ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຊາວໜຸ່ມແມ່ນ້ຳຂອງ-ລ້ານຊ້າງ ຄັ້ງທີ່ 13 ຄຸນມິງ-ຊຽງໃໝ່ 14-22 ມີນາ 2018
ຈຳນວນຜູ້ອ່ານ: 58
ອະນຸມັດວັນທີ: 19/04/2018

     ປະຕິບັດຕາມໂຄງການຮ່ວມມືທາງດ້ານເສດຖະກິດລະຫວ່າງບັນດາປະເທດລຸ່ມແມ່ນ້ຳຂອງ ຫຼື Greater Mekong Subregion (GMS), ໃນລະຫວ່າງວັນທີ 14-22 ມີນາ 2018 ໂຄງການແລກປ່ຽນ ມິດຕະພາບຊາວໜຸ່ມແມ່ນ້ຳຂອງ-ລ້ານຊ້າງ ຄັ້ງທີ 13  (The 13th Lancang-Mekong youth friendship exchange program) ໄດ້ໄຂຂຶ້ນຢ່າງເປັນທາງການ ທີ່ຄຸນມິງ ແຂວງຢູນນານ ປະເທດສາທາລະນະລັດປະຊາຊົນຈີນ ແລະ ແຂວງຊຽງໃໝ່ ລາຊະອານະຈັກໄທ, ເຊິ່ງໃນຄັ້ງນີ້ໄດ້ມີຕາງໜ້າສະມາຊິກຊາວໜຸ່ມ 11 ສະຫາຍ ຂອງແຕ່ລະປະເທດ ຈາກ 6 ປະເທດຄື: ກຳປູເຈຍ, ຈີນ, ລາວ, ມຽນມ້າ, ໄທ ແລະ ຫວຽດນາມ,  ໃນນັ້ນມີຕາງໜ້າສະມາຊິກຊາວໜຸ່ມ ຈາກຄະນະຈັດຕັ້ງສູນກາງພັກ 1 ສະຫາຍ ເຂົ້າຮ່ວມໂຄງການດັ່ງກ່າວ.

        ໂຄງການແລກປ່ຽນມິດຕະພາບ ຊາວໜຸ່ມແມ່ນໍ້າຂອງ-ລ້ານຊ້າງ ແມ່ນໂຄງການສົ່ງເສີມມິດຕະພາບ, ວັດທະນະທຳຂອງຊາວໜຸ່ມລະຫວ່າງປະເທດລຸ່ມແມ່ນ້ຳຂອງໂດຍຖືເອົາວຽກງານ ສື່ມວນຊົນ (Media) ເປັນໃຈກາງໃນການພົວພັນ, ແລກປ່ຽນ ບໍ່ວ່າຈະເປັນທາງດ້ານວັດທະນະທຳ, ວິຖີຊິວິດ, ການຮັບຮູ້ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ ຂອງບັນດາປະເທດເພື່ອນມິດ ເວົ້າລວມ, ເວົ້າສະເພາະ ແມ່ນການແລກປ່ຽນກັນ ທາງດ້ານສື່ມວນຊົນ ຂອງແຕ່ລະປະເທດ ບໍ່ວ່າຈະເປັນ ດ້ານດີ ແລະ ດ້ານອ່ອນ ເພື່ອເປັນບ່ອນອີງໃນການສົ່ງເສີມສາຍພົວພັນຂອງປະເທດລຸ່ມແມ່ນ້ຳຂອງ ໃຫ້ແໜ້ນແຟ້ນຍິ່ງຂື້ນ.

ພາບລວມໝູ່: ຊາວໜຸ່ມລາວໃນພິທີເປີດ ທີ່ນະຄອນຊຽງໃໝ່ ລາຊະອານາຈັກໄທ

 

 

ພາບ: ການເຂົ້າຢ້ຽມຢາມກຸ່ມສື່ມວນຊົນ ຄຸນມິງ (Kunming Daily Media Group).

 

  ໂດຍ: ພຸດທະປັນຍາ