ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີປາຖະກະຖາເລົ່າມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ
ຈຳນວນຜູ້ອ່ານ: 50
ອະນຸມັດວັນທີ: 19/12/2018

          ໃນຕອນເຊົ້າຂອງວັນທີ 12 ທັນວາ 2018 ທີ່ຜ່ານມາ ຄະນະຊາວໜຸ່ມຈາກ 7 ພາກສ່ວນຄື: ຊາວໜຸ່ມຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສະຖາບັນວິທະຍາສາດສັງຄົມແຫ່ງຊາດ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ແລະ ວັນສ້າງຕັ້ງກອງທັບ ປະຊາຊົນລາວຄົບຮອບ 70 ປີ ຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ, ມີຜູ້ຕາງໜ້າຈາກສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊິກຊາວໜຸ່ມທັງ 7 ພາກສ່ວນເຂົ້າຮ່ວມຈຳນວນ 521 ຄົນ.

          ໃນພິທີທີ່ມີຄວາມໝາຍຄວາມສຳຄັນນີ້ ໄດ້ຮັບຟັງການເລົ່າມູນເຊື້ອວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 98 ປີ ເຊິ່ງເປັນກຽດປາຖະກະຖາໂດຍ ທ່ານ ສີປະເສີດ ແສນສະຫວັດ ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຊິ່ງທ່ານໄດ້ຍົກ ໃຫ້ເຫັນ ຊາດລາວເປັນຊາດໜຶ່ງ ທີ່ມີປະຫວັດແຫ່ງກຳເນີດອັນເກົ່າແກ່ທີ່ມີມູນເຊື້ອສະຫງ່າອົງອາດກ້າຫານ, ມູນເຊື້ອດຸໝັ່ນໃນການອອກແຮງງານ, ມູນເຊື້ອສາມັກຄີປອງດອງ, ມູນເຊື້ອຮັກເຊື້ອແພງຊາດ ແລະ ມູນເຊື້ອຮັກວັດທະນະທຳທີ່ເປັນເອກະລັກອັນຈົບງາມ, ອັນພົ້ນເດັ່ນກວ່າໝູ່ແມ່ນມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈຳນົນ ຕ້ານການຮຸກຮານຂອງສັດຕູຢ່າງເດັດດ່ຽວໝຽວແໜ້ນຂອງບັນພະບູລຸດລາວເຮົາໃນການທ້ອນໂຮມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນບັນດາເຜົ່າ, ຜ່ານຂະບວນການຄືດັ່ງກ່າວມາຮອດວັນທີ 2 ທັນວາ 1975 ກໍ່ໄດ້ສະຖາປະນາເປັນປະເທດ ສປປ ລາວ ຢ່າງສະຫງ່າຜ່າເຜີຍ.

         ນອກຈາກນັ້ນ ຍັງໄດ້ຮັບຟັງການເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ 20 ມັງກອນ 1949 ເຊິ່ງເປັນກຽດປາຖະກະຖາໂດຍ ທ່ານ ພົ.ວ ສາຍສະໝອນ ສະຫຼັບແສງ ຫົວໜ້າກົມໂຄສະນາອົບຮົມ ກົມໃຫຍ່ການເມືອງກອງທັບ ເຊິ່ງທ່ານໄດ້ຍົກໃຫ້ເຫັນການປະຕິວັດຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ, ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ການນຳພາອັນປີ ຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກອງທັບປະຊາຊົນລາວໄດ້ຜ່ານຜ່າອຸປະສັກ ນາໆປະການ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດປົດປ່ອຍປະເທດຊາດ, ເຮັດສຳເລັດພາລະກຳປະຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ, ສາມາດຕີເອົາຊະນະຈັກກະພັດລ່າເມືອງຂຶ້ນຝຣັ່ງ, ຈັກກະພັດອາເມລິກາຜູ້ຮຸກຮານພ້ອມດ້ວຍລູກແຫຼ້ງຕີນມືຂອງພວກເຂົາ ສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ.