ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຊາວໜຸ່ມຄະນະຈັດຕັ້ງສູນກາງພັກ (ຄຈສພ) ສະຫຼຸບວຽກງານປະຈຳປີ 2018 ແລະ ຮັບຮອງ 4 ບຸກ ຄັ້ງທີ 3
ຈຳນວນຜູ້ອ່ານ: 33
ອະນຸມັດວັນທີ: 15/02/2019

ປະຕິບັດຕາມບົດແນະນຳການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເລກທີ 421/ລຂ, ລົງວັນທີ 28/07/2016 ແລະ ແຜນການດຳເນີນງານປະຈຳປີຂອງຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຈັດຕັ້ງສູນກາງພັກ.

          ວັນທີ 14 ກຸມພາ 2019 ຊາວໜຸ່ມຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ແລະ ປະກາດ 4 ບຸກ ຄັ້ງທີ 3 ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນຕາ ເທບພະວົງ ຮອງເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫາຍ ນ. ວິໄລວັນ ເພັງສະຫວັດ ຄະນະພັກ ຜູ້ຊີ້ນຳວຽກງານຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ, ສະຫາຍ ນ. ວຽງຄຳ ແສນສະທິດ ເລຂາຄະນະບໍລິຫານງານຊາວໜຸ່ມ ຄຈສພ, ມີແຂກຖືກເຊີນ ແລະ ສະມາຊິກຊາວໜຸ່ມ ຄຈສພ 100 ກວ່າສະຫາຍເຂົ້າຮ່ວມ.

ໃນພິທີ ສະຫາຍ ສີອຳພອນ ຈັນລາຕີ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ຄຈສພ ໄດ້ຜ່ານບົດສະຫຼຸບວຽກງານຊາວໜຸ່ມປີ 2018 ແລະ ແຜນການປີ 2019 ເຊິ່ງຍົກໃຫ້ເຫັນດ້ານທີ່ຕັ້ງໜ້າ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້. ໄລຍະຜ່ານມາຄະນະບໍລິຫານງານຊາວໜຸ່ມ ຄຈສພ ໄດ້ຖືເອົາການສຶກ ສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມມີຫຼັກໝັ້ນຊົນຊັ້ນກຳມະກອນ, ມີທັດສະນະ ແລະ ຄ່ານິຍົມທີ່ຖືກຕ້ອງຕາມແນວທາງປ່ຽນແປງໃໝ່ຂອງພັກ ເພື່ອສະໜອງກຳລັງແຮງຊາວໜຸ່ມໃຫ້ກາຍເປັນ ສິນໄຊຂອງຍຸກສະໄໝ.

ໃນວາລະດັ່ງກ່າວຍັງໄດ້ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມຂັ້ນຂອງຕົນ ແລະ ຮັບຮອງເປັນຊາວໜຸ່ມ 4 ບຸກ ເທື່ອທີ 3 ຕາມຂໍ້ຕົກລົງຂອງຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 1282/ລຂ, ລົງວັນທີ 14 ທັນວາ 2018.

