ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ວິທີແກ້ໄຂ Google Chrome Error (AW, Snap) ເຂົ້າອິນເຕີເນັດບໍ່ໄດ້
ຈຳນວນຜູ້ອ່ານ: 60
ອະນຸມັດວັນທີ: 09/01/2019

ໃນເວລາທີ່ເຮົານຳໃຊ້ Google Chrome ຢູ່ດີໆ ກໍ່ເກີດບັນຫາຂຶ້ນມາເຊັ່ນ: ບໍ່ສາມາດນຳໃຊ້ໄດ້, ອີກບັນຫາໜຶ່ງ ເວລາເຮົາຕິດຕັ້ງຊອບແວດັ່ງກ່າວລົງໃນຄອມພິວເຕີ ແຕ່ບໍ່ສາມາດນຳໃຊ້ໄດ້ ແລະ ລະບົບຈະສະແດງຄຳວ່າ Aw, Snap! Google Chrome ran out of memory while trying to display this webpage, ເມື່ອເຮົາລອງກວດ ສອບການເຊື່ອມຕໍ່ ແລະ ລອງນຳໃຊ້ອິນເຕີເນັດ ໂດຍນຳໃຊ້ເວບບຼາວເຊີອື່ນ ເຊັ່ນ: Internet Explorer ພັດນຳໃຊ້ ໄດ້ປົກກະຕິ ສະແດງວ່າທ່ານກຳລັງພົບບັນຫາໃນການນຳໃຊ້ Google Chrome, ເຮົາມາລອງແກ້ໄຂບັນຫາດັ່ງກ່າວ ຕາມຂັ້ນຕອນງ່າຍໆ ດັ່ງຕໍ່ໄປນີ້:

ຂັ້ນຕອນທີ່ 1;

  •     ປິດການນຳໃຊ້ Google Chrome;
  •     ກົດຂວາທີ່ໄອຄອນ Google Chrome ທີ່ຢູ່ໜ້າຈໍ Desktop ແລ້ວກົດທີ່ຄຳສັ່ງ “Properties”.

ຂັ້ນຕອນທີ່ 2;

  • ລະບົບຈະສະແດງໜ້າຕ່າງ Google Chrome Properties ໃຫ້ເລືອກທີ່ແທັບ Shortcutຈາກນັ້ນໃຫ້ຊອກຫາຊ່ອງທີ່ຊື່ Target ແລ້ວໃຫ້ເອົາ Mouse ໄປກົດທີ່ທ້າຍປະໂຫຍກແລ້ວຍະຫວ່າງບາດໜຶ່ງ ແລະ ໃຫ້ຕື່ມຄຳວ່າ      “ -no-sandbox”;
  • ຈາກນັ້ນໃຫ້ກົດທີ່ຄຳສັ່ງ Appy ແລ້ວກົດ OK.

 

ໝາຍເຫດ: ສຳລັບຜູ້ທີ່ນຳໃຊ້ ເວບບຼາວເຊີ Google Chrome ຜ່ານທາງລັດ ທີ່ຢູໃນແທັບ Taskbar.

  • ໃຫ້ກົດຂວາທີ່ໄອຄອນ google chrome ທີ່ຢູ່ Taskbars  ກົດຂວາເລືອກທີ່ google chrome ຈາກກົດນັ້ນເລືອກທີ່ຄຳສັ່ງ  “Properties”;
  • ໃຫ້ປະຕິບັດຕາມຂັ້ນຕອນທີ່ 2

ຂັ້ນຕອນທີ່ 3;

ພຽງເທົ່ານີ້ທ່ານກໍສາມາດນຳໃຊ້ Google Chrome ເພື່ອຫຼິ້ນອິນເຕີເນັດໄດ້ແລ້ວ.

ໂດຍ: ພະແນກຂໍ້ມູນຂ່າວສານ