ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ພະຍາດຕັບອັກເສບຮູ້ໄວ້ກໍ່ດີ
ຈຳນວນຜູ້ອ່ານ: 49
ອະນຸມັດວັນທີ: 20/02/2018

ຄວາມຮູ້ທົ່ວໄປ

  • ຕັບແມ່ນອະໄວຍະວະທີ່ສຳຄັນໜື່ງຂອງຮ່າງກາຍ ຊື່ງນອນຢູ່ຜົ້ງທ້ອງສ່ວນເທິງ, ລຸ່ມຜົ້ງເອິກກະດູກຂ້າງເບື້ອງຂວາ. ມັນມີໜ້າທີ່ຫຼາຍອັນສັບສົນຄື:
  • ຜະລິດນໍ້າບີ ເພື່ອຊ່ວຍໃນການຍ່ອຍອາຫານ
  • ກຳຈັດ ຫຼື ກັ່ນຕອງເອົາທາດເບື່ອຕ່າງໆອອກຈາກຮ່າງກາຍ
  • ສົ່ງອອກທາດນໍ້າບີ, ທາດໄຂມັນ Cholesterol, ຮໍໂມນ Hormone, ຢາປົວພະຍາດ(  Drugs).
  • ສັງເຄາະເຜົາປ່ຽນທາດຊີ້ນ ໂປຼເຕອິນ( Protein), ໄຂມັນ ( Cholesterol) ກາກໂປໄຮເຣດ Carbohydrate  
  • ຊ່ວຍການກະຕຸກຂອງທາດ Enzymes ຈຳນວນໜື່ງ ກົນໄກສັງເຄາະເຜົາປ່ຽນທາດ
  • ເກັບຮັກສາທາດນໍ້າຕານ glycogen, ເກືອແຮ່, ໄວຕາມີນ A, D, E, K
  • ປະກອບສ້າງທາດ Albumins , ກົນໄກເລືອດກ້າມ...
  • ຕັບອັກເສບ ແມ່ນກົນໄກທີ່ເຮັດໃຫ້ຈຸລັງຂອງຕັບຖືກແຕະຕ້ອງ ໄຄ່ບວມ ແລະ ເປເພ ບາງຄັ້ງກໍຕາຍໄປ, ເວົ້າງ່າຍໆ ວ່າຈຸລັງຂອງຕັບຖືກອັກເສບ( Inflammation ) ຊື່ງອາດເປັນກະທັນຫັນຮຸນແຮງ ຫຼື ແບບຊໍ້າເຮືື້ອ; ພະຍາດຕັບອັກເສບມີສາເຫດຕ່າງກັນຄືເກີດຈາກທາດເບື່ອເຄມີ ເຊັນເຫຼົ້າ, ຢາປົວພະຍາດ, ທາດເບື່ອ, ຢາຂ້າແມງໄມ້... ຫຼື ເກີດຈາກພູມກາຍຕ້ານຂອງເຮົາເອງ ອັນສຳຄັນທີ່ພົບຫຼາຍຢູ່ບ້ານເຮົາກໍຄືອັກເສບ ຍ້ອນຈຸລະໂລກ (Virus) ຖືກແບ່ງມີ 5 ປະເພດຄື: A, B, C, D and E

 ຖ້າມີການອັກເສບຂອງຈຸລັງຕັບ, ໜ້າທີການ ທີ່ກ່າວມາຂ້າງເທິງກໍ່ຖືກປັ່ນປວ່ນ ແຕະຕ້ອງ, ມີອາການສະແດງອອກໃຫ້ເຮົາຮູ້ຄືແນວໃດ?

  • ໃນໄລະຍເລີ້ມຕົ້ນ ຫຼື້ ຮູບແບບຊໍ້າເຮື້ອ ນັ້ນອາດບໍ່ມີອາການສະແດງຫຍັງ ສໍາຄັນ, ຈົນກ່ວາວ່າຈຸລັງຕັບຖືກແຕະຕ້ອງຫຼາຍ ຮຸນແຮງ ຈືງມີອາການສະແດງອອກມາຄື:
  • ເມື່ອຍງ່າຍ, ກິນເຂົ້າບໍ່ແຊບ, ນໍ້າໜັກລຸດ
  • ຄືເປັນໄຂ້ຫວັດ
  • ຮູ້ສຶກເຈັບເຈັບຫຸ່ມໆ ຢູ່ຂ້າງຂວາ
  • ມີອາການເຫຼືອງຢູ່ຕາ, ຜິວພັງ, ຍ່ຽວເຂັ້ມ, ອາຈົມມ້ານ

ຕັບອັກເສບຈະສາມາດມີອາການສົນແນວໃດແດ່?

