ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສາມອົງການຈັດຕັ້ງມະຫາຊົນຄະນະຈັດຕັ້ງສູນກາງພັກ ສ້າງຂະບວນການກິລາ ຕ້ອນຮັບກອງປະຊຸມໃຫຍ່ສະຫັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ XI
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 22/07/2020

          ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 65 ປີ (20 ກໍລະກົດ 1955 - 20 ກໍລະກົດ 2020) ແລະ ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ XI ທີ່​ຈະ​ໄຂ​ຂຶ້ນ​ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້.

          ໃນວັນທີ 17 ກໍລະກົດ 2020 ​ສາມອົງການຈັດຕັ້ງມະຫາຊົນຄະນະຈັດຕັ້ງສູນກາງພັກ ໄດ້ຈັດກິດຈະກຳສ້າງຂະບວນການກິລາບານເຕະ​ມິດ​ຕະ​ພາບຂຶ້ນ ໂດຍການເຂົ້າຮ່ວມຂອງສະ​ຫາຍ ວັນ​ໄຊ ພອງ​ສະ​ຫວັນ ຮອງ​ເລ​ຂາ​ຄະ​ນະ​ພັກ, ຮອງ​ຫົວໜ້າ​ຄະ​ນະ​ຈັດ​ຕັ້ງ​ສູນ​ກາງ​ພັກ, ມີ​ຜູ້​ຕາງ​ໜ້າບັນດາກົມ ແລະ ຕາງ​ໜ້າ​ສາມ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ ພ້ອມ​ດ້ວຍ​ສະ​ມາ​ຊິກສາມ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນພາຍໃນສຳ​ນັກ​ງານເຂົ້າຮ່ວມຢ່າງພ້ອມພຽງ.

ຂ່າວວິລະສະໄໝ ຍົດບຸນມີ