ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ໜ່ວຍຊາວໜຸ່ມກົມຄົ້ນຄວ້ານະໂຍບາຍພະນັກງານຄະນະຈັດຕັ້ງສູນກາງພັກສຳເລັດກອງປະຊຸມໃຫຍ່ຂັ້ນຂອງຕົນ.
ຈຳນວນຜູ້ອ່ານ: 32
ອະນຸມັດວັນທີ: 25/02/2019

      ປະຕິບັດຕາມບົດແນະນຳຂອງຄະນະເລຂາທິການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກ່ຽວກັບ ການກະກຽມດຳເນີນກອງປະຊຸມໃຫຍ່ຊາວໜຸ່ມແຕ່ລະຂັ້ນ ສະບັບເລກທີ 630/ຄລຂ ລົງວັນທີ 26 ຕຸລາ 2017 ແລະ ບົດແນະນຳຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມ ສະບັບເລກທີ 126/ຄຊໜ ລົງວັນທີ 20 ກຸມພາ 2018. ຕອນເຊົ້າວັນທີ 19 ກຸມພາ 2019 ໜ່ວຍຊາວໜຸ່ມກົມຄົ້ນຄວ້ານະໂຍບາຍພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ຂັ້ນຂອງຕົນຂຶ້ນ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ບັນນະວົງ ດ້ວງປັນຍາ ຄະນະໜ່ວຍພັກກົມຄົ້ນຄວ້ານະໂຍບາຍພະນັກງານ ຄະນະຈັດຕັ້ງສູນກາງພັກ, ມີສະຫາຍ ນາງ ວຽງຄຳ ແສນສະທິດ ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ຄະນະຈັດຕັ້ງສູນກາງພັກ, ມີເລຂາໜ່ວຍ, ຮອງເລຂາໜ່ວຍ, ສະມາຊິກຊາວໜຸ່ມພາຍໃນໜ່ວຍ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

      ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະໜ່ວຍ ຊຸດເກົ່າ ເຊິ່ງໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຂອງຕົນໄລຍະຜ່ານມາ ສາມາດຍາດໄດ້ຜົນສຳ ເລັດຫຼາຍດ້ານເປັນຕົ້ນ ການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມໃນຄວາມຮັບຜິດຊອບ ຂອງໜ່ວຍ ມີທັດສະນະການເມືອງຖືກຕ້ອງ ມີຄວາມອຸ່ນອ່ຽນ ທຸ່ນທ່ຽງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງທີ່ໄດ້ຮັບມອບໝາຍ, ມີສະຕິເປັນເຈົ້າການປະກອບສ່ວນໃນວຽກງານລວມຂອງຊາວໜຸ່ມ ແລະ ວຽກ ງານວິຊາສະເພາະຂອງກົມກໍ່ຄືວຽກງານລວມຂອງຄະນະຈັດຕັ້ງສູນກາງພັກຕາມການມອບໝາຍ ເຮັດໃຫ້ໜ່ວຍ ຊາວໜຸ່ມກົມຄົ້ນຄວ້ານະໂຍບາຍພະນັກງານ ໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກ 3 ຄັ້ງຕິດຕໍ່ກັນ.

     ກອງປະຊຸມໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ 2 ສະຫາຍ ເຊິ່ງກອງປະຊຸມຄັ້ງ ປະຖົມມະເລີກໄດ້ເປັນເອກະສັນເລືອກເອົາ ສະຫາຍ ມີໄຊ ວົງຫາລາດ ເປັນເລຂາໜ່ວຍ ແລະ ສະຫາຍ ນາງ ປະລັດດາ ພານຸເດດ ເປັນຮອງເລຂາໜ່ວຍ.

     ໃນຕອນທ້າຍກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມຈາກສະຫາຍ ບັນນະວົງ ດ້ວງປັນຍາ ແລະ ສະຫາຍ ນ. ວຽງຄຳ ແສນສະທິດ ເຊິ່ງຄຳເຫັນໂອ້ລົມໄດ້ເນັ້ນໜັກໃຫ້ຄະນະໜ່ວຍຊຸດໃໝ່ ແລະ ສະມາຊິກ ຊາວໜຸ່ມທຸກສະຫາຍພາຍໃນໜ່ວຍມີຄວາມສາມັກຄີເປັນປຶກແຜ່ນ, ຮັກສາມູນເຊື້ອອັນດີງາມ ແລະ ເສີມຂະ ຫຍາຍໝາກຜົນການປະຕິວັດຂອງຊາວໜຸ່ມລາວໃນເມື່ອກ່ອນກໍ່ຄືການພັດທະນາປະເທດຊາດໃນປະຈຸບັນ, ຊາວໜຸ່ມຕ້ອງກາຍເປັນກຳລັງໜຸ່ມທີ່ເຂັ້ມແຂງເພື່ອສືບທອດພາລະກິດຂອງພັກ ແລະ ປະເທດຊາດມອບໝາຍໃຫ້, ພ້ອມກັນນຳເອົາເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດການ ປະຕິບັດໜ້າທີ່ວຽກງານປະຈຳວັນໃຫ້ມີຜົນສຳເລັດ.      ກອງປະຊຸມໄດ້ສຳເລັດຜົນຢ່າງຈົບງາມໃນວັນດຽວກັນ.

ຂ່າວ: ແສງຄຳ ຈິດຕະວົງ