ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຊາວໜຸ່ມຄະນະຈັດຕັ້ງສູນກາງພັກ ສຳເລັດການປັບປຸງໂປຼແກຼມຄຸ້ມຄອງສະມາຊິກຊາວໜຸ່ມ
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 13/08/2021

ໂດຍ: ວິລະສະໄໝ

     ການເກັບກຳສະຖິຕິຊາວໜຸ່ມຢູ່ພາຍໃນສຳນັກງານຂອງຕົນໃນໄລຍະຜ່ານມາແມ່ນນຳໃຊ້ແບບຈົດບັນທຶກ ແລະ ເກັບໄວ້ໃນເຈັ້ຍ ເປັນສະບັບເອກະສານ, ບາງຄັ້ງກໍ່ມີການຕົກເຮັ່ຍເສຍຫາຍ ຫຼື ພົບຄວາມຫຍຸ້ງຍາກ ແລະ ຊັກຊ້າ ໃນເວລາຕ້ອງການຊອກຫາປະຫວັດ ຫຼື ສະຖິຕິສະມາຊິກຊາວໜຸ່ມໃນແຕ່ລະໄລຍະ.

     ເມື່ອເຫັນໄດ້ຂໍ້ຫຍຸ້ງຍາກຄືດັ່ງກ່າວ ຄະນະຮັບຜິດຊອບຈິ່ງໄດ້ຄົ້ນຄວ້າຊອກຫາວິທີທີ່ສະດວກວ່ອງໄວທັນກັບສະ ພາບການພັດທະນາຂອງຍຸກສະໄໝເປັນລຳດັບມາ ເຊິ່ງເມື່ອກ່ອນໂປຼແກຼມຄຸ້ມຄອງສະຖິຕິສະມາຊິກຊາວໜຸ່ມ ຄຈສພ ໄດ້ລິເລີ່ມ ແລະ ໄດ້ຮັບການພັດທະນາມາຈາກຄະນະຮັບຜິດຊອບວຽກງານຄຸ້ມຄອງສະຖິຕິສະມາຊິກຊາວໜຸ່ມ ໂດຍສະ ເພາະແມ່ນຄະນະບໍລິຫານງານຊາວໜຸ່ມ ຄຈສພ ທີ່ເປັນວິຊາການສັງກັດໃນພະແນກຂໍ້ມູນຂ່າວສານ ຫ້ອງການ ຄຈສພ ສົມທົບກັບສະມາຊິກຊາວໜຸ່ມພະແນກກ່ຽວຂ້ອງ ໄດ້ຂຽນໂປຼແກຼມນີ້ຂຶ້ນມາ ແລະ ໄດ້ທົດລອງນຳໃຊ້ໂປຼແກຼມ ດັ່ງກ່າວນີ້ແຕ່ປີ 2016 ເປັນຕົ້ນມາ.

     ຜ່ານການນຳໃຊ້ວຽກງານຕົວຈິງໃນໄລຍະຜ່ານມາ ເຫັນວ່າຍັງມີບາງຂໍ້ມູນທີ່ບໍ່ທັນຕອບສະໜອງໄດ້ຕາມຄວາມ ຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່, ດັ່ງນັ້ນ ຄະນະຮັບຜິດຊອບກ່ຽວຂ້ອງຈິ່ງໄດ້ປັບປຸງຄືນໃໝ່ໃຫ້ໂປຼ ແກຼມສາມາດສັງລວມຂໍ້ມູນສະຖິຕິສະມາຊິກຊາວໜຸ່ມໄດ້ກວ້າງຂວາງ ເລິກເຊິ່ງ ແລະ ວ່ອງໄວທັນການຂຶ້ນກວ່າເກົ່າ.

     ໃນວັນທີ 11 ສິງຫາ 2021 ນີ້ ໄດ້ມີການຈັດຝຶກອົບຮົມການນຳໃຊ້ໂປຼແກຼມດັ່ງກ່າວ ໃຫ້ແກ່ໜ່ວຍງານຮັບຜິດຊອບໂຄສະນາຂໍ້ມູນຂ່າວສານ ແລະ ຄຸ້ມຄອງສະຖິຕິຊາວໜຸ່ມ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພູຂົງ ພິລາເພັດ ວ່າການແທນຫົວໜ້າຫ້ອງການ ຄຈສພ, ມີສະຫາຍ ຄອນຄຳ ໂສລັດຕະນະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຄຈສພ, ມີພະນັກງານພະແນກຂໍ້ມູນຂ່າວສານ, ວິທະຍາກອນ ແລະ ສຳມະນາກອນເຂົ້າຮ່ວມ. ຈຸດປະສົງໃນການຝຶກອົບຮົມ ເພື່ອສ້າງຄວາມເຂົ້າໃຈຕໍ່ລະບົບໂປຼແກຼມຄຸ້ມຄອງສະມາຊິກຊາວໜຸ່ມ ພ້ອມທັງເປັນການຝຶກແອບໃຫ້ຜູ້ເຂົ້າຮ່ວມຮັບຮູ້ ເຂົ້າໃຈຕໍ່ຂະບວນການ ແລະ ລະບົບການເຮັດວຽກຂອງໂປຼແກຼມດັ່ງກ່າວ ພ້ອມກັບແນະນຳວິທີຂັ້ນຕອນດ້ວຍທິດສະດີ ແລະ ພາກປະຕິບັດຕົວຈິງໃນການນຳໃຊ້ໂປຼແກຼມ.

     ໂປຼແກຼມຄຸ້ມຄອງສະມາຊິກຊາວໜຸ່ມ ໄດ້ຮັບການປຸງເປັນແຕ່ລະໄລຍະ ເຊິ່ງເປັນຜົນສຳເລັດ, ເປັນຜົນງານ ແລະ ເປັນບາດກ້າວທີ່ດີໃຫ້ແກ່ການສືບຕໍ່ພັດທະນາໂປຼແກຼມອື່ນໃນການເກັບກຳຂໍ້ມູນ ສະຖິຕິ ແລະ ຄຸ້ມຄອງພະນັກງານ ໃນສຳນັກງານຂອງຕົນຕໍ່ໄປພາຍໜ້າ; ຜົນສຳເລັດດັ່ງກ່າວນີ້ ສາມາດເປັນບົດຮຽນ ແລະ ເປັນຕົວແບບໃຫ້ຄະນະບໍລິຫານງານຊາວໜຸ່ມຈາກພາກສ່ວນອື່ນມາຖອດຖອນບົດຮຽນນຳໄດ້.