ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບວຽກງານສົກປີ 2017-2018 ຂອງສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 40
ອະນຸມັດວັນທີ: 18/06/2018

       ໃນຕອນບ່າຍຂອງວັນທີ 30 ພຶດສະພາ 2018 ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ໄດ້ເປີດກອງປະຊຸມສະຫຼຸບວຽກງານສົກປີ 2017-2018 ແລະ ທິດທາງແຜນການໃນຕໍ່ໜ້າ ຂຶ້ນຢູ່ທີ່ສະໂມສອນໃຫຍ່ຂອງຄະນະຈັດຕັ້ງສູນກາງພັກ, ໂດຍການເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະບໍລິຫານງານ ສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ, ມີຫົວໜ້າໜ່ວຍ,  ຮອງຫົວໜ້າໜ່ວຍ ພ້ອມດ້ວຍສະມາຊິກກຳມະບານເຂົ້າຮ່ວມຢ່າງພ້ອມພຽງ.

       ກອງປະຊຸມໄດ້ຮັບຟັງການຜ່ານຮ່າງ ບົດສະຫຼຸບວຽກງານສົກປີ 2017-2018 ແລະ ທິດທາງແຜນການໃນຕໍ່ໜ້າ ຂອງສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ໂດຍ ທ່ານ ວິລະພັນ ສິລິທຳ ປະທານສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ໃນໄລຍະ 1 ປີຜ່ານມາ, ເຫັນວ່າ ຄະນະບໍລິຫານງານສະຫະພັນກຳມະບານ ຄະນະຈັດຕັ້ງສູນກາງພັກ ໄດ້ເອົາໃຈໃສ່ສຶກສາອົບຮົມດ້ານການເມືອງ-ແນວຄິດ ດ້ວຍວິທີຈັດຕັ້ງການເຜີຍແຜ່ເຊື່ອມຊຶມເອກະສານຂອງພັກ ຂອງຊາດ ແລະ ນິຕິກຳທີ່ກ່ຽວຂ້ອງກັບວຽກງານກໍ່ສ້າງພັກ-ພະນັກງານ, ເຮັດໃຫ້ສະມາຊິກກຳມະບານສ່ວນຫຼວງຫຼາຍ ໄດ້ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ, ຊື່ສັດບໍລິສຸດ, ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ມີຄວາມສາມັກຄີ ເປັນປຶກແຜ່ນພ້ອມກັນປະຕິບັດເນຶ້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະ ພັນກຳມະບານ, ປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບມອບໝາຍ. ຄຽງຄູ່ກັນນັ້ນ ກໍຍັງມີດ້ານອ່ອນ ແລະ ຂໍ້ຄົງຄ້າງ  ເປັນຕົ້ນແມ່ນຄວາມເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຍັງບໍ່ທັນສູງ, ຄະນະໜ່ວຍຍັງຂາດຫົວຄິດປະດິດສ້າງ, ສະຕິຕໍ່ການຈັດຕັ້ງຂອງສະມາຊິກກຳມະບານຈຳນວນໜຶ່ງຍັງຕໍ່າ, ການປະຕິບັດໜ້າທີວິຊາສະເພາະຍັງຊັກຊ້າ ແລະ ບໍ່ມີປະສິດທິຜົນເທົ່າທີ່ຄວນ.

       ໃນຕອນທ້າຍຂອງກອງປະຊຸມໄດ້ຮັບກຽດຟັງການໂອ້ລົມຈາກປະທານກອງປະຊຸມ ທ່ານໄດ້ເນັ້ນໃຫ້ຄະນະກຳມະບານ ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກຂອງຕົນໃຫ້ເລິກເຊິ່ງ, ຊຸກຍູ້ການຄົ້ນຄວ້າຮໍ່າຮຽນມະຕິ, ຄຳສັ່ງ ຂອງກົມການເມືອງ ຄະນະເລຂາທິການສູນກາງພັກໃນແຕ່ລະໄລຍະ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງກໍ່ຄືໜ້າທີ່ວິຊາສະເພາະໃຫ້ມີອັນພົ້ນເດັ່ນຂຶ້ນກວ່າເກົ່າ.

ໂດຍ: ພະແນກຂໍ້ມູຂ່າວສານ