ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ IX ໄດ້ຮັບຜົນສຳເລັດຢ່າງຈົບງາມ
ຈຳນວນຜູ້ອ່ານ: 34
ອະນຸມັດວັນທີ: 06/03/2020

          ປະຕິບັດຕາມຄຳສັ່ງເລກທີ 04/ຄລສພ, ລົງວັນທີ 07/05/2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການ, ແຂວງ-ນະຄອນຫຼວງ; ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດກໍຄືຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງ ເລກທີ 04 ດັ່ງກ່າວໃຫ້ສຳເລັດຕາມຄາດໝາຍ ແລະ ອີງຕາມຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເລກທີ 179/ລຂ, ລົງວັນທີ 26 ກຸມພາ 2020 ວ່າດ້ວຍການອະນຸມັດເປີດກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ IX.

          ໃນວັນທີ 27 ກຸມພາ 2020 ຢູ່ທີ່ສະໂມສອນໃຫຍ່ຄະນະຈັດຕັ້ງສູນກາງພັກ ໄດ້ດຳເນີນກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວຄະນະຈັດຕັ້ງສູນກາງພັກ ຄັ້ງທີ IX ຂຶ້ນ ໂດຍມີສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ນາງ ວຽງຄຳ ແສນສະທິດ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມຄະນະຈັດຕັ້ງສູນກາງພັກ, ມີຜູ້ຕາງໜ້າຈາກບັນດາກົມກ່ຽວຂ້ອງຂອງ ສຊປລ, ຕາງໜ້າຈາກບັນດາໜ່ວຍພັກ ແລະ ອົງການຈັດຕັ້ງມະຫາຊົນອ້ອມຂ້າງອົງຄະນະພັກ ຄຈສພ, ຕາງໜ້າຈາກຄະນະບໍລິຫານງານຊາວໜຸ່ມອົງການຈັດຕັ້ງພັກໃນຫຼັກ 6 ແລະ ຈາກກະຊວງ-ອົງການຈຳນວນໜຶ່ງ ພ້ອມດ້ວຍສະມາຊິກຊາວໜຸ່ມ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

          ໃນກອງປະຊຸມ ສະຫາຍ ນາງ ວຽງຄຳ ແສນສະທິດ ເລຂາຄະນະບໍລິຫານງານຊາວໜຸ່ມຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ສະໄໝທີ VIII ໂດຍໄດ້ຕີລາຄາສູງເຖິງຜົນງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນຄັ້ງຜ່ານມາ ພ້ອມທັງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂ ແລະ ກຳນົດທິດທາງແຜນການໃນຕໍ່ໜ້າ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນ ແລະ ເປັນເອກະສັນກັນຮັບຮອງເອົາບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານຊາວໜຸ່ມຄະນະຈັດຕັ້ງສູນກາງພັກໃນໄລຍະຜ່ານມາ; ຈາກນັ້ນ ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃໝ່ ເຊິ່ງມີຜູ້ສະໝັກທັງໝົດ 15 ສະຫາຍ ແລະ ເລືອກໄດ້ 11 ສະຫາຍ, ຍິງ 01 ສະຫາຍ ດັ່ງມີລາຍຊື່ຕໍ່ໄປນີ້:

1.          ສະຫາຍ ສຸລິຍາ ພົມມີສິດ

2.         ສະຫາຍ ຄອນຄຳ ໂສລັດຕະນະວົງ

3.         ສະຫາຍ ສົມທະນູ ພານຸວົງ

4.         ສະຫາຍ ສາລີກອນ ບຸດຕະນຸວົງ

5.         ສະຫາຍ ນາງ ວຽງຄອນ ແກ້ວສະຫງ່າ

6.         ສະຫາຍ ບຸນທ່ຽງ ແສງສຸລິດ

7.         ສະຫາຍ ທອງຈັນ ສັນທະລາ

8.         ສະຫາຍ ພຸດທະປັນຍາ ພົມມະຈາລີ

9.         ສະຫາຍ ຫົງຄຳ ວົງສະຫວັດດີ

10.        ສະຫາຍ ສຳນຽງ ເມກລັນດອນ

11.         ສະຫາຍ ສຸລິວັນ ແກ້ວປະເສີດ

          ກອງປະຊຸມຄັ້ງປະຖົມມະເລີກຂອງຄະນະບໍລິຫານງານຊຸດໃໝ່ ໄດ້ເປັນເອກະສັນກັນເລືອກເອົາຄະນະປະຈຳ 5 ສະຫາຍ ດັ່ງນີ້: 1. ສະຫາຍ ສຸລິຍາ ພົມມີສິດ, 2. ສະຫາຍ ຄອນຄຳ ໂສລັດຕະນະວົງ, 3. ສະຫາຍ ສົມທະນູ ພານຸວົງ, 4. ສະຫາຍ ສາລີກອນ ບຸດຕະນຸວົງ, 5. ສະຫາຍ ນາງ ວຽງຄອນ ແກ້ວສະຫງ່າ; ເລືອກເອົາສະຫາຍ ສຸລິຍາ ພົມມີສິດ ເປັນເລຂາຄະນະບໍລິຫານງານ, ສະຫາຍ ຄອນຄຳ ໂສລັດຕະນະວົງ ເປັນຮອງເລຂາ, ສະຫາຍ ສົມທະນູ ພານຸວົງ ເປັນຮອງເລຂາ ທັງເປັນປະທານກວດກາ, ສະຫາຍ ສຸລິວັນ ແກ້ວປະເສີດ ເປັນຮອງປະທານກວດກາ ແລະ ສະຫາຍ ນາງ ຂັນທະໄລ ແດງດາລາ ເປັນຄະນະກວດກາ.

          ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຄຳເຫັນໂອ້ລົມຈາກສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກຄະນະຈັດຕັ້ງສູນກາງພັກ ເຊິ່ງທັງສອງໄດ້ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານທີ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄະນະຈັດຕັ້ງສູນກາງພັກມີຜົນສຳເລັດໃນໄລຍະຜ່ານມາ; ພ້ອມນີ້ກໍ່ໄດ້ເນັ້ນໃຫ້ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ພ້ອມດ້ວຍສະມາຊິກຊາວໜຸ່ມທຸກສະຫາຍ ເພີ່ມທະວີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ສ້າງແນວຄິດທີ່ມີຄວາມເປັນເອກະພາບສູງຕໍ່ແນວທາງນະໂຍບາຍຂອງພັກໃນໄລຍະໃໝ່, ເຊີດຊູນ້ຳໃຈຮັກຊາດ, ເປັນເຈົ້າຕົນເອງ-ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສຸມທຸກສະຕິປັນຍາກຳລັງແຮງຂອງຊາວໜຸ່ມ-ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນເຂົ້າໃນພາລະກິດທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດ, ເພື່ອກາຍເປັນກຳລັງທີ່ມີຄຸນນະພາບສືບທອດພາລະກິດຂອງພັກໃນໄລຍະໃໝ່.

ຂ່າວ: ຄອນຄຳ ໂສລັດຕະນະວົງ

ພາບ: ບານ ມູນປະເສີດ +

ພອນສະຫວັນ ລາຊະບັນເທົາ