ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ ບັນດາໜ່ວຍກຳມະບານຮາກຖານກົມ ທີ່ຂຶ້ນກັບ ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 59
ອະນຸມັດວັນທີ: 02/04/2021

ໂດຍ: ສ.ສົດ​ໃສ

          ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ປະທານ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະຫະພັນ​ກຳມະບານ​ລາວ ສະບັບ​ເລກທີ 564/ສກລ, ລົງ​ວັນ​ທີ 11 ມິຖຸນາ 2020 ວ່າດ້ວຍ​ການ​ກະກຽມ, ດຳ​ເນີນ​ກອງ​ປະ ຊຸມ​ໃຫຍ່​ຄະນະ​ບໍລິຫານ​ງານສະຫະພັນ​ກຳມະບານ​ກະຊວງ-ອົງການ, ​ແຂວງ​ນະຄອນຫຼວງ, ​ເມືອງ ​ແລະ ຮາກຖານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ໃນ​ທ້າຍ​ເດືອນ​ມີນາ 2021 ບັນດາ​ໜ່ວຍ​ກຳມະ ບານ​ຮາ​ກຖານກົມທີ່​ຂຶ້ນ​ກັບສະຫະພັນກຳມະບານ ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ ຄັ້ງທີ I ຂອງ​ຕົນຂຶ້ນ ​ໂດຍ​ການ​ເຂົ້າ​ຮ່ວມ​​ເປັນ​ປະທານຂອງຕາງໜ້າຄະນະ​ບໍລິຫາ​ນງານ​ສະຫະພັນ​ກຳມະບານຄະນະ​ຈັດຕັ້ງສູນ​ກາງ​ພັກ, ເລຂາ​ໜ່ວຍ​ພັກ, ຮອງ​ເລຂາ​ໜ່ວຍ​ພັກ, ​ບັນດາ​ຫົວໜ້າ-ຮອງ​ຫົວໜ້າ​ໜ່ວຍ​ກຳມະບານ​ຮາກ​ຖານ​ແຕ່​ລະກົມ ພ້ອມ​ດ້ວຍສະມາຊິກ​ກຳມະ ບານ​ຂອງ​ແຕ່ລະ​ໜ່ວຍ​ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ.

          ກອງປະຊຸມໃຫຍ່ ໄດ້ຮັບ​ຟັງບົດສະຫຼຸບວຽກງານກໍາມະບານ ໃນໄລຍະ 4 ປີ (2017-2020) ຜ່ານມາຂອງໜ່ວຍກໍາມະບານຮາກຖານກົມຂອງ​ຕົນ ເຊິ່ງໄດ້​ຍົກໃຫ້​ເຫັນ​ຜົນງານໃນຕະຫຼອດໄລຍະຜ່ານມາ, ​ໂດຍໜ່ວຍໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ແລະ ນຳພາສະມາຊິກກໍາມະບານ ຈັດຕັ້ງປະຕິບັດໜ້າທີ່ີວຽກງານ ​ເຊິ່ງມີ​ຜົນສຳ​ເລັດ​​ຫຼາຍ​ດ້ານ. ພ້ອມ​ກັນ​ນັ້ນ, ກໍໄດ້ກໍານົດ​ທິດ​ທາງ​ແຜນການ ​ປີ2021-2025 ເຊິ່ງໄດ້ກຳນົດ​ຄາດໝາຍ​ສູ້​ຊົນ​ໃນ​ແຕ່​ລະ​ດ້ານ​ຄື: ດ້ານ​ການ​ເມືອງ-​ແນວ​ຄິດ, ດ້ານການຈັດຕັ້ງ, ດ້ານການຍົກລະດັບສະມາຊິກກຳມະ ບານ, ​ດ້ານວຽກ​ງານວິຊາ​ສະ​ເພາະ ແລະ ດ້ານຂະບວນການ.

