັດ​ສາດ​ຂອງ​ຂະ​ບວນການ​ກຳມະກອນ​ສາກົນ, ຮຽນ​ຮູ້​ເຖິງ​ທາດ​ແທ້​ມູນ​ເຊື້​ອປະຕິວັດ, ລັກສະນະ​ອັນ​ດີ​ເລີດ​ຂອງ​ຊົນ​ຊັ້ນ​ກຳມະກອນ​ລາວ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ແຕ່​ໃນ​ອະດີດ​ເຖິງ​ປະຈຸ​ບັນ.

​     ໃນ​ພິທີຜູ້​ເຂົ້າ​ຮ່ວມ​ໄດ້​ຮັບ​ຟັງ​​ເຖິງ​ສະພາບ​ແວດ​ລ້ອມ, ​ເງື່ອນ​ໄຂ​ທີ່​ກະທົບ, ປະຫວັດ​ແຫ່ງ​ການ​ກຳ​ເນີ​ດ ​ແລະ ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງ​ຊົນ​ຊັ້ນ​ກຳມະກອນ​ໃນ​ທົ່ວ​ໂລກ ​ໃນ​ການ​ຕໍ່ສູ້​ຂອງ​ຊົນ​ຊັ້ນ​ກຳມະ​ກອນ​ສາກົນ ຕະຫຼອດ​ໄລຍະ 136 ປີ ​ແລະ ຕິດ​ພັນ​ຊົນ​ຊັ້ນ​ກຳມະກອນ​ລາວ ກັບ​ການ​ປະກອບສ່ວນ​ໃນ​ພາລະກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ການ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊົນ​ຊັ້ນ​ກຳມະກອນ​ລາວ ຄຽງຄູ່​ກັບ​ການຈັດ​ຕັ້ງ​ປະຕິບັດ​ຂະ​ບວນການ ຂໍ້​ແຂ່ງ​ຂັນ 5 ​ເປັນ​ເຈົ້າ​ຂອງ​ສະຫະພັນ​ກຳມະບານ​ລາວ ຕິດ​ພັນ​ກັບ​ຂໍ້​ແຂ່ງຂັນ “ຮັກ​ຊາດ ​ແລະ ພັດທະນາ”​ ​ໃຫ້​ເປັນ​ຂະ​ບວນການ​ຟົດ​ຟື້ນ ​ແລະ ກວ້າງ​ຂວາງ​ໃນ​ຕໍ່​ໜ້າ...ຯ