ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
10 ວິທີງ່າຍໆໃນການບໍາລຸງຮັກສາຄອມພິວເຕີຂອງທ່ານ
ຈຳນວນຜູ້ອ່ານ: 43
ອະນຸມັດວັນທີ: 31/10/2018

ຄອມພິວເຕີເປັນທັງເຄື່ອງມືໃນການເຮັດວຽກ ແລະ ແຫຼ່ງເກັບກຳຂໍ້ມູນສໍາຄັນທີ່ຂາດບໍ່ໄດ້ ດັ່ງນັ້ນ, ຄອມພິວເຕີຈຶ່ງເປັນສິ່ງທີ່ສໍາຄັນຫລັກໆໃນການເຮັດວຽກ ຍິ່ງພວກເຮົາໃຊ້ຄອມພິວເຕີໃນການເຮັດວຽກຫລາຍເທົ່າໄດຍິ່ງຕ້ອງການຄອມພິວເຕີທີມີສະເປັກທີ່ສູງຂຶ້ນເພື່ອຮອງຮັບການໃຊ້ວຽກທີ່ຫຼາກຫຼາຍເຮັດໃຫ້ລາຄາກໍສູງຂຶ້ນໄປນຳ ແລ້ວຖ້າເຮົາຢາກບໍາລຸງຮັກສາຄອມພິວເຕີໃຫ້ສາມາດໃຊ້ງານໄດ້ດົນ ຕ້ອງເຮັດແບບໃດ?

 ເພື່ອເປັນການບໍຳລຸງຮັກສາຄອມພິວເຕີຂອງທ່ານໃຫ້ສາມາດງານໄປດົນ ພວກເຮົາຂໍສະເໜີ 10 ວິທີໃນການບໍາລຸງຮັກສາຄອມພິວເຕີຂອງທ່ານດັ່ງນີ້:

1 ຮັກສາຄວາມສະອາດຄອມພິວເຕີ: ເລີ່ມຈາກການຖອດປັ໊ກໄຟກ່ອນ ແລະ ທໍຳຄວາມສະອາດໂດຍໃຊ້ຜ້າສະອາດຈຸບນ້ຳ ຫຼື ນ້ຳຢາສຳລັບເຮັດຄວາມສະອາດຄອມພິວເຕີ, ເຊັດສ່ວນຕ່າງໆທີ່ເປັນຕົວເຄື່ອງຫລືກອບຫນ້າຈໍ, ເມົ້າ, ຄີບອດ ລວມເຖິງສາຍໄຟຄອມພິວເຕີ

2 ອານາໄມຝຸ່ນທີ່ຢູ່ໃນຕົວເຄື່ອງ: ສໍາຫລັບວິທີນີ້ແນະນໍາໃຫ້ໃຊ້ແປງທາສີທີ່ມີຂົນອ່ອນ ອາດຈະເປັນແປງດ້າມໄມ້ໄຜ່ຫາຊື້ໄດ້ຕາມຮ້ານວັດສະດຸກໍ່ສ້າງ ເພາະຫນ້າຈໍຫລືຕົວເຄື່ອງບາງລຸ້ນຖ້າຫາກໃຊ້ແປງທີ່ມີຂົນຫນາອາດຈະເຮັດໃຫ້ເປັນຮອຍໄດ້.

3 ກວດກາສະພາບຄວາມຮຽບຮ້ອຍພາຍໃນຄອມພິວເຕີ: ຕ້ອງເຮັດການເປີດຝາເຄື່ອງຄອມພິວເຕີໂດຍຈະຕ້ອງໄຂນັອດທີ່ລັອກຝາຂ້າງຢູ່, ຄວນກວດກາພັດລົມລະບາຍຄວາມຮ້ອນ ແລະ ສາຍໄຟທີ່ຢູ່ພາຍໃນ ວ່າຍັງຢູ່ໃນສະພາບທີ່ໃຊ້ວຽກໄດ້ດີຢູ່ຫລືບໍ່ ເພາະຄວາມຮ້ອນກໍເປັນອີກຫນຶ່ງສາເຫດທີ່ເຮັດໃຫ້ຄອມພິວເຕີເສຍຫາຍໄດ້ຍ້ອນອຸປະກອນເສື່ອມຄຸນະພາບ.

4 ຈັດວາງຄອມພິວເຕີໃຫ້ຖືກຫລັກ: ການຈັດວາງຄອມພິວເຕີຄວນວາງໃຫ້ຫ່າງຈາກຝາ ຫລືມີຊ່ອງຫວ່າງ ປະມານ 20-25cm ເພາະຄວາມຮ້ອນທີ່ກະຈາຍອອກມາຄວນມີການລະບາຍໃນທີ່ໂລ່ງ ແລະ ບໍ່ເກີດອຸນຫະພູມ ຜູ້ທີ່ໃຊ້ໂນດບຸກກໍເຊັ່ນດຽວກັນ ຄວນຍົກລະດັບດ້ານລຸ່ມຂອງໂນດບຸກຄ໌ໃຫ້ມີຊ່ອງວ່າງລະບາຍອາກາດດ້ານລຸ່ມນຳ ເນື່ອງຈາກໂນດບຸກຈະມີຄວາມຮ້ອນສູງກວ່າຄອມພິວເຕີທົ່ວໄປ ແນະນຳໃຫ້ເອົາພັດລົມນ້ອຍຫຼືພັດລົມຕັ້ງພື້ນຈະດີທີ່ສຸດ.