          ຈາກ​ນັ້ນ, ບັນດາສະມາຊິກກຳມະບານ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງກັບ ມາດຕະຖານ, ເງື່ອນໄຂທີ່ກຳນົດໄວ້; ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາຄະນະໜ່ວຍກໍາມະບານຮາກຖານກົມຊຸດ​ໃໝ່ ​ຂອງ​ບັນດາໜ່ວຍມີລາຍ​ລະອຽດ​​ດັ່ງ​ນີ້:

  1. ໜ່ວຍ​ກຳມະບານ​ຮາກ​ຖານ​ກົມກົງຈັກ​ການຈັດ​ຕັ້ງ ​ແລະ ກົດ​ລະບຽບ​ພັກ ​ເລືອກ​ໄດ້ ສະຫາຍ ສິນ​ນະຄອນ ດວງ​ບັນ​ດິດ  ​ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ​ເທບ​ລັດຕະນະ ສຸກ​ໃສ​ວັນ ​ແລະ ສະຫາຍ ນາງ ພອນ​ແກ້ວ ​ແສງ​ມະນີ ເປັນຮອງ​ຫົວໜ້າ​ໜ່ວຍ.
  2. ໜ່ວຍ​ກຳມະບານ​ຮາກ​ຖານ​ກົມ​ຈັດ​ຕັ້ງ​ພະນັກງານ ​ເລື​ອກ​ໄດ້ ສະຫາຍ ສີ​ວົງ​ໄຊ ທອງພັນ ​ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ສາດ​ທະ​ສິນ ຫຼວງ​ຄຸນ ​ແລະ ສະຫາຍ ນາງ​ ບຸນ​ມີ ອ່ອນ​ພະຈັນ ​ເປັນຮອງ​ຫົວໜ້າ​ໜ່ວຍ.
  3. ໜ່ວຍ​ກຳມະບານ​ຮາກ​ຖານ​ກົມ​ໂຄສະນາ​ກໍ່ສ້າງ​ພັກ-ພະນັກງານ ​ເລືອກ​ໄດ້ ສະຫາຍ ນາງ ​ແສງວອນ ​ແກ້ວ​ນິນັນ​ລັດ​ ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ນາງ ​ແສງ​ແກ້ວ​ ພົມມະ​ວົງ ​ ​ແລະ ສະຫາຍ ສໍ​ສົດ​ໃສ ດວງ​ປັນຍາ ​​ເປັນຮອງ​ຫົວໜ້າ​ໜ່ວຍ.
  4. ໜ່ວຍ​ກຳມະບານ​ຮາກ​ຖານ​ກົມ ຄຸ້ມຄອງ​ພະນັກງານ ເລືອກ​ໄດ້ ສະຫາຍ ທົງ​ສັກ ກົມມະ​ເມືອງ​ ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ນາງ ​ທອງ​ສຸກ ບຸດ​ດາ​ວັນ​ ​ແລະ ສະຫາຍ ສົມ​ຈິດ ພົມ​ມະກອນ ​​ເປັນຮອງ​ຫົວໜ້າ​ໜ່ວຍ.
  5. ໜ່ວຍ​ກຳມະບານ​ຮາກ​ຖານ​ກົມ ກໍ່ສ້າງ​ພັກ ເລືອກ​ໄດ້ ສະຫາຍ ດອນ ​ໄພ​ວົງ​ ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ນາງ ​ສຸລິນ​ທາ  ຄູ​ນມີ​ໄຊ​ ​ແລະ ສະຫາຍ ນາງ ສຸດ​ສະ​ດາ ​ເຜົ່າ​ສະ​ດາ ​​ເປັນຮອງ​ຫົວໜ້າ​ໜ່ວຍ.
  6. ໜ່ວຍ​ກຳມະບານ​ຮາກ​ຖານ​ກົມ ປ້ອງ​ກັນ​ພັກ-ພະນັກງານ ເລືອກ​ໄດ້ ສະຫາຍ ຄູນ​ເພັງ ​ໄຊ​ສະ​ຫວາດ ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ຄຳ​ຊະນິດ ​ໄຊ​ບຸນ​ເຮືອງ​ ​ແລະ ສະຫາຍ ສີສະ​ຫວັນ ພິມ​ມະ​ສອນ ​​ເປັນຮອງ​ຫົວໜ້າ​ໜ່ວຍ.
  7. ໜ່ວຍ​ກຳມະບານ​ຮາກ​ຖານ​ກົມ ກໍ່ສ້າງ​ພະນັກງານ ເລືອກ​ໄດ້ ສະຫາຍ ນາງ ດາ​ລີ​ວັນ ​ແສງ​ສຸພາ​ ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ວຽງ​ພິມ ລັດຊະ​ຈັນ ​ແລະ ສະຫາຍ ນາງ ຈັນທະ​ນິດ ອິນ​ປັນຍາ ​​ເປັນຮອງ​ຫົວໜ້າ​ໜ່ວຍ.
  8. ໜ່ວຍ​ກຳມະບານ​ຮາກ​ຖານ​ ຫ້ອງການ 1 ເລືອກ​ໄດ້ ສະຫາຍ ນາງ ໝີ ອຸດທະ​ພອນ​ ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ສຸພາ​ເພັງ ທິບ​ພະ​ວົງ  ​ແລະ ສະຫາຍ ​ໄຊ​ຍະ​ສອນ ອາລີ ​​ເປັນຮອງ​ຫົວໜ້າ​ໜ່ວຍ.
  9. ໜ່ວຍ​ກຳມະບານ​ຮາກ​ຖານ​ ຫ້ອງການ 2 ເລືອກ​ໄດ້ ສະຫາຍ ວັນ​ທອງ ວໍລະ​ສານ ເປັນ​ຫົວໜ້າ​ໜ່ວຍ, ສະຫາຍ ນາງ ວຽງ​ພູທອນ ພູ​ມະນີ​ວົງ ​ແລະ ສະຫາຍ ອິນທາ ບຸນ​ຖາວອນ ​​ເປັນຮອງ​ຫົວໜ້າ​ໜ່ວຍ.

