ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ສະຫຼຸບຜົນງານ ປີ 2018 ແລະ ວາງທິດທາງແຜນການ ປີ 2019 ຂອງຕົນ ພ້ອມທັງສະເຫຼີມສະຫຼອງວັນແມ່ຍິງສາກົນ.
ຈຳນວນຜູ້ອ່ານ: 27
ອະນຸມັດວັນທີ: 07/03/2019

      ເພື່ອເປັນການສະຫຼຸບຕີລາຄາຄືນກ່ຽວກັບການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ສະຫະພັນແມ່ຍິງ ຄະນະຈັດຕັ້ງສູນການພັກໄດ້ຈັດກອງ ປະຊຸມຜົນງານການເຄື່ອນໄຫວວຽກງານ ປະຈຳປີ 2018 ແລະ ວາງທິດທາງແຜນການປະຈຳປີ 2019 ຂຶ້ນໃນວັນທີ 6 ມີນາ 2019 ທີ່ຫ້ອງປະຊຸມໃຫຍ່ ຄະນະຈັດຕັ້ງສູນກາງພັກ ໂດຍການເປັນປະທານຂອງສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ສະຫາຍ ນາງ ບຸດສະດີ ທະນະເມືອງ ຄະນະພັກ, ຫົວ ໜ້າກົມຄຸ້ມຄອງ, ຜູ້ຊີ້ນຳອົງການຈັດຕັ້ງສະຫະພັນແມ່ຍິງ, ສະຫາຍ ນາງ ວິໄລ ອຸ່ນມີໄຊ ຮອງຫົວໜ້າກົມຄົ້ນຄວ້າ ນະໂຍບາຍພະນັກງານ, ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ປະທານສະຫະແມ່ຍິງ ຄະນະຈັດຕັ້ງ ສູນການພັກ, ມີເລຂາໜ່ວຍພັກ, ຕາງໜ້າໃຫ້ອົງການຈັດຕັ້ງມະຫາຊົນຊາວ, ກຳມະບານ ແລະ ສະມາຊິກສະຫະພັນຍິງ ທົ່ວສຳນັກງານຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.

    ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການກ່າວຈຸດປະສົງ ແລະ ການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VII , ມະຕິກອງປະຊຸມເປີດກວ້າງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ ປະຈຳປີ 2018, ເລົ່າມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 109 ປີ ແລະ ຮັບຟັງການສະຫຼຸບຕີລາຄາການເຄື່ອຍນໄຫວ ວຽກງານສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ປະຈຳປີ 2018 ຈາກສະຫາຍ ນາງ ວິໄລ ອຸ່ນມີໄຊ ປະທານສະ ຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ, ສະຫາຍ ນາງ ແສງວອນ ແກ້ວນິນັນລັດ ຮອງປະທານສະຫະພັນແມ່ຍິງ ຄະນະ ຈັດຕັ້ງສູນກາງພັກ ໂດຍໄດ້ຍົກໃຫ້ເຫັນຜົນງານໃນແຕ່ລະດ້ານ ດ້ານການເມືອງ-ແນວຄິດ ກໍຖືເອົາເປັນວຽກງານໜຶ່ງທີ່ມີ ຄວາມສຳຄັນ ສະມາຊິກສະຫະພັນແມ່ຍິງກໍໄດ້ມີການ ເຂົ້າຮ່ວມຮັບຟັງເຜີຍແຜ່ເຊື່ອມຊຶມບັນດາເອກສານ ສຳຄັນຕ່າງໆ ຂອງພັກ, ຂອງຊາດ ແລະ ການດເຂົ້າຮ່ວມການປະຖະ ກະຖາວັນສຳຄັນຕ່າງໆ ມີຜູ້ເຂົ້າຮ່ວມ 336 ເທື່ອຄົນ, ດ້ານ ວຽກງານວິຊາສະເພາະຄະນະສະຫະພັນແມ່ຍິງ ກໍໄດ້ເອົາໃຈ ໃສ່ຊີ້ນຳສະມາຊິກສະຫະພັນແມ່ຍິງ ໃນການຕັ້ງໜ້າຈັດຕັ້ງ ປະ ຕິບັດວຽກງານວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດ ຊອບ ສູງ ສະແດງອອກໃນຳໄລຍະຜ່ານມາ ຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຊີ້ນຳ-ນຳພາວຽກງານສ້າງພະນັກງານ ເພດຍິງດ້ວຍການຫັນລົງທ້ອງຖິ່ນຮາກຖານ 56 ເທື່ອຄົນ, ລົງກະຊວງ-ອົງການ 23 ເທື່ອຄົນ, ເພື່ອຮຽນ ຮູ້ຈາກວຽກງານຕົວຈິງ; ໄປຍົກລະດັບໄລຍະຍາວຈຳນວນ 05 ສະຫາຍ, ຢູ່ພາຍໃນ 04 ສະຫາຍ ແລະ ຕ່າງປະເທດ 01 ສະຫາຍ, ບຳລຸງໄລຍະສັ້ນ 32 ສະຫາຍ, ພາຍໃນປະເທດ 31 ສະຫາຍ, ຕ່າງປະເທດ 01 ສະຫາຍ. ປະຈຸບັນ ສະມາຊິກແມ່ຍິງມີລະດັບວິຊາສະເພາະປະລິນຍາໂທ 16 ສະຫາຍ, ປະລິນຍາຕີ 59 ສະຫາຍ, ຊັ້ນສູງ 06 ສະຫາຍ, ຊັ້ນກາງ 01 ສະຫາຍ. ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ: ຄະນະສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ໃນການຕິດຕາມ ການປະຕິບັດວຽກງານວິຊາສະເພາະ, ໄດ້ສ້າງແຜນການ​ອັນ​ລະອຽດໃນການປະເມີນຜົນ,ໄດ້ກຳນົດເອົາທຸກ ເດືອນມິຖຸນາຂອງແຕ່ລະປີ, ໃນນັ້ນ ປີ 2018 ໄດ້ປະເມີນສະມາຊິກແມ່ຍິງ 3 ດີປະເພດ I ມີ 54 ສະ ຫາຍ ກວມ 66%, ປະເພດ II ມີ 16 ສະຫາຍ ແລະ ໜ່ວຍແມ່ຍິງ 3 ດີມີ 10 ໜ່ວຍ ກວມ 100%, ປະ ເມີນຜົນສະມາຊິກແມ່ຍິງ 3 ດີໄລຍະກາງສະໄໝ (2016-2018) ໄດ້ປະເພດ I ຈຳນວນ 27 ສະຫາຍ, ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີປະຈຳສົກປີ 2017-2018, ວາງທິດທາງແຜນການປະຈຳສົກ ປີ 2018-2019 ແລະ ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (2016-2018) ແລະ ເປີດ ບັ້ນແຂ່ງຂັນໄລຍະທີ II (2019-2020).

