ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ຄີລັດເທີງ Windows
ຈຳນວນຜູ້ອ່ານ: 49
ອະນຸມັດວັນທີ: 11/09/2018

ຄີລັດເທີງ Windows  ຖຶກໃສ່ເຂົ້າມາເພື່ອໃຫ້ເຮົາໃຊ້ງານໄດ້ສະດວກສະບາຍ ແລະ ໄວຂື້ນໃນການເຮັດວຽກ ຊື່ງສໍາຫຼັບWindows 10 ກໍໃສ່ຄີລັດທີ່ໜ້າສົນໃຈຫຼາຍເຖີງ 21 ຮູບແບບ ໂດຍບາງໂຕເຮົາກໍຄຸ້ນເຄີຍກັນຢ່າງດີຢູ່ແລ້ວ ຢ່າງເຊັ່ນ Ctrl + C ແລະ Ctrl +V ເພື່ອກອບປີ້ ແລະ ວາງແຕ່ຫຼາຍໂຕເຮົາອາດຍັງບໍ່ທັນຮູ້ກັນ ດັ່ງນັ້ນເຮົາມາເບີ່ງກັນວ່າ 21 ຄີລັດ ເທີງWindows 10 ທີ່ຄວນຮູ້

        ຄີລັດ                     ຜົນທີ່ເກີດຂື້ນ
Windows key + A          ເປີດ Action center
Windows key + C          ເປີດ Cortana ໃນສະຖານະພ້ອມສົນທະນາກັບເຈົ້າຂອງເຄື່ອງ
Windows key + D          ເຊື່ອງ ແລະ ເປີດໜ້າຕ່າງທັງໝົດພ້ອມກັນ
Windows key + E          ເປີດໜ້າຕ່າງ File Explorer
Windows key + H          ເປີດແຖບສໍາຫຼັບ Share
Windows key + I           ເປີດໜ້າ Settings
Windows key + L          ລອກຄອມພີວເຕີ ຫຼືສະຫຼັບບັນຊີ
Windows key + S          ເປີດຟັງຊັນ Search
Windows key + ຕົວເລກ   ເປີດໂປຼແກມທີ່ເຮົາປັກໝຸນໄວ້ເທີງTaskbar ຕາມລໍາດັບ
Windows key + ລູກສອນ  ຫຍໍ້ໜ້າຕ່າງວຽກງານໄປເບື້ອງຊ້າຍ ຂາ ໝຸນ ຂະຫຍາຍ ແລະ ຫຍໍ້
Windows key + Comma ( ຄ້າງໄວ້ ) ເຊື່ອງໜ້າຕ່າງທັງໝົດເອົາໄວ້ຊົ່ວຄາວ
Windows key + Ctrl +D  ເພີ່ມ Desktop
Windows key + Ctrl + ລູກສອນ ຊ້າຍ ຫຼື ຂວາ ສະຫຼັບໜ້າ Desktop
Windows key + Enter     ເປີດໂໝດຊ່ວຍຄົນຕາບອດ
Windows key + Home    ເກັບໜ້າຕ່າງໂປຼແກມທຸກອັນຍົກເວັ້ນອັນທີ່ກໍາລັງເຮັດວຽກຢູ່
Windows key + PrtScn   ຈັບພາບໜ້າຈໍ
Windows key + Shift + ລູກສອນຂື້ນ  ຂະຫຍາຍໜ້າຕ່າງໂປຼແກມໃຫ້ເຕັມຈໍໃນແນວຕັ້ງ
Windows key + Tab        ເປີດ Task view
Ctrl + Shift + Esc            ເປີດ Task Manager
Alt +Tab                        ສະຫຼັບແອບໆ
Ctrl + Alt +Tab               ເບີ່ງແອບໆ ທີ່ເປີດທັງໝົດ
ເຮົາຈະເຫັນວ່າ ຖືເປັນໂຕຊ່ວຍສໍາຫຼັບຜູ້ໃຊ້ເຄື່ອງ Windows 10 ທີ່ບໍ່ແມ່ນໜ້າຈໍສໍາຜັດໄດ້ເປັນຢ່າງດີ ເຮັດໃຫ້ເຮັດວຽກໄດ້ໃນ Windows 10 ໄດ້ງ່າຍຂື້ນຫຼາຍ
 
ຂໍ້ມູນຈາກ: @DPTstudio - ເດັກພັດຖິ່ນ ສະຕູດີໂອ ດິນແດນໃບຊາ 1000 ປີ