          ໃນ​ຕອນ​ທ້າຍ​ກອງ​ປະຊຸມ ​ໄດ້​ຮັບ​ຟັງການ​ໂອ້​ລົມ​ຈາກ​ຕາງໜ້າ​ຄະນະ​ບໍລິຫາ​ນງານ​ສະຫະພັນ​ກຳມະບານ ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຊຶ່ງສະຫາຍ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາພາ-ຊີ້ນຳຂອງຄະນະໜ່ວຍຊຸດເກົ່າ ທີ່ໄດ້ນຳພາສະມາຊິກກໍາມະບານ ປະຕິບັດໜ້າທີ່ການເມືອງຂອງ​ຕົນ ໃຫ້ມີຜົນສຳເລັດຫຼາຍດ້ານ ຊຶ່ງສະແດງອອກໃນບົດສະຫຼຸບຂອງໜ່ວຍ. ໃນນີ້ ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໄຍ ກັບບັນຫາດ້ານອ່ອນ-ຂໍ້ຄົງຄ້າງ ຊຶ່ງໄດ້​ຊີ້​ນຳ​ໃຫ້​ຄະນະໜ່ວຍ​ຊຸດ​ໃໝ່ ຈະ​ຕ້ອງ​ໄດ້​ສືບ​ຕໍ່​ປັບປຸງ, ແກ້​ໄຂ​ໃນຕໍ່ໜ້າ ແລະ ພ້ອມ​ກັນ​ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 2 ດີ, 5 ເປັນເຈົ້າ ທີ່ສູນກາງສະຫະພັນກຳມະບານລາວວາງອອກ​ໃຫ້ມີຜົນສໍາເລັດໃນລະດັບດີ…ຯ