ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສຳເລັດກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ XI
ຈຳນວນຜູ້ອ່ານ: 48
ອະນຸມັດວັນທີ: 13/03/2021

ໂດຍ: ຄຳສະຫວັນ

          ກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ XI ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2021 ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ເປັນປະທານໂດຍ ສະຫາຍ ນາງ ວິໄລ ອຸ່ນມີໄຊ ຄະນະບໍລິຫານງານສູນກາງ ສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີສະຫາຍ ທອງຈັນ ໂຂງພູມຄຳ ຄະນະປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ຈຳນວນ 80 ສະຫາຍ ແລະ ແຂກຖືກເຊີນເຂົ້າຮ່ວມ.

          ກອງປະຊຸມໄດ້ຜ່ານບົດລາຍງານການເມືອງທັງສອງພາກຄື: ພາກທີ I ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ X ແຕ່ປີ 2016-2020 ແລະ ພາກທີ II ທິດທາງແຜນການຂອງສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກໃນໄລຍະປີ 2021-2025 ສະເໜີໂດຍ ສະຫາຍ ນາງ ວິ ໄລ ອຸ່ນມີໄຊ ເຊິ່ງໄດ້​ຕີ​ລາ​ຄາຜົນສໍາເລັດຂອງການຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ, ​ ຕີລາຄາຈູດ​ອ່ອນ, ຂໍ້​ຄົງ​ຄ້າງ ແລະ ສາ​ເຫດ, ພ້ອມທັງບົດ​ຮຽນ​ທີ່ຖອດຖອນໄດ້ຈາກ​ການຊີ້ນໍາ-ນຳ​ພາການ​ຈັ​ດ​ຕັ້ງ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ຜ່ານ​ມາ. ພ້ອມນີ້ ກອງ​ປະ​ຊຸມ​ຍັງ​ໄດ້​ເປັນ​ເອ​ກະ​ສັນ​ກັນຮັບ​ຮ​ອງ​ເອົາ​ທິດ​ທາງ​ແຜ​ນ​ການ 5 ປີ (2021-2025) ເຊິ່ງ​ມີ​ເນື້ອໃນວຽກງານ​ຕົ້ນ​ຕໍ​ຄື: ການສຶກສາອົບຮົມການເມືອງ-ແນວຄິດ, ວຽກງານກົງຈັກການຈັດຕັ້ງ ແລະ ບໍລິຫານວຽກງານແມ່ຍິງ, ວຽກງານກໍ່ສ້າງພະນັກງານເພດຍິງ, ວຽກງານນະໂຍ ບາຍ-ຍ້ອງຍໍ, ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດແມ່ຍິງ-ເດັກນ້ອຍ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ວຽກງານພັດທະນາຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກໃຫ້ແກ່ແມ່ຍິງ ແລະ ຄອບຄົວ, ວຽກງານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ, ວຽກງານປຸກລະດົມການປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ວຽກງານພົວພັນ ແລະ ຮ່ວມມືກັບຕ່າງປະເທດ, ວຽກງານກວດກາ ແລະ ໄດ້ກໍານົດ 6 ຄາດໝາຍສູ້ຊົນ.

          ຈາກນັ້ນ, ສະມາຊິກສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກໄດ້​ພ້ອມ​ກັນ​ໃຊ້​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນ ປ່ອນ​ບັດ​ເລືອກຕັ້ງ​ເອົາ​ຄະ​ນະ​ບໍ​ລິ​ຫານ​ງານສະຫະພັນແມ່ຍິງຄະນະຈັດ ຕັ້ງສູນກາງພັກຊຸດ​ໃໝ່ 07 ສະ​ຫາຍ, ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກໄດ້​ເລືອກ​ເອົາສະຫາຍ ນາງ ວິໄລ ອຸ່ນມີໄຊ ເປັນປະທານສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ, ສະຫາຍ ນາງ ທິບພາວັນ ອິນຄຳແສງ ແລະ ສະຫາຍ ນາງ ແສງມະນີ ຊົງດາວເພັດ ເປັນຮອງປະທານ, ສະຫາຍ ນາງ ໜູຮັກ ພິມມະສິນ, ສະຫາຍ ນາງ ຄຳສະຫວັນ ພົມມະວົງ, ສະຫາຍ ນາງ ສັກດາ ວົງທະນູລົມ ແລະ ສະຫາຍ ນາງ ວຽງສະໄໝ ວັນນະພູມ ເປັນຄະນະ; ເລືອກເອົາປະທານ ແລະ ຮອງປະທານກວດກາຄື: ສະຫາຍ ນາງ ແສງມະນີ ຊົງດາວເພັດ ເປັນປະທານກວດກາ, ສະຫາຍ ນາງ ໜູຮັກ ພິມມະສິນ ເປັນຮອງປະທານກວດກາ, ສະຫາຍ ນາງ ລັດດາວັນ ສີຫານຸວົງ ເປັນຄະນະ.

          ໃນຕອນທ້າຍຂອງກອງ​ປະ​ຊຸມ ຜູ້ເຂົ້າຮ່ວມໄດ້​ຮັບ​ຟັງ​ຄຳເຫັນ​ໂອ້​ລົມ​ຈາກ ສະ​ຫາຍ ທອງຈັນ ໂຂງພູມຄຳ ຄະນະປະຈຳພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ​ຄຳເຫັນໂອ້ລົມຈາກສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຊິ່ງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາຂອງຄະນະສະຫະພັນແມ່ຍິງຊຸດເກົ່າ ແລະ ສະແດງຄວາມເຊື່ອໝັ້ນຕໍ່ການນຳພາຂອງຄະນະບໍລິຫານງານສະຫະພັນແມ່ຍິງຊຸດໃໝ່ທີ່ຈະສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນງານໃໝ່ ໃຫຍ່ຫຼວງກວ່າເກົ່າ. ກອງປະຊຸມໄດ້ຮຽກຮ້ອງມາຍັງສະມາຊິກສະຫະພັນແມ່ຍິງ ຄຈສພ ທຸກສະຫາຍຈົ່ງໄດ້ເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນໃຫ້ສູງຂຶ້ນເລື້ອຍໆ, ເຮັດໃຫ້ສະມາຊິກແມ່ຍິງມີການຫັນປ່ຽນຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ການເມືອງ, ສ້າງຕົນເອງໃຫ້ກາຍເປັນພະນັກງານທີ່ມີຄວາມຮູ້ຄວາມສາມາດ, ໄດ້ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງ ແລະ ພ້ອມກັນສູ້ຊົນປະຕິບັດຄຳຂວັນຂອງສະຫະພັນແມ່ຍິງລາວວາງອອກໃຫ້ປະກົດຜົນເປັນຈິງ.