ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນແມ່ຍິງ 4 ອົງການພັກ ຈັດກອງປະຊຸມທາບທາມບຸກຄະລາກອນອອກສະໝັກເລືອກຕັ້ງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 2
ຈຳນວນຜູ້ອ່ານ: 45
ອະນຸມັດວັນທີ: 20/07/2021

ໂດຍ: ນ. ຄຳ​ສະ​ຫວັນ ພົມ​ມະ​ວົງ

     ໃນວັນທີ 16 ກໍລະກົດ 2021 ທີ່ສະໂມສອນຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນອອກສະໜັກເລືອກຕັ້ງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 02 ໂດຍການໃຫ້​ກຽດເຂົ້າຮ່ວມຂອງ​ສະ​ຫາຍ ນາງ ບຸດສະ​ດີ ທະ​ນະ​ເມືອງ ກຳ​ມະ​ການ​ສູນ​ກາງ​ພັກ, ຄະ​ນະ​ພັກ, ຮອງ​ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ຊີ້​ນຳ​ອົງ​ການ​ຈັດ​ຕັ້ງ​ແມ່​ຍິງ ​ຄະ​ນະ​ຈັດຕັ້ງ​​ສູນ​ກາງ​ພັກ, ມີສະ​ຫາຍ ນາງ ວິ​ໄລ​ວັນ ເພັງ​ສະ​ຫວັດ ຄະ​ນະ​ພັກ ​ຄະ​ນະ​ຈັດ​ຕັ້ງ​ສູ​ນ​ກາງ​ພັກ ຫົວ​ໜ້າ​ກົມ​ຈັດ​ຕັ້ງ-ພະ​ນັກ​ງານ, ມີບັນ​ດາການ​ນຳ​ເພດ​ຍິງ​ຂັ້ນ​ຮອງ​ກົມ​ຂຶ້ນ​ໄປ, ປະ​ທານ, ຮອງ​ປະ​ທານ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງ​ 04 ອົງ​ການ​ຈັດຕັ້ງ​ພັກ ຄື: ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ຄະ​ນະ​ກວດ​ກາ​ສູນ​ກາງ​ພັກ, ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ ແລະ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ເຂົ້າຮ່ວມທັງໝົດ 38 ທ່ານ.

     ຈຸດ​ປະ​ສົງ​ໃນ​ກາ​ນ​ທາບ​ທາມບຸກຄະລາກອນອອກສະໜັກເລືອກຕັ້ງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ແມ່ນເພື່ອ​ຮັບ​ປະ​ກັນ​ທາງ​ດ້ານ​ຄຸນ​ນະ​ພາບ ແລະ ຖືກ​ຕ້ອງ​ຕາມ​ມາດຕະ​ຖານ​ເງື່ອນ​ໄຂ​ຂອງ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວວາງ​ອອກ​ ທັງຮັບປະກັນທາງດ້ານໂຄງປະກອບໃຫ້ມີພະນັກງານນໍາພາທັງ 03 ຮຸ່ນ; ໃນພິທີ ສະ​ຫາຍ​ ນາງ ວິ​ໄລ ​ອຸ່ນ​ມີ​ໄຊ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ, ປະ​ທານ​ສະ​ຫະ​ພັນ​ແມ່​ຍິງຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ຜ່ານບົດແນະນຳ ແລະ ​ແຈ້ງ​ກາ​ນ​ຂອງຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ສະ​ບັບ​ເລກ​ທີ 104/ຄ​ຈ​ສ​ພ ວ່າ​ດ້ວຍ​ການ​ສົມ​ທົບ​ການ​ທາບ​ທາມ​ບຸກ​ຄະ​ລາກ​ອນ​​ເພື່ອ​ຄັດ​ເລືອກ​ເປົ້​າ​ໝາຍ​ບຸກ​ຄະ​ລາ​ກອນ​ອອກ​ສະ​ໝັກ​ຮັບເລືອກຕັ້ງ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ຮອບທີ 02.

     ໃນ​ໂອກາດດັ່ງກ່າວ ສະ​ຫາຍ​ນາງ ບຸດ​ສະ​ດີ ທະ​ນະ​ເມືອງ ໄດ້​ມີ​ຄຳ​ເຫັນ​ໂອ້​ລົມຕໍ່​ກອງ​ປະ​ຊຸມ ເຊິ່ງ​ສະ​ຫາຍ​ໄດ້​ເນັ້ນ​ໜັກ​ບາງດ້ານ​ເຖິງມາດຕະຖານ ແລະ ເງື່ອນໄຂຂອງເພດຍິງທີ່ຈະອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ​ເປັນ​ຕົ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ, ດ້ານຄວາມຮູ້ຄວາມສາມາດ, ແບບແຜນການນຳພາ ແລະ ວິທີເຮັດວຽກ ແລະ ດ້ານສຸຂະພາບ ເພື່ອຄັດເລືອກໃຫ້ໄດ້ບຸກຄະລາກອນທີ່ດີມີຄຸນະພາບຕາມມາດຕະຖານ ແລະ ເງື່ອນໄຂທີ່ໄດ້ກຳນົດໄວ້.