ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 63 ປີ
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 13/06/2018

         ໃນຕອນເຊົ້າຂອງວັນທີ 4 ເມສາ 2018 ຄະນະຊາວໜຸ່ມຈາກ 7 ພາກສ່ວນຄື: ຊາວໜຸ່ມຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ, ສະຖາວັນວິທະຍາສາດສັງຄົມແຫ່ງຊາດ ແລະ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອວັນສ້າງຕັ້ງຊາວໜຸ່ມ ປະຊາຊົນປະຕິວັດລາວ ຄົບຮອບ 63 ປີ ຂຶ້ນ ທີ່ຫ້ອງປະຊຸມຫ້ອງວ່າການສູນກາງພັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ມີຜູ້ຕາງໜ້າຄະນະພັກ, ອົງການຈັດຕັ້ງມະຫາຊົນ ຕະຫຼອດຮອດສະມາຊິກຊາວໜຸ່ມທັງ 7 ພາກສ່ວນເຂົ້າຮ່ວມ ຈຳນວນ 167 ຄົນ.

          ກອງປະຊຸມໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາ ແລະ ມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາ ຊົນປະຕິວັດລາວ ຄົບຮອບ 63 ປີ ເຊິ່ງນຳສະເໜີໂດຍ ທ່ານ ອາລຸນໄຊ ສູນນະລາດ, ເຊິ່ງທ່ານໄດ້ຍົກໃຫ້ ເຫັນມູນເຊື້ອອັນໂດດເດັ່ນໃນການປະກອບສ່ວນສຳຄັນເຂົ້າໃນພາລະກິດຕໍ່ສູ້ກູ້ຊາດຕ້ານຈັກກະພັດ ຜູ້ຮຸກຮານກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ມາຮອດປະຈຸບັນຊາວໜຸ່ມຍັງເດີນຕາມຮອຍປະຫວັດສາດດັ່ງກ່າວຢ່າງຫ້າວຫັນ, ຊາວໜຸ່ມຍັງເປັນກຳລັງແຮງໃນການຊ່ວຍເຫຼືອສັງຄົມ ແລະ ປະຊາຊົນເມື່ອພົບກັບຂໍ້ຫຍຸ້ງຍາກຕ່າງໆ. ຕອນທ້າຍທ່ານໄດ້ເນັ້ນໃຫ້ຄະນະຊາວໜຸ່ມຕ້ອງເອົາໃຈໃສ່ສຶກສາການເມືອງແນວຄິດໃຫ້ກຳລັງຊາວໜຸ່ມ, ຕ້ອງກຳແໜ້ນແນວທາງການປ່ຽນແປງໃໝ່ຂອງພັກ, ຍົກສູງຄວາມຮັບຜິດຊອບ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກໃຫ້ປະກົດຜົນເປັນຈິງ ໃຫ້ສົມກັບຄໍາທີ່ວ່າ “ ຊາວໜຸ່ມປຽບເໜືອນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງປະເທດຊາດ ” ຢ່າງແທ້ຈິງ.