ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຈັດຕັ້ງສູນກາງພັກ ແລະ ທະນາຄານແຫ່ງ ສປປລ ຈັດກິດຈະກຳສ້າງຂະບວນການ ແລະ ບັນຍາກາດຕ້ອນຮັບກອງປະຊຸມໃຫຍ່ສາມຂັ້ນຂອງພັກ.
ຈຳນວນຜູ້ອ່ານ: 33
ອະນຸມັດວັນທີ: 05/08/2019

    ໃນວັນທີ 1 ສິງຫາ 2019 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ແລະ ທະນາຄານ ແຫ່ງ ສປປລ (ທຫລ) ໄດ້ຮ່ວມກັນຈັດການແຂ່ງຂັນກິລາເຕະບານ ແລະ ເປຕັງມິດຕະພາບ ຍິງ-ຊາຍ ຢູ່ເດີ່ນກິລາສະຖາບັນການທະນາຄານ (ບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ) ເພື່ອສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ລັດ ແລະ ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຂອງບັນດາຮາກຖານພັກ ທັງເປັນການຮັດແໜ້ນຄວາມສາມັກຄີ-ຮັກແພງ ລະຫວ່າງ ຄຈສພ ແລະ ທຫລ ໃຫ້ເພີ່ມທະວີຍິ່ງຂຶ້ນ.

    ເຂົ້າຮ່ວມພິທີດັ່ງກ່າວມີທ່ານ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄຈສພ ແລະ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າຫ້ອງການ ທຫລ, ມີກົມອ້ອມຂ້າງສຳນັກງານຂອງແຕ່ລະຝ່າຍຈຳນວນໜຶ່ງ ພ້ອມດ້ວຍນັກກິລາ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ໂດຍ: ສໍສົດໃສ