ປະຈຸບັນ ສະມາຊິກຊາວໜຸ່ມ ຄຈສພ ມີທັງໝົດ 149 ສະຫາຍ, ໄດ້ຮັບຮອງເປັນຊາວໜຸ່ມ 4 ບຸກ ຫຼື ປະເພດແຂງ 123 ສະຫາຍ, ປະເພດກາງ 13 ສະຫາຍ ແລະ ບໍ່ໄດ້ຈັດປະເພດ 13 ສະຫາຍ ຍ້ອນເປັນສະມາຊິກຊາວໜຸ່ມມາເຮັດວຽກໃໝ່ເຄື່ອນໄຫວຢູ່ພາຍໃນໜ່ວຍບໍ່ທັນຮອດປີ, ຖືກສົ່ງໄປຍົກລະດັບຮຽນຕໍ່ໄລຍະຍາວ ແລະ ຍົກຍ້າຍໄປຮ່ວມຊີວິດຢູ່ບ່ອນໃໝ່ຈຳນວນໜຶ່ງ; ໜ່ວຍຊາວໜຸ່ມທີ່ຂຶ້ນກັບຄະນະບໍລິຫານງານຊາວໜຸ່ມ ຄຈສພ ທັງໝົດມີ 10 ໜ່ວຍ ໄດ້ຮັບໃບຢັ້ງຢືນເປັນໜ່ວຍຊາວໜຸ່ມ 4 ບຸກ 9 ໜ່ວຍ, ສະມາຊິກຊາວໜຸ່ມມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍກໍ່ຄືທິດທາງໜ້າທີ່ວຽກງານແຕ່ລະດ້ານ ແລະ ສາມາດຕີຖອຍໄດ້ແນວຄິດຄອງເດີມ, ຂີ້ຄ້ານມັກງ່າຍ, ເອື່ອຍອີງລໍຄອຍ, ຮັກສາໄດ້ຄວາມສາມັກຄີເປັນປຶກແຜ່ນ ເຮັດໃຫ້ສະມາຊິກຊາວໜຸ່ມມີຄວາມເຕີບໃຫຍ່ເຂັ້ມແຂງໄປພ້ອມກັບຂະບວນການເທື່ອລະກ້າວ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງສູງຂຶ້ນ ຫຼາຍສະຫາຍໄດ້ກາຍເປັນມະຫາຊົນກ້າວໜ້າ, ຂະຫຍາຍເຂົ້າເປັນສະມາຊິກພັກໄດ້ 12 ສະຫາຍ, ຍິງ 3 ສະຫາຍ, ໄດ້ຮັບການເລື່ອນຊັ້ນຕໍາແໜ່ງຈາກວິຊາການເປັນຮອງພະແນກ 6 ສະຫາຍ, ຍິງ 2 ສະຫາຍ. ໃນກອງປະຊຸມສະຫຼຸບວຽກງານ ຄຈສພ ປະຈຳປີ ໄດ້ມີສະມາຊິກຊາວໜຸ່ມຖືກຄັດເລືອກເປັນຕົວເດັ່ນໃນການປະຕິບັດໜ້າທີ່ວຽກງານ ແລະ ໄດ້ຮັບໃບຍ້ອງຍໍຈາກ ຄຈສພ ຈຳນວນ 44 ສະຫາຍ, ຍິງ 11 ສະຫາຍ.

ຍ້ອນຜົນງານຫຼາຍອັນທີ່ພົ້ນເດັ່ນ ໄດ້ຕາມມາດຖານຂໍ້ແຂ່ງຂັນ 4 ບຸກຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ເຮັດໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄະນະຈັດຕັ້ງສູນກາງພັກ ຖືກຮັບຮອງເປັນຄະນະຊາວໜຸ່ມ 4 ບຸກ ເທື່ອທີ 3 ຕິດຕໍ່ກັນຢ່າງສົມກຽດ.

      ໃນຕອນທ້າຍຂອງກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄຳເຫັນໂອ້ລົມ ແລະ ຮັບຟັງການເຜີຍແຜ່ເນື້ອໃນກອງປະຊຸມຄົບຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຄັ້ງທີ 4 ສະໄໝທີ VII ຈາກສະຫາຍ ບຸນຕາ ເທບພະວົງ ເຊິ່ງເນື້ອໃນຄຳເຫັນໂອ້ລົມລ້ວນແຕ່ແມ່ນທັດສະນະຊີ້ນຳຂອງພັກຕໍ່ຊາວໜຸ່ມລາວຍຸກໃໝ່ ຍຸກແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດຕາມຈຸດໝາຍສັງຄົມນິຍົມ ເຊິ່ງມັນຮຽກຮ້ອງໃຫ້ຊາວໜຸ່ມລາວທຸກທົ່ວໜ້າເປັນເຈົ້າການຮັບຜິດຊອບເຮັດລ້ອນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ບໍ່ຫວັ່ນໄຫວຄອນແຄນຕໍ່ສິ່ງທົດສອບໃດໆ ມີນ້ຳໃຈອົດທົນເສຍສະລະຕໍ່ຜົນປະໂຫຍດສ່ວນລວມ ດັ່ງຄຳຂັວນທີ່ວ່າ: “ບ່ອນໃດຍາກຊາວໜຸ່ມເຮົາບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ບ່ອນໃດຊາດຕ້ອງການຊາວໜຸ່ມຂານອາສາ, ຊາວໜຸ່ມລາວປຽບເໝືອນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພະຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝ, ຊາວໜຸ່ມລາວອາດຫານກ້າວຂຶ້ນ”.

ໂດຍ: ຄອນຄໍາ ໂສລັດຕະນະວົງ