ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (2016-2018) ແລະ ທິດທາງແຜນການໄລຍະທີ II (2019-2020)
ຈຳນວນຜູ້ອ່ານ: 34
ອະນຸມັດວັນທີ: 31/07/2018

          ໃນຕອນເຊົ້າຂອງວັນທີ 18 ກໍລະກົດ 2018 ທີ່ຜ່ານມາ ສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (2016-2018) ແລະ ທິດທາງ ແຜນການໄລຍະທີ II (2019-2020) ຂຶ້ນ ຢູ່ທີ່ສະໂມສອນໃຫຍ່ ຄະນະຈັດຕັ້ງສູນກາງພັກ, ເປັນກຽດເຂົ້າ ຮ່ວມໂດຍ ທ່ານ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ແລະ ທ່ານ ນ.ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ມີປະທານສະຫະ ພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ, ພັນລະຍາການນໍາ, ຕາງໜ້າບັນດາກົມ, ຕາງໜ້າອົງການຈັດ ຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນຄະນະ ຈັດຕັ້ງສູນກາງພັກເຂົ້າຮ່ວມທັງໝົດ 75 ຄົນ.

          ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໄລຍະທີ I (2016-2018) ແລະ ທິດທາງແຜນການໄລຍະທີ II (2019-2020) ເຊິ່ງນຳສະເໜີໂດຍ ທ່ານ ນ.ວິໄລ ອຸ່ນມີໄຊ ປະທານສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ. ທ່ານໄດ້ຍົກໃຫ້ເຫັນໃນໄລຍະທີຜ່ານມາສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ ໄດ້ເປັນເຈົ້າການປຸກລະດົມຂົນຂວາຍສະມາຊິກແມ່ຍິງເຂົ້າຮ່ວມການຈັດ ຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 3 ດີ ຢ່າງເປັນຂະບວນຟົດຟື້ນ ເຊິ່ງເຫັນໄດ້ຈາກສະມາຊິກແມ່ຍິງໄດ້ເອົາໃຈໃສ່ໃນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍສ່ວນໃຫຍ່ແມ່ນໄດ້ຮັບຜົນສຳເລັດເປັນກ້າວໆ. ຜ່ານການຕີລາຄາໄລຍະທີ I (2016-2018) ສາມາດປະເມີນໄດ້ດັ່ງນີ້: ປີ 2016 ປະເພດ I ລວມມີ 53 ສະຫາຍ, ປະເພດ II ລວມມີ 10 ສະຫາຍ; ປີ 2017 ປະເພດ I ລວມມີ 53 ສະຫາຍ, ປະເພດ II ລວມມີ 12 ສະຫາຍ; ປີ 2018 ປະເພດ I ລວມມີ 53 ສະຫາຍ, ປະເພດ II ລວມມີ 13 ສະຫາຍ ແລະ ຍັງໄດ້ຈັດຕັ້ງການມອບໃບຍ້ອງຍໍໃຫ້ບຸກຄົນ 3 ດີ ຈຳນວນ 27 ສະຫາຍ, ຄຽງຄູ່ກັບດ້ານດີຍັງມີດ້ານອ່ອນທີ່ເອື້ອຍນ້ອງແມ່ຍິງຈະຕ້ອງໄດ້ສຶບຕໍ່ສຸມໃສ່ແກ້ໄຂເປັນຕົ້ນແມ່ນ ບັນຫາແນວຄິດຈົງຈຽມບໍ່ກ້າປະກອບຄຳຄິດຄຳເຫັນ, ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ, ຈໍານວນໜຶ່ງຄວາມຮັບຮູ້ເຂົ້າໃຈຕໍ່ກັບເນື້ອໃນຂໍ້ແຂ່ງຂັນ 3 ດີ ຍັງບໍ່ທັນເລິກເຊິ່ງເຮັດໃຫ້ການປະເມີນ ແລະ ຄັດເລືອກແມ່ຍິງ 3 ດີ ຍັງບໍ່ທັນຊັດເຈນເທົ່າທີ່ຄວນ; ນອກຈາກນັ້ນຍັງໄດ້ຮັບຟັງປາຖະກະຖາມູນເຊື້ອວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ ຈາກທ່ານ ນ. ສິລິກິດ ບຸບຜາ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ.