ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ກອງປະຊຸມສະຫຼຸບວຽກງານປະຈຳປີ 2017 ຂອງສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 13/06/2018

         ໃນຕອນເຊົ້າຂອງວັນທີ 29 ມີນາ 2018 ຄະນະສະຫະພັນແມ່ຍິງຄະນະຈັດຕັ້ງສູນກາງພັກ ໄດ້ຈັດ ກອງປະຊຸມສະຫຼຸບວຽກງານປະຈຳປີ 2017 ຂຶ້ນຢູ່ທີ່ສະໂມສອນຂອງຄະນະຈັດຕັ້ງສູນກາງພັກ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ວັນໄຊ ພອງສະຫວັນ ຮອງເລາຂາຄະນະພັກ, ຮອງຫົວໜ້າຄະນະ ຈັດຕັ້ງສູນກາງພັກ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ນ.ສີອຳພອນ ສີລັດຕະນະກຸນ ຫົວໜ້າກົມໂຄສະນາອົບ ຮົມ ແລະ ວັດທະນະທຳ ສູນກາງສະຫະພັນແມ່ຍິງລາວ, ມີປະທານແມ່ຍິງຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍຄະນະ, ຕາງໜ້າບັນດາກົມ, ຕາງໜ້າສະຫະພັນກຳມະບານ, ຄະນະບໍລິຫານງານຊາວໜຸ່ມ, ແລະ ສະມາຊິກສະຫະພັນແມ່ຍິງພາຍໃນຄະນະຈັດຕັ້ງສູນກາງພັກເຂົ້າຮ່ວມທັງໝົດ 72 ຄົນ.

          ກອງປະຊຸມໄດ້ຮັບຟັງການສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ປະຈຳປີ 2017 ແລະ ທິດທາງແຜນການປະຈຳປີ 2018 ເຊິ່ງສະເໜີໂດຍ ທ່ານ ນ.ວິໄລ ອຸ່ນມີໄຊ ປະທານສະຫະ ພັນແມ່ຍິງ ຄະນະຈັດຕັ້ງສູນກາງພັກ. ໄລຍະ 1 ປີຜ່ານມາເຫັນວ່າສະຫະພັນແມ່ຍິງ ຄະນະຈັດຕັ້ງສູນກາງ ພັກ ໄດ້ເຄື່ອນໄຫວປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນທີ່ກຳນົດໄວ້ເປັນຢ່າງດີ, ແມ່ຍິງສ່ວນຫຼາຍມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ, ມີຄຸນສົມບັດສິນທຳປະຕິວັດ, ປະຕິບັດສິດ-ພັນທະຂອງພົນລະເມືອງຢ່າງຖືກຕ້ອງ, ຮັກສາໄດ້ຄວາມສາມັກຄີທີ່ເປັນມູນເຊື້ອຂອງແມ່ຍິງລາວ, ເປັນເຈົ້າການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຕິດພັນກັບການຊຸກຍູ້ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍໃນຄອບຄົວກໍ່ຄືໃນການຈັດຕັ້ງ, ເປັນການປະກອບສ່ວນເຂົ້າໃນການພັດທະນາແມ່ຍິງໃນແຕ່ລະດ້ານ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງຄະນະພັກ ຄະນະຈັດຕັ້ງສູນກາງພັກ. ຄຽງຄູ່ກັບດ້ານດີຍັງມີດ້ານອ່ອນທີ່ເອື້ອຍນ້ອງແມ່ຍິງຈະຕ້ອງໄດ້ສຶບຕໍ່ສຸມໃສ່ແກ້ໄຂເປັນຕົ້ນແມ່ນ ບັນຫາແນວຄິດຈົງຈຽມບໍ່ກ້າປະກອບຄຳຄິດຄຳເຫັນ, ບໍ່ມີຄວາມກະຕືລືລົ້ນ, ຂາດຄວາມບຸກບືນ, ບໍ່ຊອກຮູ້ຮ່ຳຮຽນເພື່ອພັດທະນາຕົນເອງ; ຈໍານວນໜຶ່ງຄວາມຮັບຮູ້ເຂົ້າໃຈຕໍ່ກັບເນື້ອໃນຂໍ້ແຂ່ງຂັນ 3 ດີ ຍັງບໍ່ທັນເລິກເຊິ່ງການຈັດຕັ້ງປະຕິບັດກໍ່ບໍ່ທັນດີເທົ່າທີ່ຄວນ.

          ໃນຕອນທ້າຍ ປະທານກອງປະຊຸມໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ຈົນຮອດເວລາ 11:30 ໂມງ ກອງປະຊຸມໄດ້ອັດລົງຢ່າງຈົບງາມ.