ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII
ຈຳນວນຜູ້ອ່ານ: 57
ອະນຸມັດວັນທີ: 16/02/2021

ຂ່າວ: ນາງ ລັດດາວັນ ສີຫານຸວົງ

          ກອງປະຊຸມເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII  ໃຫ້ແກ່ສະມາຊິກຊາວໜຸ່ມຄະນະຈັດຕັ້ງສູນກາງພັກ ໄດ້ຈັດຂຶ້ນໃນວັນທີ 12 ກຸມພາ 2021 ຢູ່ທີ່ຫ້ອງປະຊຸມໃຫຍ່ ຄະນະຈັດຕັ້ງສູນກາງພັກ ໃຫ້ກຽດເຜີຍແຜ່ໂດຍ ສະຫາຍ ທອງຈັນ ພູມມີພັນ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສປຊ), ມີ ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຜູ້ຊີ້ນຳວຽກງານຊາວໜຸ່ມ ຄຈສພ, ມີຄະນະບໍລິຫານງານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ຄຈສພ ເຂົ້າຮ່ວມ ຢ່າງພ້ອມພຽງ.

          ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມ ຄຈສພ ໄດ້ຮັບຮູ້ເຊື່ອມຊືມເຂົ້າສູ່ລວງເລິກຕໍ່ຜົນສໍາເລັດກອງປະຊຸມໃຫຍ່ ດັ່ງກ່າວ ສະຫາຍ ທອງຈັນ ພູມມີພັນ ຮອງເລຂາຄະນະບໍລິຫານງານ ສຊປລ ໄດ້ຍົກໃຫ້ເຫັນເຖິງບັນຫາສຳຄັນ ໃນກອງປະຊຸມໃຫຍ່ດັ່ງກ່າວ ເຊິ່ງໄດ້ຜ່ານການຄົ້ນຄ້ວາປະກອບຄໍາຄິດເຫັນ, ຕີລາຄາດ້ານດີ-ດ້ານອ່ອນ, ສາເຫດ ແລະ  ບົດຮຽນຕະຫລອດການເຄື່ອນໄຫວວຽກງານໄລຍະຜ່ານມາ ແລະ ໄດ້ຮັບຮອງເອົາຄາດໝາຍສູ້ຊົນ ແລະ ທິດທາງແຜນການພັດທະນາຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ແຕ່ປີ 2021-2025 ໂດຍໄດ້ເນັ້ນໃຫ້ ເພີ່ມທະວີເຂົ້າໃນການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມ-ເຍົາວະຊົນ ໃຫ້ໄດ້ 70%, ຂະຫຍາຍສະມາຊິກ ຊປປລ ໃຫ້ເພີ່ມຂຶ້ນ 10%, ສ້າງສະມາຊິກຊາວໜຸ່ມ  ຊປປລ ໃຫ້ກາຍເປັນເປົ້າໝາຍຂະຫຍາຍເຂົ້າເປັນສະມາຊິກພັກໃຫ້ໄດ້ 2%/ປີ, ປັບປຸງກົງຈັກຊ່ວຍວຽກຄະນະຊາວໜຸ່ມ  ຄຊປປລ ແຕ່ສູນກາງຮອດຂັ້ນເມືອງໃຫ້ສອດຄ່ອງກວ່າເກົ່າ, ສ້າງສູນສະໜອງຂໍ້ມູນຂ່າວສານ ແລະ ໜ່ວຍງານໃຫ້ຄຳປຶກສາແກ່ຊາວໜຸ່ມ-ເຍົາວະຊົນໃນຂອບເຂດທົ່ວປະເທດ, ຊຸກຍູ້ ແລະ ຈັດຕັ້ງເຜີຍແຜ່ກົດໝາຍ ທີ່ພົວພັນເຖິງຊາວໜຸ່ມ-ເຍົາວະຊົນ ໃຫ້ຮັບຮູ້ຢ່າງກວ້າງຂວາງ, ປຸກລະດົມຊາວໜຸ່ມ ທີ່ປະກອບທຸລະກິດຂະໜາດນ້ອຍ ແລະ ກາງ ຢູ່ຂັ້ນນະຄອນຫລວງ, ແຂວງ ແລະ ເມືອງ ເຂົ້າເປັນສະມາຊິກສະມາຄົມນັກທຸລະກິດໜຸ່ມ ໄດ້ເຄື່ອນໄຫວປະກອບສ່ວນຊ່ວຍເຫລືອສັງຄົມໃຫ້ຫລາຍຂຶ້ນ, ເອົາໃຈໃສ່ພົວພັນຮ່ວມມືກັບຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ ເພື່ອຍາດແຍ່ງເອົາການສະໜັບສະໜູນ ແລະ ການຮ່ວມມືຊ່ວຍ ເຫລືອທາງດ້ານວິຊາການ, ເຕັກນິກດ້ານຕ່າງໆ ຈາກບັນດາປະເທດເພື່ອນມິດຍຸດທະສາດ, ບັນດາປະເທດໃນພາກພື້ນ, ສາກົນ ແລະ ອົງການຈັດຕັ້ງຕ່າງໆ. ພ້ອມນັ້ນ, ຍັງໄດ້ເປັນເອກະສັນຮັບຮອງເອົາວິໄສທັດຊາວໜຸ່ມ ຮອດປີ 2040, ຍຸດທະສາດພັດທະນາຊາວໜຸ່ມ-ເຍົາວະຊົນ ແຕ່ປີ 2021-2030 ແລະ ວຽກງານຈຸດສຸມ ແຕ່ນີ້ ຮອດປີ 2025 ເຊິ່ງໄດ້ກຳນົດວຽກງານຈຸດສຸມດັ່ງນີ້:

