ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຊາວໜຸ່ມຄະນະຈັດຕັ້ງສູນກາງພັກສ້າງຂະບວນການອອກແຮງງານຕ້ອນຮັບວັນສຳຄັນຂອງຊາດ
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 27/07/2020

          ເພື່ອເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆໃນເດືອນ ກໍລະກົດ ແລະ ເດືອນສິງຫາ ເປັນຕົ້ນ: ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 111 ປີ (13/7/1909 - 13/7/2020), ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20/7/1955 - 20/7/2020), ວັນສ້າງຕັ້ງສື່ມວນຊົນລາວ ຄົບຮອບ 70 (13/8/1950 - 13/8/2020), ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 29 ປີ (15/8/1991 - 15/8/2020) ແລະ ວັນຢຶດອຳນາດທົ່ວປະເທດ ຄົບຮອບ 75 ປີ (23/8/1945 - 23/8/2020).

          ໃນວັນທີ 24 ກໍລະກົດ 2020 ຊາວໜຸ່ມຄະນະຈັດຕັ້ງສູນກາງພັກ ໄດ້ສ້າງກິດຈະກຳອອກແຮງງານຢູ່ທີ່ຂອບເຂດດິນຂອງຄະນະຈັດຕັ້ງສູນກາງພັກ (ຫຼັກ 19 ບ້ານໂນນສະ ອາດ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ), ມີຜູ້ຕາງໜ້າຫ້ອງການ ຄຈສພ, ຄະນະບໍລິຫານງານຊາວໜຸ່ມ ຄຈສພ ພ້ອມດ້ວຍສະມາຊິກຊາວໜຸ່ມທົ່ວສຳນັກງານ ຄຈສພ ເຂົ້າ ຮ່ວມຢ່າງພ້ອມພຽງ.

          ກິດຈະກຳອອກແຮງງານຖາງປ່າຄັ້ງນີ້ ນອກຈາກເປັນການສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດແລ້ວ ຍັງເປັນການສ້າງບັນຍາກາດລວມຮັດແໜ້ນຄວາມສາ ມັກຄີ ແລະ ຮັກສາຄວາມສະອາດສວຍງາມໃນບໍລິເວນດັ່ງກ່າວອີກດ້ວຍ.

ຂ່າວ: ວິລະສະໄໝ ຍົດບຸນມີ