ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄະນະຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ ເຂົ້າຮ່ວມອອກແຮງງານລວມ ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 43 ປີ
ຈຳນວນຜູ້ອ່ານ: 25
ອະນຸມັດວັນທີ: 19/12/2018

       ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ໃຫ້ເປັນຂະບວນຟົດຟື້ນ ແລະ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີຮັກແພງຂອງສະມາຊິກຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ ກັບສະມາຊິກຊາວໜຸ່ມອ້ອມຂ້າງຫຼັກ 6, ໃນຕອນເຊົ້າຂອງ ວັນທີ 1 ທັນວາ 2018 ທີ່ຜ່ານມາສະມາຊິກຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ ຮ່ວມກັບສະມາຊິກຊາວໜຸ່ມຫ້ອງວ່າການສູນກາງພັກ, ສະມາຊິກຊາວໜຸ່ມຫໍພິພິຕະພັນ ປະທານ ໄກສອນ ພົມວິຫານ, ສະມາຊິກຊາວໜຸ່ມຄະນະກວດກາສູນກາງພັກ, ສະມາຊິກຊາວໜຸ່ມຄະນະພົວພັນຕ່າງປະເທດສູນກາງພັກ, ສະມາຊິກຊາວໜຸ່ມສະຖາບັນວິທະຍາສາດສັງຄົມແຫ່ງຊາດ ແລະ ສະມາຊິກຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກ ໄດ້ພ້ອມກັນອອກແຮງງານລວມ, ເກັບຂີ້ເຫຍື້ອຕາມເສັ້ນທາງໄຟແດງຫໍປະຊຸມແຫ່ງຊາດ ແລະ ເຂດຮົ້ວຫຼັກ 6, ເພື່ອຕ້ອນຮັບວັນຊາດທີ 2 ທັນວາ ຄົບຮອບ 43 ປີ ( 2 ທັນວາ 1975 – 2 ທັນວາ 2018 ) ແລະ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນເປັນເຂດສະອາດມີຄວາມສວຍສົດງົດງາມ ຕາມຄໍາຂັວນທີ່ວ່າ: “ ຊາວໜຸ່ມຍຸກໃໝ່ ໃສ່ໃຈຄວາມສະອາດ ຄືການຮັກປະເທດຊາດ ແລະ ພັດທະນາ” ໃຫ້ປະກົດຜົນເປັນຈິງຢູ່ໃນເຂດຄວາມຮັບຜິດຊອບຂອງຕົນ.