ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ສະມາຊິກກຳມະບານ ຄັ້ງທີ VI ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 66
ອະນຸມັດວັນທີ: 26/11/2021

ຂ່າວ: ສ. ສົດ​​ໃສ

ພາບ : ພອນສະຫວັນ + ວິລະສະໄໝ

     ​​ເພື່ອປະຕິບັດ​ຕາມກົດ​ລະບຽບ​ຂອງ​ສະຫະພັນ​ກຳມະບານ​ລາວ ສະ​ໄໝ​ທີ VII, ​ມະຕິ​ຕົກລົງ​ຂອງ​ປະທານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ​ແລະ ການ​ຕົກລົງ​ເຫັນ​ດີ​ຂອງ​ຄະນະ​ປະຈຳ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ອະນຸມັດ​ໃຫ້ເປີດ​ກອງ​ປະຊຸມ​ໃຫຍ່ສະມາຊິກ​ກຳມະບານ ຄັ້ງ​ທີ VI ຂອງ​ສະຫະ​ພັນ​ກຳມະບານຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ; ໃນ​ວັນ​ທີ 26 ພະຈິກ 2021 ຢູ່​ທີ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ສູນ​ກາງ​ພັກ ສະຫະພັນກຳມະບານຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ຈັດກອງ​ປະຊຸມ​ໃຫຍ່ສະມາຊິກ​ກຳມະບານ ຄັ້ງ​ທີ VI ຂອງຕົນຂຶ້ນ ໂດຍ​ເປັນ​ກຽດ​​ເຂົ້າ​ຮ່ວມ​ຂອງ​ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ເລຂາຄະນະພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານສູນກາງສະຫະ​ພັນ​ກຳມະບານລາວ, ມີສະມາຊິກກຳ​ມະ​ບານ​ ​ພ້ອມດ້ວຍ​​ແຂ​ກຖືກ​ເຊີນເຂົ້າ​ຮ່ວມ.

     ໃນວາລະກອງປະຊຸມ ​ ​​ສະຫາຍ ວິລະ​ພັນ ສີ​ລິ​ທຳ ​ປະທານ​ສະຫະພັນ​ກຳມະບານຄະນະ​ຈັ​ດຕັ້ງ​ສູນ​ກາງ​ພັກ ໄດ້​ຜ່ານ​ຮ່າງ​ລາຍງານການເມືອງ, ຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຕະຫຼອດໄລຍະ 5 ປີຜ່ານມາ, ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາຍເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ພ້ອມນີ້ ກໍ່ໄດ້ຜ່ານຮ່າງ​ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານສະຫະພັນ​ກຳມະບານຄະນະຈັດ​ຕັ້ງ​ສູນ​ກາງ​ພັກ ສະໄໝທີ V, ແຜນພັດທະນາວຽກ​ງານ​ກຳມະບານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ເປັນເອກະພາບກັນຮັບຮອງເອົາທິດທາງແຜນການ 5 ປີຕໍ່ໜ້າ.

     ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານສະຫະພັນ​ກຳມະບານຄະນະຈັດ​ຕັ້ງ​ສູນ​ກາງ​ພັກ ຊຸດໃໝ່ 9 ສະຫາຍ, ຍິງ 1 ສະຫາຍ ຈາກຜູ້ສະໝັກ 12 ສະຫາຍ, ຍິງ 3 ສະຫາຍ.

     ກອງປະຊຸມຄັ້ງ​ປະຖົມ​ມະ​ເລີກ ໄດ້ເປັນເອກະສັນກັນເລືອກເອົາສະຫາຍ ຄູນເພັງ ໄຊສະຫວາດ ເປັນປະທານຄະນະບໍລິຫານງານ ສະຫະພັນກຳມະບານຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະໄໝທີ VI, ສະຫາຍ ປອ ສິນນະຄອນ ດວງບັນດິດ ເປັນຮອງປະທານຄະນະບໍລິຫານງານ ທັງເປັນປະທານກວດກາ, ສະຫາຍ ມະນີ ກ່ານສີລາ ເປັນຮອງປະທານຄະນະບໍລິຫານງານ, ສະຫາຍ ສາດທະສິນ ຫຼວງຄູນ ເປັນຮອງປະທານກວດກາ.

     ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າ​ຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານສູນກາງສະຫະ​ພັນ​ກຳມະບານລາວ, ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດຂອງຄະນະ​ບໍລິຫານ​ງານ ສະຫະພັນກຳມະບານຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ສະມາຊິກກຳມະບານທົ່ວ​ສຳນັກງານ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໃນໄລຍະ 5 ປີຜ່ານມາ ແລະ ຊົມເຊີຍຕໍ່ບັນດາສະຫາຍຄະນະບໍລິຫານງານສະຫະພັນກຳມະບານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຊຸດໃໝ່ ພ້ອມ​ກັບ​ໃຫ້​ທິດຊີ້ນຳ ເພື່ອ​ປັບປຸງ, ​ແກ້​ໄຂ​​ດ້ານ​ອ່ອນ-ຂໍ້ຄົງຄ້າງ ພ້ອມກັນສຸມ​ທຸກ​ສະຕິ​ປັນຍາ​ເຫື່ອ​ແຮງ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດຊາດ, ​​ຊີ້​ນຳ-ນຳພາ ​ຈັດຕັ້ງປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່ຄັ້ງ​ນີ້ ​ໃຫ້​ມີຜົນສຳເລັດໃໝ່ທີ່ກ້າວໜ້າ...ຯ