ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມ ຫ້ອງການ 2 ຄັ້ງທີ I ປະສົບຜົນສຳເລັດຢ່າງສະຫງ່າງາມ
ຈຳນວນຜູ້ອ່ານ: 35
ອະນຸມັດວັນທີ: 06/02/2019

     ໃນຕອນເຊົ້າຂອງວັນທີ 25 ມັງກອນ 2019 ທີ່ຜ່ານມາ ໜ່ວຍຊາວໜຸ່ມຫ້ອງການ 2 ໄດ້ເປີດກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ຫ້ອງການ 2 ຂຶ້ນຢູ່ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ. ໄດ້ຮັບກຽດເຂົ້າຮ່ວມຈາກ ສະຫາຍ ນ.ວົງຄຳ ສຸທຳມະວົງ ກຳມະການພັກ ຄະນະຈັດຕັ້ງສູນກາງພັກ, ເລຂາໜ່ວຍພັກຫ້ອງການ ຄະນະຈັດຕັ້ງສູນກາງພັກ ແລະ ສະຫາຍ ນ.ວຽງຄຳ ແສນສະທິດ ເລຂາຄະນະບໍລິງານງານຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ, ມີເລຂາໜ່ວຍ, ຮອງເລຂາໜ່ວຍ ພ້ອມທັງສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມຂອງຄະນະ ໜ່ວຍຊຸດເກົ່າ ເຊິ່ງໄດ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວທົ່ວປະເທດ ຄັ້ງທີ VII, ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ທີ່ສູນກາງຊາວໜຸ່ມວາງອອກ ກໍຄືມະຕິກອງປະຊຸມໃຫຍ່ສະມາຊິກຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ ຄັ້ງທີ VII ໃນໄລຍະຜ່ານມາ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນ ຄະນະໜ່ວຍຊຸດເກົ່າໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດຢ່າງໃກ້ສິດ ແລະ ເປັນປົກກະຕິ ເຮັດໃຫ້ສະມາຊິກພາຍໃນໜ່ວຍສ່ວນຫຼາຍມີທັດສະນະການເມືອງຖືກຕ້ອງ, ມີຄວາມອຸ່ນອ່ຽນ, ທຸ່ນທ່ຽງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ມີສະຕິເປັນເຈົ້າການປະຕິບັດລະບຽບກົດໝາຍ, ເປັນກຳລັງແຮງສຳຄັນເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ສ້າງຂະບວນການຕ້ອນຮັບວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ເຮັດໃຫ້ໜ່ວຍຊາວໜຸ່ມຫ້ອງການ 2 ສາມາດຍາດໄດ້ນາມມະຍົດໜ່ວຍຊາວໜຸ່ມ 4 ບຸກ ເຖິງ 3 ສະໄໝຕິດຕໍ່ກັນ.

     ກອງປະຊຸມຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະໜ່ວຍຊຸດໃໝ່ ຈຳນວນ 2 ສະຫາຍ ໂດຍໄດ້ປ່ອນບັດເອົາ ສະຫາຍ ພຸດທະປັນຍາ ພົມມະຈາລີ ເປັນເລຂາໜ່ວຍ ແລະ ສະຫາຍ ນ.ຄຳຫຼ້າ ຈັນທະມາລາ ເປັນຮອງເລຂາໜ່ວຍ.

     ໃນຕອນທ້າຍ ກອງປະຊຸມຍັງໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ນ.ວົງຄຳ ສຸທຳມະວົງ ແລະ ສະຫາຍ ນ.ວຽງຄຳ ແສນສະທິດ ຊຶ່ງທັງ 2 ສະຫາຍ ລ້ວນແຕ່ໄດ້ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ແລະ ໃຫ້ທິດຊີ້ນຳຄະນະໜ່ວຍຊຸດໃໝ່ໃນການສຶບຕໍ່ນຳພາວຽກງານຂອງຊາວໜຸ່ມ ນຳເອົາເນື້ອໃນຈິດໃຈມະຕິຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງໃຫ້ມີຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

     ກອງປະຊຸມໄດ້ປິດລົງໃນເວລາ 11:30 ໂມງ ຂອງວັນດຽວກັນດ້ວຍຜົນສຳເລັດອັນຈົບງາມ