     ຄຽງຄູ່ກັບຜົນສຳເລັດໃນ 1 ປີຜ່ານມານັ້ນ ຄະນະສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກກໍໄດ້ວາງທິດທາງ ແຜນການຂອງຕົນ ໃນປີ 2019 ສືບຕໍ່ເອົາໃຈໃສ່ໃນການ​ສຶກສາ​ອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງດ້ວຍການຊຸກຍູ້ສະມາຊິກແມ່ຍິງເຂົ້າຮ່ວມຮັບຟັງການເຊື່ອມຊຶມມະຕິ, ຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ນິຕິກໍາອື່ນໆ ທີ່ ພົວພັນເຖິງການພັດທະນາ, ການປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ສ້າງໃຫ້ສະ ມາຊິກແມ່ຍິງມີສະຕິ ໃນການຮັບຟັງຂໍ້ມູນ-ຂ່າວສານຈາກສື່ຕ່າງໆ; ພ້ອມກັນນັ້ນ ກໍຊຸກຍູ້ໃຫ້ຄົ້ນຄວ້າ, ເຊື່ອມຊຶມ ບັນດານິຕິກຳ ກ່ຽວກັບວຽກງານກໍ່ສ້າງພັກ-ພະນັກງານ; ​ເພື່ອ​ໃຫ້​ສະມາຊິກ​ແມ່ຍິງ ມີຄຸນທາດການເມືອງທີ່ໜັກ ແໜ້ນ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ແລະ ການຈັດຕັ້ງທີ່ຕົນເອງສັງກັດຢູ່ມີສະຕິ ຕໍ່ການປະຕິບັດລະບຽບການ ຂອງ​ສຳນັກງານຄະນະຈັດຕັ້ງສູນກາງພັກວາງອອກຢ່າງເຂັ້ມງວດ ດ້ານວິຊາສະເພາະ ຊີ້ນຳ-ນຳພາສະມາຊິກແມ່ຍິງ ໃນການ​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ພັກ ຄະນະ​ຈັດຕັ້ງສູນ​ກາງ​ພັກເອົາ ໃຈໃສ່ປະກອບສ່ວນປະຕິບັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດ, ສິດ, ໜ້າທີ່ຂອງ ຕົນດ້ວຍຄວາມຮັບຜິດຊອບສູງ, ມີຫົວຄິດປະດິດສ້າງ, ການຈັດຕັ້ງປະຕິບັດວຽກງານຕ້ອງມີການສະຫຼຸບ ປະເມີນຜົນໃນແຕ່ລະໄລຍະ, ຮູ້ເສີມຂະຫຍາຍຈຸດດີ ແລະ ແກ້ໄຂຈຸດອ່ອນໃຫ້ທັນກັບສະພາບການຕົວຈິງ.  ດ້ານການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ໄລຍະທີ II (2019-2020) ໃຫ້ບັນລຸຕາມຄາດໝາຍ ທີ່ວາງໄວ້, ຄະນະສະຫະພັນແມ່ຍິງ ກຳນົດ​ມາດຖານ, ​ເງື່ອນ​ໄຂ​ເປັນ​ອັນ​ລະອຽດເພື່ອເປັນບ່ອນອີງໃນການ ປະເມີນ; ຕິດຕາມ, ຊຸກຍູ້ບັນດາໜ່ວຍແມ່ຍິງໃຫ້ສ້າງແຜນງານ, ໂຄງການອັນລະອຽດຂອງຕົນ, ການຈັດ ຕັ້ງປະຕິບັດໃຫ້ຕິດພັນກັບວຽກງານວິຊາສະເພາະ, ໃຫ້ຖືເອົາເນື້ອໃນຂໍ້ແຂ່ງຂັນ 3 ດີເປັນເນື້ອໃນ ໃນການ ດຳເນີນຊີວິດການເມືອງຂອງໜ່ວຍເພື່ອກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ພ້ອມທັງຄາດຄະເນເດືອນມິຖຸນາປີ 2019 ໃຫ້ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີປະຈຳປີ 2019 ແລະ ວາງ ທິດທາງແຜນການປີ 2020, ພ້ອມທັງໃຫ້ຄັດເລືອກສະມາຊິກແມ່ຍິງ 3 ດີ ແລະ ໜ່ວຍແມ່ຍິງ 3 ດີ.

