ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ຫວນຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ແລະ ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ຄຈສພ ຄັ້ງທີ XI
ຈຳນວນຜູ້ອ່ານ: 27
ອະນຸມັດວັນທີ: 23/08/2021

          ໃນວັນທີ 17 ສິງຫາ 2021 ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 66 ປີ ແລະ ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ XI ໃຫ້ກຽດເປັນປະທານ ແລະ ປາຖະກະຖາ ໂດຍສະຫາຍ ນາງ ວິໄລ ອຸ່ນມີໄຊ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຕະຫຼອດໄລຍະ 66 ປີ ຂອງວັນທີ 20 ກໍລະກົດ ແລະ ຜົນງານການເຄື່ອນໄຫວອັນພົ້ນເດັ່ນຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ທີ່ໄດ້ປະຕິບັດໜ້າທີ່ຕາມສິດ ແລະ ພາລະບົດບາດຂອງຕົນຄຽງບ່າຄຽງໄຫຼ່ກັບເພດຊາຍເຂົ້າໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ກໍຄືການປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການຊີ້ນຳ-ນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ຈຸດປະສົງເພື່ອໃຫ້ເອື້ອຍນ້ອງສະຫະພັນແມ່ຍິງ ຄຈສພ ໄດ້ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງຂອງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວນັບຕັ້ງແຕ່ອະດີດມາຈົນເຖິງປະຈຸບັນ.

          ນອກຈາກນັ້ນ, ຍັງໄດ້ໃຫ້ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຄຈສພ ຄັ້ງທີ XI ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ ໃນປີ 2020-2021 ທີ່ສະຫະພັນແມ່ຍິງ ຄຈສພ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງ ແລະ ວຽກງານວິຊາສະເພາະຂອງຕົນສຳເລັດຜົນເປັນຢ່າງດີ. ນອກຈາກນີ້ ສະຫະພັນແມ່ຍິງ ຄຈສພ ຍັງໄດ້ເອົາໃຈໃສ່ປະ​ຕິ​ບັດ​ຂໍ້​ແຂ່ງ​ຂັນ 3 ດີ ຕິດ​ພັນ​ກັບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ ແລະ ວຽກ​ງານ​ວິ​ຊາ​ສະ​ເພາະຂອງ​ຕົນ ໃນ​ສົກ​ປີ 2019-2020 ຜ່ານມາ ມີສະ​ມາ​ຊິກ​ສະ​ຫະ​ພັນ​ແມ່​ຍິງ 3 ດີ ປະ​ເພດ 1 ຈໍານວນ 62 ສະຫາຍ ກວມ 83%, ປະເພດ 2 ມີ 12 ສະຫາຍ ກວມ 16%, ໜ່ວຍ 3 ດີ ປະເພດ 1 ໄດ້ 100%, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ໄລຍະ 4 ປີ (2016-2019) ສະມາຊິກສະຫະພັນແມ່ຍິງ 3 ດີປະເພດ 1 ໄດ້ 49 ສະຫາຍ, 3 ດີ ປະເພດ 2 ໄດ້ 18 ສະຫາຍ, ໜ່ວຍ 3 ດີປະເພດ 1 ໄດ້ 100%.