ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ດອກດາວເຮືອງຊ່ວຍບຳລຸງສາຍຕາ
ຈຳນວນຜູ້ອ່ານ: 49
ອະນຸມັດວັນທີ: 16/03/2018

       ດອກດາວເຮືອງເປັນດອກໄມ້ປະດັບທີ່ພົບໄດ້ທົ່ວໄປມີດອກສີເຫຼືອງອ່ອນ ຫຼື ເຫຼືອງເຂັ້ມ ນອກຈາກເປັນດອກໄມ້ແລ້ວຍັງສາມາດນຳມາແປຮູບເປັນຊາສະໝຸນໄພ, ສີປະສົມອາຫານ, ສ່ວນປະສົມອາຫານສັດ ແລະ ປ້ອງກັນສັດຕູພືດ, ກຳຈັດພະຍາດຈາກແມງໄມ້.

     ສັບພະຄຸນທາງຢາ: ດອກດາວເຮືອງໃຊ້ລະລາຍເສມຫະ, ແກ້ວິນຫົວ, ຕາແດງ, ໄອ, ຫວັດ, ແກ້ເຕົ້ານົມອັກເສບ, ບາດແຜເປັນໜອງ, ຊ່ວຍບຳລຸງສາຍຕາ ແລະ ຮັກສາຜິວພັນ, ສ່ວນໃບໃຊ້ແກ້ຝືໜອງ, ອາການບວມໂດຍບໍ່ຮູ້ສາເຫດ, ແກ້ເຈັບທ້ອງ, ໄສ້ຕິ່ງອັບເສບ ແລະ ຢາຂັບລົມ. ນອກນີ້, ດອກອ່ອນຍັງສາມາດນຳມາລວກກິນກັບແຈ່ວ ຫຼື ນຳມາປຸງແຕ່ງອາຫານປະເພດອື່ນໆໄດ້ນຳ

        ຕຳລາຢາ:

1. ບຳລຸງສາຍຕາໃຊ້ດອກແຫ້ງແຊ່ນ້ຳເປັນຊາດື່ມ

2. ແກ້ໄອໃຊ້ດອກສົດ 15 ດອກ ຕົ້ມເອົານ້ຳມາປະສົມກັບນ້ຳຕານແດງກິນ

3. ແກ້ເຈັບແຂ້ວ ຫຼື ເຈັດຕາໃຊ້ດອກແຫ້ງ 10 ກຣາມຕົ້ມນ້ຳກິນ

ຂໍ້ມູນຈາກ ໜັງສືພິມເສດຖະກິດ-ການຄ້າ ສະບັບວັນທີ 28 ກຸມພາ 2018