     ໃນຕອນທ້າຍ ກອງປະຊຸມຍັງໄດ້ຮັບຖການໂອລົມຂອງສະຫາຍ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄຕໍ່ຜົນສຳເລັດໃນ 1 ປີຜ່ານມາທີ່ສະຫະພັນ ແມ່ຍິງຍາດມາໄດ້ ແຕ່ເຖິງຢ່າງໃດກໍຕາມຈາກຜົນງານ-ຜົນສໍາເລັດໃນຫລາຍດ້ານທີ່ກ່າວມານັ້ນຕາມແຕ່ຖ້າທຽບໃສ່ຄວາມ ຮຽກຮ້ອງຕ້ອງການໃນເງື່ອນໄຂໃໝ່ ທີ່ປະເທດຊາດຂອງພວກເຮົາ ກຳລັງພັດທະນາ ເຫັນວ່າແມ່ຍິງ ພວກເຮົາຈະຕ້ອງໄດ້ພ້ອມກັນສືບຕໍ່ສູ້ຊົນບຸກບືນ, ຈັດຕັ້ງປະຕິບັດວຽກງານແມ່ຍິງ ຕິດພັນກັບວຽກ ງານວິຊາສະເພາະໃຫ້ບັນລຸ ຜົນສຳເລັດ ຕາມຄາດໝາຍນັ້ນ, ເອື້ອຍນ້ອງແມ່ຍິງຕ້ອງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ມີຄຸນທາດການເມືອງ ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຫ້າວຫັນບຸກບືນສູ້ຊົນປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບ ມອບໝາຍ, ດຸໝັ່ນຂະຫຍັນ ພຽນຄົ້ນຄວ້າຮໍ່າຮຽນແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ; ຄະນະສະຫະພັນແມ່ຍິງ ແລະ ຄະນະໜ່ວຍ ເອົາໃຈໃສ່ໃນການປະຕິບັດພາລະບົດບາດ, ສິດ, ໜ້າທີ່ ຂອງ ຕົນເອງ ດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການ ເລັ່ງໃສ່ປັບປຸງແບບແຜນວິທີ ການນໍາພາ ໃຫ້ແທດກັບຕົວຈິງ, ເຮັດວຽກຢ່າງມີແຜນການ, ແຜນງານ, ໂຄງການໃຫ້ມີຈຸດສຸມລະອຽດ, ຖອດຖອນບົດຮຽນ ເພື່ອໃຫ້ເຫັນອັນດີທີ່ຈະຕ້ອງໄດ້ສືບຕໍ່ສົ່ງເສີມ ແລະ ຈຸດຄົງ ຄ້າງທີ່ຈະຕ້ອງ ໄດ້ແກ້ໄຂ ພ້ອມກັ້ນນັ້ນ ກໍພ້ອມກັນຕັ້ງໜ້າປະກອບສ່ວນໃນການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃນສັງຄົມທີ່ມີບັນຫາໃນ ປະຈຸບັນເຊັ່ນ: ຫລີ້ນກິນຟຸມເຟື່ອຍ, ຕິດສື່ອອນໄລ ແລະ ໄພສັງຄົມອື່ນໆ.  ເປັນເຈົ້າການເສີມ ຂະຫຍາຍມູນເຊື້ອວັດທະນາທຳອັນດີງາມຂອງຊາດ, ສະແດງອອກໃນການນຸ່ງຖືຖຶກຕາມຮີດຄອງປະເພນີ, ຖືກຕາມກາລະເທສະ, ດ້ວຍຄວາມເຊື່ອໝັ້ນວ່າ ບັນດາສະຫາຍສະມາຊິກສະຫະພັນແມ່ຍິງ ຈະພ້ອມກັນເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາສືບຕໍ່,  ຕັ້ງໜ້າເສີມຂະຫຍາຍມູນເຊື້ອຮັກຊາດ, ມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ມູນເຊື້ອດຸໝັ່ນຂະ ຫຍັນພຽນ, ໂອບອ້ອມອາລີ, ປະກອບສ່ວນໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍໃຫ້ມີຜົນສຳເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ…ຯ

ໂດຍ: ແສງອາລຸນ