ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ສະເຫຼີມສະຫຼອງວັນທີ 8 ມີນາ ຄົບຮອບ 112 ປີ ແລະ ສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ (2016-2022) ແລະ ທິດທາງ ໄລຍະ 5 ປີ (2021-2025)
ຈຳນວນຜູ້ອ່ານ: 29
ອະນຸມັດວັນທີ: 11/03/2022

     ໂດຍ: ອຳໄພ ອຸດົມມີໄຊ

     ໃນວັນທີ 9 ມີນາ 2022 ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີສະເຫຼີມສະຫຼອງວັນທີ 8 ມີນາ ຄົບຮອບ 112 ປີ ແລະ ສະຫຼຸບການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ (2016-2022) ແລະ ທິດທາງ ໄລຍະ 5 ປີ (2021-2025) ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ໃນກອງປະຊຸມມີ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ; ສະຫາຍ ນາງ ສີບານ ສີສະອາດ ກຳມະການຄະນະພັກ, ຮອງຫົວໜ້າກົມກໍ່ສ້າງພັກ, ຜູ້ຊ່ວຍຊີ້ນຳວຽກງານອົງການຈັດຕັ້ງສະຫະພັນແມ່ຍິງ; ມີຄະນະບໍລິຫານງານສະຫະພັນແມ່ຍິງ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍສະມາຊິກສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

     ໃນ​ພິ​ທີ​ດັ່ງ​ກ່າວ ສະ​ຫາຍ ນາງ ວິໄລ ອຸ່ນມີໄຊ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ໄດ້​ເລົ່າ​ຄືນ​ມູນ​ເຊື້ອ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງວັນ​ທີ 8 ມີ​ນາ ຄົບ​ຮອບ 112 ປີ  ເຊິ່ງເປັນວັນ​ປະ​ຫວັດ​ສາດ​ທີ່​ມີມູນເຊື້ອອັນພິລະອາດຫານ ໃນການຕໍ່ສູ້ເພື່ອອິດສະຫຼະພາບ, ຄວາມສະເໝີພາບ ແລະ ກຽດສັກສີຂອງແມ່ຍິງທົ່ວໂລກ, ກອງປະຊຸມໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະ 5 ປີ (2016-2022) ແລະ ທິດທາງ ໄລຍະ 5 ປີ (2021-2025). ທີ່ປະຊຸມ, ຍັງໄດ້ມອບທຸງໄຊ 3 ດີ ໃຫ້ແກ່ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະໄໝທີ VII (2016-2020) ໃຫ້ກຽດມອບໂດຍ ທ່ານ ນ. ສີໃສ ລືເດດມູນສອນ, ມອບໃບຍ້ອງຍໍໃຫ້ແກ່ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ມອບໃບຍ້ອງຍໍໃຫ້ ໜ່ວຍສະຫະພັນແມ່ຍິງກົມ, ຫ້ອງການ ຈຳນວນ 09 ​ໜ່ວຍ, ມອບໃບຍ້ອງຍໍໃຫ້ສະມາຊິກສະພັນແມ່ຍິງ ຈຳນວນ 49 ສະຫາຍ ແລະ ໃບຊົມເຊີຍ ຈຳນວນ 18 ສະຫາຍ. ໃນຕອນບ່າຍຂອງມື້ດຽວກັນ ກໍ່ໄດ້ຈັດຝຶກ​ອົບຮົມ ໃນຫົວຂໍ້: “ວຽກງານພິທີການ ແລະ ມາລະຍາດທາງສັງຄົມ ” ​ເພື່ອ​ຍົກ​ລະ​ດັບ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃຫ້​ແກ່​ສະ​ມາ​ຊິກ​ສະ​ຫະ​ພັນ​ແມ່​ຍິງ ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໂດຍ​ການ​​ໃຫ້​ກຽດຂຶ້ນ​ບັນຍາຍ​ຂອງສະ​ຫາຍ ຈັນ​ຂາວ ພິລາ​ລົມ ຮອງ​ຫົວໜ້າ​ກົມ​ພິທີການ​ທູດ ກະຊວງ ​ການ​ຕ່າງປະ​ເທດ ​ພ້ອມ​ດ້ວຍ​ຄະນະ, ອັນ​ໄດ້ເຮັດ​ໃຫ້​ສະມາຊິກ​ສະຫະພັນ​ແມ່ຍິງສາມາດ​ນຳ​ເອົາ​ຄວາມ​ຮູ້​ດັ່ງກ່າວ​ໄປ​ໝູນ​ໃຊ້​ໃນ​ການ​ປະຕິບັດ​ວຽກ​ງານ ກໍ່​ຄື​ການ​ດຳລົງ​ຊີວິດ​ປະຈຳ​ວັນ ທັງ​ເປັນ​ກາ​ນປະຕິບັດ​ຕາມ​ເນື້ອ​ໃນ​ຂໍ້​ແຂ່ງຂັນ 3 ດີ ໃຫ້ມີ​ຄວາມ​ເຂັ້ມ​ແຂງ​ໃນ​ທຸກ​ດ້ານ.

     ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ນາງ ສີໃສ ລືເດດມູນສອນ ​ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກຍາດມາໄດ້ຕະຫຼອດ​ໄລ​ຍະ 5 ປີ​ຜ່ານ​ມາ ​ພ້ອມ​ທັງໄດ້​ເນັ້ນ​ໜັກ ໃຫ້ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ຕ້ອງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ໜ້າ​ທີ່​ການເມືອງ​ຂອງ​ຕົນ, ເພີ່ມທະວີການຄົ້ນຄວ້າເຊື່ອມຊຶມບັນດາແນວທາງນະໂຍບາຍຂອງ​ພັກ, ​ກົດ​ໝາຍ​ຂອງ​ລັ​ດ, ພັດທະນາ​ຕົນ​ເອງທາງ​ດ້ານ​ຮ່າງກາຍ, ຈິດ​ໃຈ. ມີຄຸນສົມບັດສິນ​ທຳ​ປະ​ຕິ​ວັດ, ກິ​ລິ​ຍາມາ​ລະ​ຍາດ​ທາງ​ສັງ​ຄົມ, ຮັກ​ສາ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ຂອງ​ຊ​າດ ແລະ ປົກ​ປ້ອງ​ກຽດ​ສັກ​ສີ​ຂອງ​ແມ່​ຍິງລາວ ພ້ອມ​ກັນ​​ຈັດ​ຕັ້ງ​ປະ​ຕິ​ບັດຕາມ​ເນື້ອ​ໃນ​ຂໍ້​ແຂ່ງຂັນ​ 3 ດີ  ຕິດພັນກັບວຽກງານວິຊາສະເພາະ ສຳເລັດຜົນຕາມຄາດໝາຍ.