ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ປະໂຫຍດຂອງໝາກຕາກົບສຸດແສນຫຼາກຫຼາຍ
ຈຳນວນຜູ້ອ່ານ: 51
ອະນຸມັດວັນທີ: 16/03/2018

     ຜ່ານມາເຄີຍເຫັນແຕ່ເດັກນ້ອຍພື້ນບ້ານເທົ່ານັ້ນທີ່ເຄີຍກິນໝາກຕາກົບ ເພາະເດັນນ້ອຍທີ່ອ່າວມີຖານະດີແດ່ອາດຄິດວ່າໝາກໄມ້ຊະນິດນີ້ເປັນອາຫານຂອງຄົນອຶດຫິວແຕ່ຄວາມຈິງແລ້ວ ມັນເປັນນຶ່ງໃນສຸດສອດຍອດໝາກໄມ້ທີ່ຄວນກິນເປັນປະຈຳເພາະນອກຈາກຈະບຳລຸງຮ່າງກາຍແລ້ວ ຍັງສາມາດປິ່ນປົວ ແລະ ປ້ອງກັນພະຍາດໄດ້ຫຼາຍຊະນິດ.

    ດ້ວຍປະລິມານວິຕາມິນທີ່ສູງໝາກຕາກົບຊ່ວຍແກ້ການອ່ອນເພຍ,ບັນເທົາອາການໂຕເຫຼືອງ,ປິ່ນປົວມ້າມໃຫຍ່,ແກ້ການປຸ້ນທ້ອງ,ບໍາລຸງກະດູກ,ຊ່ວຍດູກຊຶມຄໍເລັດສະເຕີ້ຣອນ,ຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງລໍາໄສ້ ແລະ ຊ່ວຍປ້ອງກັນບໍ່ໃຫ້ເສັ້ນເລືອດສະໝອງແຕກ

ສານອາຫານໃນໝາກຕາກົບ:

ຂໍ້ມູນຈາກກົມອານາໄມກະຊວງ ສາທາລະນະສຸກຂອງໄທ ລາຍງານວ່າ: ໃນໝາກຕາກົບ 100 ກຣາມ ຫຼື ນຶ່ງຂີດ ມີ:

1ນໍ້າປະມານ 76-94 ກຣາມ

2 ໃຍອາຫານ 0.5-6.3 ກຣາມ ເປັນໝາກໄມ້ທີ່ມີໃຍອານຫານສູງສຸດ ໃນບັນດາໝາກໄມ້

3 ນໍ້າຕານທຳມະຊາດ 3-18 ກຣາມ

4 ໃຫ້ພະລັງງານ ປະມານ 33-96 ກຣາມ ກິໂລແຄລໍຣີ

5 ມີແຄວຊຽມ ແລະ ໂປແທັດຊຽມສູງຫຼາຍ ນອກຈາກໝາກແລ້ວ

ສ່ວນອື່ນໆໃນຕົ້ນຕາກົບເຊັ່ນ: ໃບ,ລຳ,ເປືອກ ແລະ ຮາກ ຍັງມີປະໂຫຍດເປັນຢາ ອີກດ້ວຍຄື:

6 ຮາກກິນແກ້ໄຂ່ຫຼັງອັກເສບ

7 ເປືອກລຳຕົ້ນ: ນຳໄປຕາກແຫ້ງ,ບົດໃຫ້ມຸ່ນແລ້ວນຳມາຊົງນໍ້າກິນ ແກ້ສຽງແຫ້ງ ຫຼື ສາມາດອົມເປືອກສົດເພື່ອຫຼຸດອາການເຈັບຄໍ

8 ເປືອກລຳຕົ້ນ ສາມາດນຳມາບົດປະສົມນໍ້າມັນງາເພື່ອທາແກ້ຄັນ ແລະ ແກ້ເຈັບທ້ອງ

9 ນໍ້າຢາງຈາກລຳຕົ້ນ ແລະ ໃບສົດ ສາມາດກິນເປັນຢາແກ້ໄຂ້,ແກ້ປວອອັກເສບ,ແກ້ໄອ,ແກ້ເຈັບທ້ອງ ແລະ ຊ່ວຍຍ່ອຍອາຫານ

10 ນໍ້າຕົ້ມຈາກໃບແຫ້ງ ເປັນຢາແກ້ເສມຫະ, ແກ້ຫືດ,ແກ້ຫອບ,ແກ້ຫຼອດລາມອັກເສບ ແລະ ບຳລຸງຮ່າງກາຍ, ໃບທີ່ຂາງໄຟຈົນແຫ້ງ ສາມາດນຳຊົງກັບນໍ້າ ແລ້ວໃຫ້ແມ່ຢູ່ກຳກິນເພື່ອບຳລຸງແມ່

11 ແກ່ນໝາກສາມາດນຳມາຕຳ ແລະ ເອົາມາໂພະໃສ່ບ່ອນຂໍ້ອັກເສບ ເພື່ອແກ້ອາການປວດຂໍ້

ເຫັນແລ້ວບໍ່ວ່າປະໂຫຍດຂອງໝາກຕາກົບສຸດແສນຫຼາກຫຼາຍ ມາໆພວກເຮົາມາເລີ່ມກິນໝາກຕາກົບໄດ້ແລ້ວ.

ທີ່ມາ: http://skapbpb.com