5 ເຂົ້າສູນສ້ອມແປງ ຫຼືຶຮ້ານແປງຄອມໃກ້ບ້ານ: ວິທີນີ້ສໍາລັບຄົນທີ່ບໍ່ສະດວກໃນການຈັດການຄອມພິວເຕີກໍຕ້ອງຝາກໃຫ້ເປັນວຽກຂອງຊ່າງຄອມພິວເຕີຊ່ວຍກວດສອບວ່າອຸປະກອນຕ່າງໆຍັງຢູ່ໃນສະພາບດີບໍ່. ກ່ອນກວດເຊັກສອບຖາມລາຄາໃນການດໍາເນີນການກ່ອນຈະເປັນການດີ.

6 ຈັດການໄຟລ໌ທີ່ບໍ່ໄດ້ໃຊ້ແລ້ວ ຫຼື ໄຟລ໌ບໍ່ສໍາຄັນ: ໄຟລ໌ຕ່າງໆທີ່ເຮົາດາວໂຫຼດມາຫຼືເກັບໄວ້ໃນເຄື່ອງຄອມພິວເຕີຫາກບໍ່ໄດ້ໃຊ້ວຽກແລ້ວຫລືບໍ່ສໍາຄັນກໍຄວນລົບຖິ້ມຈາກເຄື່ອງຄອມພິວເຕີ ເພາະຈະເຮັດໃຫ້ເຄື່ອງບໍ່ຫນັກ ໃນສ່ວນຂອງຫນ່ວຍຄວາມຈໍາຈະໄດ້ພ້ອມທີ່ຈະໃຊ້ງານ ແລະ ມີພື້ນທີ່ຫວ່າງຮອງຮັບຂໍ້ມູນໃຫມ່.

7 ຈັດລະບຽບໂຟລເດີຕ່າງໆ: ໃນສ່ວນນີ້ຈະຊ່ວຍປະຫຍັດທັງເວລາແລະຊ່ວຍໃນເລື່ອງການເຮັດວຽກຂອງເຮົາໄດ້ເລີຍ ເພາະຖ້າຫາກເຮົາຈັດການໄຟລ໌ ແລະ ໂຟເດີຕ່າງໆໃຫ້ເປັນລະບຽບຮຽບຮ້ອຍເວລາທີ່ຫາໄຟລ໌ຕ່າງໆກໍຈະສະດວກຫລາຍຂຶ້ນເຄື່ອງກໍຈະເຮັດວຽກບໍ່ໜັກຫຼາຍ.

8 ກໍາຈັດ ແລະ ສະແກນໄວລັດໃນຄອມພິວເຕີ: ວິທີນີ້ອາດຕ້ອງໃຊ້ເວລາແດ່ ເພາະແນ່ນອນວ່າສໍາລັບຄົນທີ່ໃຊ້ຄອມພິວເຕີມາດົນຂໍ້ມູນຕ່າງໆ ເຮັດໃຫ້ມີໄວຣັດແຝງຕົວຢູ່ໃນໂຟລເດີທີ່ເຮົາບໍ່ຮູ້. ຂໍ້ມູນຍິ່ງຫລາຍຍິ່ງໃຊ້ເວລາສະແກນດົນຂຶ້ນລອງຫາໂປຣແກຣມສະແກນໄວລັດ ເຊັ່ນ nod32, Avast, Kaspersky ແລະ ອື່ນໆ ເພື່ອປ້ອງກັນຊ່ຽງຕໍ່ການຕິດໄວຣັດ ແລະ ມີບັນຫາຕາມມາ.

9 ລົບໂປຣແກຣມທີ່ບໍ່ໄດ້ໃຊ້ວຽກຖິ້ມ: ຖ້າເຮົາຮູ້ວ່າໂປຣແກຣມ ໃດທີ່ເຮົາບໍ່ໄດ້ໃຊ້ວຽກແລ້ວເຮົາຄວນລົບອອກ ເຊັ່ນກັບໂຟເດີແລະໄຟລ໌ເພາະຈະເຮັດໃຫ້ເຄື່ອງຄອມພິວເຕີຂອງເຮົາບໍ່ເຮັດວຽກຫນັກຫຼາຍ.

10 ໝັ່ນຊອກຫາວິທີ ຫຼືການໃຊ້ທີ່ຖືກຕ້ອງ: ຄວາມຈິງແລ້ວວິທີນີ້ກໍຄືການໃຊ້ວຽກຄອມພິວເຕີໃຫ້ຖືກຕ້ອງຕາມພື້ນຖານ ເພາະຖ້າເຮົາບໍ່ຮູ້ຫລັກໃນການໃຊ້ງານຄອມພິວເຕີແລ້ວ ຕັ້ງແຕ່ຂໍ້ 1 ຫາ ຂໍ້9 ທີ່ກ່າວມາຂ້າງເທິງນັ້ນອາດເຮັດໃຫ້ເຮົາລະເລີຍໃນການເບິ່ງແຍງຮັກສາຄອມພິວເຕີຈາກການນຳໃຊ້ທີ່ບໍ່ຖືກຕ້ອງໄດ້.

ຢ່າລືມວ່າວິທີການບໍາລຸງຮັກສາຄອມພິວເຕີບໍ່ຍາກຢ່າງທີ່ເຮົາຄິດ ຄວາມຈິງແລ້ວມີຫລາຍວິທີແຕ່ທີ່ຮຽບຮຽງໃຫ້ນີ້ເປັນວິທີຫຼັກໆ ແລະ ເປັນພື້ນຖານໃນການບໍາລຸງຮັກສາຄອມພິວເຕີ.

ຄັດຈາກ: http://www.laoitservice.com