ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຊາວໜຸ່ມຄະນະຈັດຕັ້ງສູນກາງພັກຈັດການແຂ່ງຂັນກິລາເປຕັງ ຊິງຂັນເລຂາຄະນະບໍລິຫານງານຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 36
ອະນຸມັດວັນທີ: 24/10/2018

ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຊາວໜຸ່ມຂັ້ນໜ່ວຍຂອງຄະນະຈັດຕັ້ງ ສູນກາງພັກ ທີ່ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນຟົດຟື້ນ  ແລະ ເສີມສ້າງຄວາມສາມັກຄີລະຫວ່າງພະນັກງານພາຍໃນ ກໍ່ຄືສະມາຊິກຊາວໜຸ່ມດ້ວຍກັນໃຫ້ມີຄວາມແໜ້ນແຟ້ນ, ປະກອບສ່ວນຍູ້ແຮງຂະບວນການແຂ່ງຂັນ 4 ບຸກຂອງຊາວໜຸ່ມວາງອອກໃຫ້ປະກົດຜົນເປັນຈິງ,  ຄະນະຊາວໜຸ່ມ ຄະນະຈັດຕັ້ງສູນກາງພັກໄດ້ຈັດຕັ້ງການແຂ່ງຂັນກິລາເປຕັງຂຶ້ນ ຊຶ່ງມີນັກກິລາຈາກ 10 ໜ່ວຍຊາວໜຸ່ມເຂົ້າຮ່ວມແຂ່ງຂັນ. ການແຂ່ງຂັນໄດ້ແບ່ງອອກເປັນ 3 ປະເພດຄື: ປະເພດທີມຊາຍ, ປະເພດທີມຍິງ ແລະ ປະເພດທີມປະສົມ, ມາຮອດວັນທີ 19 ຕຸລາ 2018 ສາມາດສະຫຼຸບຜົນການແຂ່ງຂັນໄດ້ດັ່ງນີ້:

1. ປະເພດທີມຊາຍ:

- ຊະນະເລີດ ໄດ້ແກ່ທີມຊາວໜຸ່ມ ກົມຈັດຕັ້ງພະນັກງານ

- ຮອງຊະນະເລີດອັນດັບ 1 ໄດ້ແກ່ທີມຊາວໜຸ່ມ ກົມກໍ່ສ້າງພະນັກງານ

- ຮອງຊະນະເລີດອັນດັບ 2 ໄດ້ແກ່ທີມຊາວໜຸ່ມ ຫ້ອງການ 2

2. ປະເພດທີມຍິງ:

- ຊະນະເລີດ ໄດ້ແກ່ທີມຊາວໜຸ່ມ ຫ້ອງການ 1.

- ຮອງຊະນະເລີດອັນດັບ 1 ໄດ້ແກ່ທີມຊາວໜຸ່ມ ກົມປ້ອງກັນພັກ-ພະນັກງານ

- ຮອງຊະນະເລີດອັນດັບ 2 ໄດ້ແກ່ທີມຊາວໜຸ່ມ ບກ ວາລະສານກໍ່ສ້າງພັກ

3. ປະເພດທີມປະສົມ:

- ຊະນະເລີດ ໄດ້ແກ່ທີມຊາວໜຸ່ມ ກົມຈັດຕັ້ງ ແລະ ກົດລະບຽບພັກ

- ຮອງຊະນະເລີດອັນດັບ 1 ໄດ້ແກ່ທີມຊາວໜຸ່ມ ຫ້ອງການ 2

- ຮອງຊະນະເລີດອັນດັບ 2 ໄດ້ແກ່ທີມຊາວໜຸ່ມ ຫ້ອງການ 1

ທີມຊະນະເລີດ

ທີມຮອງຊະນະເລີດ ອັນດັບ 1

ທີມຮອງຊະນະເລີດ ອັນດັບ 2