ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ເຕັກນິກໃນການຊື້ຄອມພິວເຕີ
ຈຳນວນຜູ້ອ່ານ: 83
ອະນຸມັດວັນທີ: 15/03/2018

    ທ່ານເຄີຍພົບບັນຫາໃນການຊື້ຄອມພິວເຕີບໍ່? ເວລາເຮົາອ່ານສະເປັກຂອງຄອມພິວເຕີ ຢູ່ສະຕິກເກີທີ່ຕິດໄວ້ ແຕ່ອາດສົງໃສວ່າມັນຈະເປັນຈິງຕາມນັ້ນຫຼືບໍ່ ມື້ນີ້ເຮົາຈະມາແນະນຳບາງບັນຫາໃນການກວດສະເປັກຄອມເຊິ່ງໄດ້ຄັດມາຈາກປະສົບການຕົວຈິງເຊິ່ງສ່ວນຫຼາຍເຮົາຈະກວດມີ CPU, RAM ແລະ ກາດຈໍ ເຊິງມີວິທີງ່າຍໆດັ່ງລຸ່ມນີ້:

ວິທີທີ່1

  1. ຄິກຂວ່າໃສ່ My computer
  2. ເລືອກ Properties
  3. ຈະເກີດໜ້າຕ່າງໜຶ່ງຂຶ້ນມາເຊິງຈະສະແດງລາຍລະອຽດຂອງຄອມພິວເຕີເຊັ່ນວ່າ:
  • ໃຫ້ກວດເບິງ Processor: intel(R) core(TM) i7-6700HQ  CPU @ 2.60GHz 2.59GHz
  • Installed memory (RAM): 8.00GB (7.90 GB usable)

ວິທີທີ່2

  1. ກົດປຸ່ມ window + R
  2. ແລ້ວພິມຄຳວ່າ dxdiag
  3. ກົດ OK
  4. ໃນແທບ system ເຮົາຈະເຫັນຂໍ້ມູນທີ່ສະແດງລາຍລະອຽດຂອງຄອມພິວເຕີເຊັນວ່າ:
  • Processor: intel(R) core(TM) i7-6700 HQ  CPU @ 2.60GHz
  • Memory: 8192MB RAM