          1.ຍົກສູນຄຸນນະພາບການສຶກສາອົບຮົມ ການເມືອງ-ແນວຄິດໃຫ້ຊາວໜຸ່ມລາວ.

          2.ປັບປຸງການຈັດຕັ້ງ ແລະ ກໍ່ສ້າງຖັນແຖວພະນັກງານຄະນະຊາວໜຸ່ມແຕ່ລະຂັ້ນໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

          3.ພັດທະນາຄວາມຮູ້, ວິທະຍາສາດເຕັກໂນໂລຊີ, ວິຊາຊີບ ແລະ ສີມືແຮງານ.

          4.ເພີ່ມທະວີປູກຈິດສຳນຶກ, ການຈັດຕັ້ງແບບແຜນ ແລະ ສົ່ງເສີມພອນສະຫວັນຂອງເຍົາວະຊົນ-ອະນຸຊົນ.

          5.ເອົາໃຈໃສ່ສົ່ງເສີມສຸຂະພາບ ແລະ ການດຳລົງຊີວິດທີ່ປອດໃສຂອງຊາວໜຸ່ມ-ເຍົາວະຊົນ.

          6.ຍົກສູງປະສິດທິພາບຂະບວນການຕະລຸມບອນຂອງຊາວໜຸ່ມເຂົ້າໃນການພັດທະນາປະເທດຊາດ (ປ້ອງກັນຊາດ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ຫລຸດຜ່ອນປະກົດການຫຍໍ້ທໍ້).

          7.ຈັດຕັ້ງປະຕິບັດວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ-ເຍົາວະຊົນໃຫ້ມີກິດຈະກຳຕົວຈິງຫລາຍມາດຕະການ.

          8.ສືບຕໍ່ປັບປຸງ, ຂະຫຍາຍສູນຝຶກອົບຮົມວິຊາຊີບ ແລະ ສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ.

          9.ປັບປຸງຮູບການ ແລະ ວິທີການເຄື່ອນໄຫວວຽກງານທີ່ພົວພັນ-ຮ່ວມມືກັບຕ່າງປະເທດ.

     ໃນຕອນທ້າຍກອງປະຊຸມ, ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຄະນະພັກ ຄະນະຈັດຕັ້ງສູນກາງພັກ ຜູ້ຊີ້ນຳວຽກງານຊາວໜຸ່ມ ຄຈສພ ໄດ້ຮຽກຮ້ອງມາຍັງສະມາຊິກຊາວໜຸ່ມ ຄຈສພ ທຸກສະຫາຍ ຈົ່ງພ້ອມກັນນຳເອົາເນື້ອໃນມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ VIII ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງທີ່ຕົນຮັບຜິດຊອບ, ພ້ອມ ກັນຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ ຢ່າງມີຜົນສຳເລັດ, ສ້າງຕົນເອງໃຫ້ກາຍເປັນກຳລັງແຂນຂວາຂອງພັກ ດັ່ງຄຳເວົ້າທີ່ວ່າ : ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ.