ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປລ) ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຮັບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຢ່າງສົມກຽດ!
ຈຳນວນຜູ້ອ່ານ: 61
ອະນຸມັດວັນທີ: 16/07/2019
  • ອີງຕາມ ບົດແນະນຳການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 421/ລຂ, ລົງວັນທີ 28 ກໍລະກົດ 2016.
  • ອີງຕາມ ຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ວ່າດ້ວຍການມອບທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 240/ລຂ, ລົງວັນທີ 9 ພຶດສະພາ 2018.

    ໃນວັນທີ 11 ກໍລະກົດ 2019 ເປັນມື້ໜຶ່ງທີ່ຊາວໜຸ່ມຄະນະຈັດຕັ້ງສູນກາງພັກມີຄວາມພາກພູມ ໃຈໃນຜົນງານການປະກອບສ່ວນເຂົ້າໃນຂະບວນການລວມຂອງ ຄຊປລ ໂດຍສະເພາະແມ່ນການຈັດ ຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ເຊິ່ງໄລຍະຜ່ານມາ ຄະນະຊາວໜຸ່ມ ຄຈສພ ໄດ້ພ້ອມກັນຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມຢ່າງຕັ້ງໜ້າ ແລະ ຖືກຮັບຮອງເປັນຄະນະຊາວໜຸ່ມ 4 ບຸກ 3 ປີຕໍ່ ເນື່ອງ; ມື້ນີ້ ເປັນມື້ທີ່ມີຄວາມໝາຍສຳຄັນອີກມື້ໜຶ່ງໃນຊີວິດການເມືອງຂອງຊາວໜຸ່ມ ຄຈສພ ເຊິ່ງເປັນ ກຽດອັນສູງສຸດຂອງຊາວໜຸ່ມລາວໃນການເຄື່ອນໄຫວວຽກງານຊາວໜຸ່ມໃຕ້ຮົ່ມທຸງໄຊຂອງພັກປະຊາຊົນປະຕິວັດລາວ.

    ເປັນກຽດເຂົ້າຮ່ວມໃນພິທີທີ່ມີຄວາມໝາຍສຳຄັນນີ້ ມີສະຫາຍ ອາລຸນໄຊ ສູນນະລາດ ກຳມະ ການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິ ວັດລາວ, ມີສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ ຄຈສພ, ສະຫາຍ ນາງ ວິໄລວັນ ເພັງສະຫວັດ ຄະນະພັກ, ຜູ້ຊີ້ນຳວຽກງານຊາວໜຸ່ມ ຄຈສພ, ສະຫາຍ ນາງ ວຽງຄຳ ແສນສະທິດ ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມ ຄຈສພ, ມີຜູ້ຕາງໜ້າກົມກ່ຽວຂ້ອງຈາກສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ຜູ້ຕາງໜ້າຄະນະບໍລິ ຫານງານຊາວໜຸ່ມ ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນ ກາງພັກ, ຄະນະພົວພັນຕ່າງ ປະເທດສູນກາງພັກ, ສະຖານບັນວິທະຍາສາດສັງຄົມແຫ່ງຊາດ, ຊາວໜຸ່ມແຮກສ່ຽວສຳນັກງານອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ, ຊາວໜຸ່ມແຮກສ່ຽວກະຊວງ ກະສິກຳ ແລະ ປ່າໄມ້, ຜູ້ຕາງໜ້າເລຂາໜ່ວຍພັກຫ້ອງການ, ບັນດາກົມ, ສະຫະພັນກຳມະບານ, ສະຫະພັນແມ່ຍິງ, ຄະນະບໍລິຫານງານ ແລະ ສະມາຊິກຊາວໜຸ່ມທົ່ວສຳນັກງານ ຄຈສພ ເຂົ້າຮ່ວມ ຢ່າງພ້ອມພຽງ.

    ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ໃນໄລຍະຜ່ານມາ ສາມາດສະຫຼຸບຕີລາ ຄາໄດ້ວ່າ: ບຸກດ້ານແນວຄິດ ສະມາຊິກຊາວໜຸ່ມ ມີຄວາມຮູ້-ຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກກໍ່ຄືທິດທາງໜ້າທີ່ວຽກງານຂອງຕົນແຕ່ລະໄລຍະ, ມີແນວຄິດຮັກຊາດ ຮັກລະບອບໃໝ່ໃຕ້ການນໍາພາຂອງພັກ, ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ່ນຕໍ່ການນຳພາຂອງພັກຢ່າງສະເໝີຕົ້ນສະເໝີປາຍ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ແລະ ພ້ອມພຽງກັນປະຕິບັດໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍສຳເລັດຜົນເປັນຢ່າງດີ; ບຸກດ້ານການຝຶກຝົນຫຼໍ່ຫຼອມຮ່ຳຮຽນ: ສະມາຊິກຊາວໜຸ່ມທຸກສະຫາຍ ໄດ້ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງດ້ວຍຫຼາຍວິທີ ເປັນຕົ້ນແມ່ນຮຽນຮູ້ນຳໜ້າທີ່ວຽກງານປະຈຳວັນ, ແລກ ປ່ຽນບົດຮຽນ ແລະ ປະສົບການນຳສະມາຊິກຊາວໜຸ່ມລຸ້ນສູ່ລຸ້ນ, ຊອກຮຽນຮູ້ນຳຜູ້ຊົງຄຸນວຸດທິ, ສຶກສາຮ່ຳຮຽນເອົາຄຸນສົມບັດ-ສິນທຳປະຕິວັດຂອງບັນດາທ່ານຜູ້ນຳພັກ-ລັດ ແລະ ວິລະບຸລຸດຂອງຊາດລາວ ລວມທັງແບບແຜນການດຳລົງຊີວິດທີ່ປອດໃສ-ຂາວສະອາດຂອງການນຳພັກ-ລັດ ແລະ ວິທີການເຮັດວຽກທີ່ມີຫລັກການຂອງພັກ; ຖອດຖອນບົດຮຽນນຳໝູ່ຄະນະ, ແລກປ່ຽນຄຳຄິດຄຳເຫັນນຳເພື່ອນຮ່ວມງານດ້ວຍກັນ, ຂໍຄຳແນະນຳຈາກຜູ້ຊົງຄຸນວຸດທິ ແລະ ຄຳເຫັນຊີ້ນຳຈາກຄະນະນຳຂັ້ນເທິງຕາມລຳດັບ.

    ຜ່ານການຮຽນຮູ້-ຝຶກຝົນຫຼໍ່ຫຼອມຕົນເອງຄືດັ່ງກ່າວ ເຮັດໃຫ້ສະມາຊິກຊາວໜຸ່ມແຕ່ລະສະຫາຍມີຄວາມເຕີບໃຫຍ່ເຂັ້ມແຂງໄປພ້ອມກັບຂະບວນການເທື່ອລະກ້າວ, ມີຄວາມຮັບຜິດຊອບໜ້າທີ່ການ ເມືອງສູງຂຶ້ນ, ຫຼາຍສະຫາຍໄດ້ກາຍເປັນມະຫາຊົນຜູ້ກ້າວໜ້າ ໄດ້ຮັບການກໍ່ສ້າງ ແລະ ຂະຫຍາຍເຂົ້າເປັນສະມາຊິກພັກ, ຈຳນວນໜຶ່ງໄດ້ຮັບການເລື່ອນຊັ້ນຕໍາແໜ່ງ ຈາກວິຊາການເປັນຮອງຫົວໜ້າພະແນກ ແລະ ຈາກຮອງຫົວໜ້າພະແນກ ເປັນຫົວໜ້າພະແນກ ພ້ອມນີ້ຍັງມີສະມາຊິກຊາວໜຸ່ມຖືກຄັດເລືອກເປັນຕົວເດັ່ນໃນການປະຕິບັດໜ້າທີ່ວຽກງານໃນແຕ່ລະປີ ແລະ ໄດ້ຮັບໃບຍ້ອງຍໍຈາກ ຄຈສພ ຈຳນວນບໍ່ໜ້ອຍ. ນອກຈາກນີ້ ບຸກດ້ານວຽກງານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທຳ ກໍ່ໄດ້ມີການເຄື່ອນໄຫວຢ່າງເປັນຂະບວນ, ສະມາຊິກຊາວໜຸ່ມນັບມື້ເຕີບໃຫຍ່ເຂັ້ມແຂງ, ການຈັດຕັ້ງນັບມື້ມີຄວາມເຂັ້ມແຂງ, ສະມາຊິກຊາວໜຸ່ມແຕ່ລະສະຫາຍລ້ວນແຕ່ມີຄວາມຫ້າວຫັນປະຕິ ບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ, ປະກອບສ່ວນເຂົ້າໃນວຽກງານລວມຂອງຊາວໜຸ່ມກໍ່ຄືພາລະ ກິດລວມຂອງພັກ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມພາລະບົດບາດ ແລະ ຄວາມຮັບຜິດຊອບຂອງຕົນດ້ວຍຜົນສຳເລັດອັນຈົບງາມ.

    ຍ້ອນຜົນງານຫຼາຍອັນພົ້ນເດັ່ນ ໄດ້ຕາມມາດຖານ-ເງື່ອນໄຂທຸງໄຊນຳໜ້າຂະບວນການແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຮັດໃຫ້ຄະນະຊາວໜຸ່ມປະຊາຊົນປະຕິ ວັດລາວ ຄະນະຈັດຕັ້ງສູນກາງພັກ ໄດ້ຮັບທຸງໄຊນຳໜ້າຂະບວນການແຂ່ງ ຂັນ 4 ບຸກ ຢ່າງສົມກຽດ.

    ໃນພິທີດັ່ງກ່າວ ນອກຈາກມອບທຸງໄຊແລ້ວ, ຍັງມີພິທີມອບໃບຍ້ອງຍໍສະມາຊິກຊາວໜຸ່ມ 4 ບຸກ 3 ປີຊ້ອນ 93 ສະຫາຍ, ມອບໃບຍ້ອງຍໍໜ່ວຍຊາວໜຸ່ມ 4 ບຸກ, ມອບຂອງຂັວນໃຫ້ສະມາຊິກຊາວ ໜຸ່ມພົ້ນກະສຽນ ແລະ ໃນຕອນທ້າຍຂອງພິທີ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອເປັນທິດນຳໃນການເຄື່ອນໄຫວວຽກງານຊາວໜຸ່ມໃນຕໍ່ໜ້າ; ສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຄວາມເປັນເຈົ້າການຫ້າວຫັນຈັດຕັ້ງຜັນຂະຫຍາຍວຽກງານລວມຂອງຊາວໜຸ່ມ ໂດຍສະເພາະການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃນໄລຍະຜ່ານມາ ແລະ ເປັນຫ່ວງເປັນໄຍຕໍ່ອະນາຄົດຂອງຊາວໜຸ່ມລາວ ເປັນຕົ້ນແມ່ນສິ່ງທ້າທາຍທົດສອບດ້ານຕ່າງໆຕໍ່ຊາວໜຸ່ມລາວກໍ່ຄືສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃນການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ. ການຈັດຕັ້ງຊາວໜຸ່ມ ເປັນບ່ອນບຳເພັນກຳລັງໜຸ່ມຂອງພັກ ເພື່ອສະໜອງກຳລັງໜຸ່ມໃຫ້ກາຍເປັນຜູ້ສືບທອດພາລະກິດລວມ ຂອງພັກ, ສະນັ້ນ ຊາວໜຸ່ມຕ້ອງກຳໄດ້ທີ່ຕັ້ງ-ພາລະບົດບາດຂອງຕົນ, ຊາວໜຸ່ມລາວຍາມໃດກໍ່ຕ້ອງມີ ສະຕິຊາດ, ມີສະຕິຕໍ່ການຈັດຕັ້ງ ແລະ ສະຕິຕໍ່ລະບຽບກົດໝາຍ, ຮັບປະກັນໄດ້ຄຸນທາດການເມືອງ ອັນໜັກແໜ້ນຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວ ໃຫ້ສົມກັບເປັນແຂນຂວາຂອງພັກ ແລະ ເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ, ຮັບປະກັນທາງດ້ານຄວາມຮູ້-ຄວາມສາມາດ ແລະ ຄວາມສາມັກຄີເປັນປຶກແຜ່ນ, ສະດຸ່ງໄວຕໍ່ບັນຫາ ແລະ ສິ່ງທ້າທາຍທົດສອບໃນໄລຍະໃໝ່, ສົ່ງເສີມດ້ານທີ່ຕັ້ງໜ້າ, ຜັນຂະຫຍາຍບົດຮຽນທີ່ດີ ແລະ ປັບປຸງແກ້ໄຂຈຸດອ່ອນຂໍ້ຄົງຄ້າງດ້ານຕ່າງໆ, ສ້າງຂະບວນການ ແລະ ຜົນງານໃໝ່ຕ້ອນຮັບກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວທົ່ວປະເທດ ແລະ ກອງປະຊຸມໃຫຍ່ຊາວໜຸ່ມຂັ້ນຂອງຕົນສະໄໝຕໍ່ໄປໃຫ້ເປັນຂະບວນຟົດຟື້ນ ພ້ອມກັນຮັກສາມູນເຊື້ອທຸງ ນຳໜ້າຂະບວນການແຂ່ງຂັນ 4 ບຸກໄວ້ໃຫ້ໝັ້ນຄົງຕະລອດໄປ.

ໂດຍ: ໄພຊານ ຂັນຕິສັກ