ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກຄັ້ງທີ 13 ສະໄໝທີ VIII
ຈຳນວນຜູ້ອ່ານ: 55
ອະນຸມັດວັນທີ: 09/04/2018

        ໃນຕອນບ່າຍຂອງວັນທີ 7 ກຸມພາ 2017 ທີ່ຜ່ານມາ ຄະນະບໍລິຫານງານຊາວໜຸ່ມ ຄຈສພ ໄດ້ຈັດ ກອງປະຊຸມຄົບຄະນະບໍລິຫານງານຄັ້ງທີ 13 ສະໄໝທີ VIII ຂຶ້ນ ທີ່ຫ້ອງປະຊຸມຊັ້ນ 3 ຄະນະຈັດຕັ້ງສູນກາງພັກ, ພາຍໃຕ້ການເປັນປະທານຂອງ ທ່ານ ນ. ວິໄລວັນ ເພັງສະຫວັດ ຄະນະພັກ, ຜູ້ຊີ້ນໍາວຽກ ງານອົງການຈັດຕັ້ງມະຫາຊົນ, ມີເລຂາ, ຮອງເລຂາ, ຄະນະບໍລິຫານງານຊາວໜຸ່ມ ແລະ ຫົວໜ້າໜ່ວຍເຂົ້າຮ່ວມ 20 ກວ່າສະຫາຍ.

          ກອງປະຊຸມດັ່ງກ່າວພ້ອມກັນປຶກສາຫາລື, ຄົ້ນຄວ້າຫຼາຍບັນຫາທີ່ສຳຄັນເພື່ອເປັນການກະກຽມ ຄວາມພ້ອມທາງດ້ານເນື້ອໃນໃສ່ບົດສະຫຼຸບປະຈຳປີ 2017 ທີ່ຈະໄຂຂຶ້ນໃນມໍ່ໆນີ້, ນອກຈາກນັ້ນກອງ ປະຊຸມຍັງໄດ້ຜ່ານແຜນດຳເນີນງານຂອງຄະນະບໍລິຫານງານຊາວໜຸ່ມວຽກງານຈຸດສຸມໃນປີ 2018 ເປັນຕົ້ນ ແມ່ນການກະກຽມດຳເນີນກອງປະຊຸມໃຫຍ່ຂັ້ນໜ່ວຍຂອງຊາວໜຸ່ມຮາກຖານທີ່ຈະເລີ່ມ ຈັດຕັ້ງປະຕິ ບັດແຕ່ເດືອນ 6 ເປັນຕົ້ນໄປ ໃຫ້ສຳເລັດຢູ່ໃນຊ່ວງເດືອນ 10 ປີ 2018, ນອກຈາກນັ້ນກອງປະຊຸມຍັງໄດ້ ເອກະພາບກັນຮັບຮອງເອົາຂໍ້ກຳນົດວ່າດ້ວຍການຕີລາຄາແບ່ງປະເພດຂອງ ສະມາຊິກຊາວໜຸ່ມກ່ຽວກັບ ການຈັດຕັ້ງຂໍ້ແຂ່ງຂັນ 4 ບຸກຂອງຄະນະບໍລິຫານງານຊາວໜຸ່ມອີກດ້ວຍ ເພື່ອເປັນບ່ອນອີງໃນການເລືອກ ເພັ້ນສະມາຊິກຊາວໜຸ່ມ 4 ບຸກ, ໜ່ວຍຊາວໜຸ່ມ 4 ບຸກໃນປີ 2108.

          ໃນຕອນທ້າຍກອງປະຊຸມ ປະທານກອງປະຊຸມຍັງໄດ້ໃຫ້ທິດຊີ້ນຳໃຫ້ຄະນະບໍລິຫານງານຊາວ ໜຸ່ມເອົາໃຈໃສ່ໃນການກຽມຄວາມພ້ອມທາງດ້ານເນື້ອໃນ, ວິທີ, ຂັ້ນຕອນໃນການຈັດຕັ້ງປະຕິບັດກອງປະ ຊຸມໃຫຍ່ຂັ້ນໜ່ວຍດ້ວຍ ຄວາມຮັບຜິດຊອບສູງຫວັງຢ່າງຍິ່ງວ່າຈະເປັນບົດຮຽນອັນໃໝ່ມາໃຫ້ພວກສະ ຫາຍຈະໄດ້ພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດໃນຕໍ່ໜ້າ.

ໂດຍ: ພະແນກຂໍ້ມູນຂ່າວສານ