ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
3 ອົງການຈັດຕັ້ງມະຫາຊົນ ຄະນະຈັດຕັ້ງສູນກາງພັກ ຮ່ວມໃຈບໍລິຈາກເລືອດ
ຈຳນວນຜູ້ອ່ານ: 47
ອະນຸມັດວັນທີ: 26/10/2020

          ໃນວັນທີ 23 ຕຸລາ 2020 ສາມອົງການຈັດຕັ້ງມະຫາຊົນ ຄະນະຈັດຕັ້ງສູນກາງພັກ ໄດ້ຮ່ວມໃຈບໍລິຈາກເລືອດ ທີ່ສູນການຄ້າລາວ-ໄອເຕັກ ເພື່ອຂໍ່ານັບຊົມເຊີຍວັນປະກາດເອກະລາດ ຄົບຮອບ 75 ປີ (12 ຕຸລາ 1945 – 12 ຕຸລາ 2020) ພາຍໃຕ້ຫົວຂໍ້ “ບໍລິຈາກເລືອດ ແມ່ນຮັກຊາດ ແລະ ພັດທະນາ” ໂດຍມີບັນດາພະນັກງານ-ລັດຖະກອນຈາກກະຊວງ-ອົງການອ້ອມຂ້າງສູນກາງເຂົ້າຮ່ວມບໍລິຈາກຢ່າງເປັນຂະບວນຟົດຟື້ນ.

          ສູນເລືອດແຫ່ງຊາດ, ອົງການກາແດງລາວ ໃຫ້ຮູ້ວ່າ: ການຈັດກິດຈະກຳບໍລິຈາກເລືອດແມ່ນຍັງບໍ່ຕໍ່ເນື່ອງ ຍ້ອນຜົນກະທົບຈາກພະຍາດຈຸລະໂລກສາຍພັນໃໝ່ໂຄວິດ-19 ແຕ່ຄວາມຕ້ອງການນຳໃຊ້ເລືອດແມ່ນສູງຂຶ້ນ, ຈາກສະຖິຕິໃນ 9 ເດືອນ 2020 ຜ່ານມາໄດ້ 43.000 ກວ່າຖົງ ຖ້າທຽບໃສ່ແຜນການປີບັນລຸໄດ້ 72% ແຕ່ຖ້າທຽບໃສ່ແຜນການ 9 ເດືອນບັນ ລຸໄດ້ 92% ຍັງບໍ່ເຖິງຕົວເລກຄາດໝາຍ 8%, ການຈັດກິດຈະກຳບໍລິຈາກເລືອດໃນປີ 2020 ຈັດຂຶ້ນທັງໝົດ 16 ຄັ້ງ ແລະ ຄາດໝາຍໃນຄັ້ງນີ້ແມ່ນໃຫ້ໄດ້ເລືອດບໍ່ຕໍ່າກວ່າ 300 ຖົງ ເລືອດດັ່ງກ່າວຈະໄດ້ຖືກນຳໃຊ້ປະກອບສ່ວນ ໃນການປິ່ວປົວຄົນເຈັບຢູ່ຕາມໂຮງໝໍຕ່າງໆ ເຊິ່ງກໍລະນີທີ່ນຳໃຊ້ເລືອດຫຼາຍກວ່າໝູ່ແມ່ນພະຍາດໂລຫິດຈາງຊຳເຮື້ອ, ໄຂ້ເລືອດອອກ, ອຸບັດຕິເຫດ, ຜ່າຕັດຕ່າງໆ, ເກີດລູກທີ່ຜິດປົກກະຕິ ແລະ ໝາກໄຂ່ຫຼັງຊຸດໂຊມ ເຊິ່ງຄວາມຕ້ອງການເລືອດໃນແຕ່ລະມື້ສະເລ່ຍບໍ່ຕໍ່າກວ່າ 150 ຖົງ ສະເພາະຢູ່ໃນນະຄອນຫຼວງວຽງຈັນ.

          ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ, ອົງການກາແດງລາວ ໄດ້ໃຫ້ຮູ້ຕື່ມວ່າ: “ປັດຈຸບັນການນຳໃຊ້ເລືອດນັບມື້ນັບເພີ່ມຂຶ້ນ ແລະ ອີກ 2 ເດືອນ ຕໍ່ໜ້ານີ້ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ  ຄົບຮອບ 100 ປີ  ແລະ ຄົບຮອບວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ທາງສູນເລືອດແຫ່ງຊາດໄດ້ມີແຜນການຈະຈັດກິດຈະກຳບໍລິຈາກເລືອດຕື່ມອີກ. ພ້ອມນີ້ ທ່ານຫົວໜ້າສູນເລືອດແຫ່ງຊາດ ກໍ່ໄດ້ເຊີນຊວນພະນັກງານ-ລັດຖະກອນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຜູ້ທີ່ມີເງື່ອນໄຂບໍລິຈາກເລືອດໄດ້ ອາຍຸ 18 ປີ ຂື້ນໄປ,  ນ້ຳໜັກບໍ່ຫລຸດ 45 ກິໂລ, ມີສຸຂະພາບແຂງແຮງດີ ຈົ່ງພ້ອມກັນຮ່ວມໃຈບໍລິຈາກເລືອດ ເພື່ອຕອບສະໜອງເລືອດໃຫ້ຫຼາຍຂຶ້ນ ພຽງພໍໃນການປິ່ນປົວ ເພື່ອກອບກູ້ເອົາຊີວິດເພື່ອນມະນຸດ ກໍ່ຄືພີ່ນ້ອງຮ່ວມຊາດດ້ວຍກັນ  ໃຫ້ກັບຄືນມາມີຊີວິດເປັນປົກກະຕິສຸກນຳຄອບຄົວຄືເກົ່າ ເຊິ່ງໃນປີ 2021 ທາງສູນເລືອດແຫ່ງຊາດໄດ້ຕັ້ງເປົ້າໝາຍໄວ້ 65.000 ຖົງ ແນໃສ່ສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການໃນແຕ່ລະປີ”.

          ການບໍລິຈາກເລືອດຄັ້ງນີ້, ສະແດງໃຫ້ເຫັນກ້ອນກຳລັງສາມັກຄີທົ່ວປວງຊົນລາວທັງຊາດ ແລະ ກໍເປັນອີກໜຶ່ງ ຄວາມພາກພູມໃຈຂອງສະມາຊິກ 3 ອົງການຈັດຕັ້ງມະຫາຊົນຄະນະຈັດຕັ້ງສູນກາງພັກ ທີ່ໄດ້ປະກອບສ່ວນເຂົ້າໃນວຽກງານລວມຂອງຊາດ, ທຸກຍາດເລືອດແມ່ນໜຶ່ງໃນນ້ຳໃຈເພື່ອປະກອບສ່ວນຊ່ວຍພັດທະນາປະເທດຊາດ ກ້າວສູ່ຄວາມຮຸ່ງເຮືອງສີວິໄລ ຄືເພີ່ນວ່າ: ຫຼາຍຄົນຮ່ວມ ສັງຄົມຈິ່ງນ່າຢູ່ ຫຼາຍຜູ້ຄົນພ່ຳພ້ອມ ແປງບ້ານຈິ່ງຄ່ອຍເຮືອງ ແທ້ນາ !

 ໂດຍ: ນາງ ຄຳສະຫວັນ ພົມມະວົງ