ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ຈັດກອງປະຊຸມຜ່ານບັນດາເນື້ອໃນເອກະສານກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງຕົນ
ຈຳນວນຜູ້ອ່ານ: 46
ອະນຸມັດວັນທີ: 12/02/2020

     ເພື່ອກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງສະຫະພັນແມ່ຍິງ ຄຈສພ ທີ່ຈະໄຂຂຶ້ນໃນມໍ່ໆນີ້ ເປັນຕົ້ນແມ່ນດ້ານຂະບວນການ, ເນື້ອໃນ ແລະ ບຸກຄະລາກອນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ມີເນື້ອໃນຄົບຖ້ວນອຸດົມສົມບູນ. ໃນວັນທີ 11 ກຸມພາ 2020 ຄະນະສະຫະພັນແມ່ຍິງ ຄຈສພ ຈຶ່ງໄດ້ຈັດກອງປະຊຸມຜ່ານບັນດາເນື້ອໃນເອກະສານກະກຽມດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຢູ່ທີ່ສະໂມສອນ ຄຈສພ ໂດຍການເຂົ້າຮ່ວມ ແລະ ເປັນປະທານຂອງ ສະຫາຍ ນາງ ບຸດສະດີ ທະນະເມືອງ ຄະນະພັກ ຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນຳອົງການຈັດຕັ້ງສະຫະພັນແມ່ຍິງ, ມີສະຫາຍ ນາງ ວິໄລ ອຸ່ນມີໄຊ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຄຈສພ, ພ້ອມດ້ວຍບັນດາສະຫາຍໃນຄະນະສະຫະພັນແມ່ຍິງ ຄຈສພ ແລະ ສະມາຊິກສະຫະພັນແມ່ຍິງ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

   

     ກອງປະຊຸມໄດ້ຜ່ານບັນດາເນື້ອໃນເອກະສານທີ່ສຳຄັນເຊັ່ນ: ຮ່າງບົດສໍາຫຼວດການຊີ້ນຳ-ນຳພາຂອງຄະນະສະຫະພັນແມ່ຍິງ ຄຈສພ ໃນໄລຍະ 5 ປີ ສະເໜີໂດຍສະຫາຍ ນາງ ວິໄລ ອຸ່ນມີໄຊ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຄຈສພ; ຮ່າງບົດລາຍງານການເມືອງຂອງຄະນະສະຫະພັນແມ່ຍິງ ຄຈສພ ສະໄໝທີ X  ສະເໜີໂດຍສະຫາຍ ນາງ ແສງວອນ ແກ້ວນິນັນລັດ ຮອງປະທານສະຫະພັນແມ່ຍິງ ຄຈສພ ແລະ ຮ່າງແຜນພັດທະນາສະຫະພັນແມ່ຍິງ ຄຈສພ ໄລຍະ 5 ປີ ຊຶ່ງຜ່ານໂດຍສະຫາຍ ນາງ ທິບພະວັນ ອິນຄຳແສງ ກຳມະການສະຫະພັນແມ່ຍິງ ຄຈສພ. ໃນວາລະກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄຳເຫັນໃສ່ບັນດາຮ່າງເນື້ອໃນເອກະສານດັ່ງກ່າວຢ່າງກົງໄປກົງມາ ເຮັດໃຫ້ມີເນື້ອໃນອຸດມົມສົມບູນຄົບຖ້ວນຂຶ້ນກວ່າເກົ່າ.

     ໃນຕອນທ້າຍ ສະຫາຍ ນາງ ບຸດສະດີ ທະນະເມືອງ ຄະນະພັກ, ຜູ້ຊີ້ນຳສະຫະພັນແມ່ຍິງ ຄຈສພ ໄດ້ມີຄຳເຫັນໂອ້ລົມໃຫ້ທິດຊີ້ນຳຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ເນັ້ນໃຫ້ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ມີສ່ວນຮ່ວມປະກອບຄຳຄິດເຫັນຂອງຕົນຕໍ່ບັນດາເນື້ອໃນເອກະສານດັ່ງກ່າວດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງສະຫະພັນແມ່ຍິງ ຄຈສພ ເປັນໄປຕາມເວລາທີ່ກຳນົດ ແລະ ມີຜົນສຳເລັດຕາມລະດັບຄາດໝາຍ.

ພາບ ແລະ ຂ່າວໂດຍ: ແສງຄຳ ຈິດຕະວົງ