  • ກໍລະນີຕັບອັກເສບຮຸນແຮງ ກໍສາມາດເຮັດໃຫ້ກາຍເປັນຕັບຊຸດໂຊມຮຸນແຮງ ມີການປັ່ນປວ່ນ ໜ້າທີການທັງໝົດ, ສະໝອງຊືມເື່ອ ແລະ ເສຍຊີວິດໄດ້
  • ກໍລະນີິຊໍ້າເຮືອແກ່ຍາວຫຼາຍປີ ຖ້າບໍ່ໄດ້ປິ່ນປົວ ແລະ ບໍ່ໄດ້ເອົາໃຈໃສ່ຮັກສາຕົນເອງໃຫ້ຖືກຕ້ອງກໍສາມາດກາຍເປັນຕັບແຂງ, ມະເຮັງຕັບໄດ້

ເຮົາຈະປິ່ນປົວໄດ້ແນວໃດ?

  • ການປິ່ນປົວແມ່ນແນ່ໃສ່ຫຼຸດຜ່ອນການອັກເສບຂອງຈຸລັງຕັບ ໂດຍຢຸດສາເຫດທີ່ຮຸກຮານຕັບ ແລະ ຟື້ນຟູຄົນເຈັບໄປພ້ອມກັນ. ດັ່ງນັ້ນ, ການດຳລົງຊີວິດ ເອົາໃຈໃສ່ຕົນເອງແມ່ນສໍາຄັນ ຄື: ພັກຜ່ອນ, ດື່ມນໍ້າໃຫ້ຫຼາຍ, ກິນອາຫານອ່ອນທີ່ຄົບໝວດໝູ່ອາຫານ.

ຕົວຢ່າງ: ຖ້າຕັບອັກເສບຍ້ອນເຫຼົ້າ ຫຼື ຢາ ຫຼື ທາດເບື່ອ ກໍໃຫ້ຢຸດດື່ມເຫຼົ້າ ຫຼື ຫຼີກລຽງ ທາດເບື່ອນັ້ນ. ບາງຄັ້ງຖ້າຮ້າຍແຮງກໍອາດຕ້ອງເອົາທາດເບື່ອນັ້ນອອກຈາກຮ່າງກາຍດ້ວຍເຄື່ອງຈັກ ເພີ່ນເອີ້ນວ່າ:  Plan me shores , Vitamin, ອາຫານເສີມ ຕາມກໍລະນີ

  • ກໍລະນີອັກເສບຕັບຍ້ອນຈຸລະໂລກ A, E ການປິ່ນປົວບໍມີຫັຍງ, ພັກຜ່ອນ, ໄວຕາມິນ, ກິນອາຫານອ່ອນທີ່ຄົບໝູ່, ປະຕິບັດການອະນາໄມ ເພື່ອປ້ອງກັນບໍ່ໃຫ້ຕິດໃສ່ຜູ້ອື່ນ, ບໍ່ໃຊ້ເຄື່ອງຮ່ວມຜູ້ອື່ນ. ສ່ວນຫຼາຍຈະຫາຍດີໄວເອງ. ປະຕິບັດອະນາໄມຢ່າງເຄັ່ງຄັດ ເພາະສາເຫດການຕິດເຊື້ອໄວຣັດ A, E ນີ້ ແມ່ນຍ້ອນການອະນາໄມບໍດີ, ບໍ່ສະອາດເທ່ົານັ້ນ.
  • ກໍລະນີອັກເສບຕັບຍ້ອນໄວຣັດ B,C , ປະຈຸບັນມີຢາປິ່ນປົວ ຫຼື ຂ້າເຊື້ອຈຸລະໂລກຊະນິດນີ້ ຊື່ງມີຢາສັກ, ຢາກິນ ເຊັ່ນ: Interferon, Peg Interferon, Ribavarine ການປິ່ນປົວແມ່ນໃຊ້ເວລາ, ລາຄາແພງ ແລະ ມີແບບວິທີສະເພາະ, ມີການສຶກສາ ຫຼາຍສະບັບເວົ້າເຖິງຄຸນນະພາບຂອງຜົນໄດ້ຮັບ, ຄຸນນະພາບຊີວິດຂອງຄົນເຈັບ, ການປິ່ນປົວນັ້ນ ແມ່ນແພດຊ່ຽວຊານສະເພາະທາງ

ເຮົາຈະບົ່ງມະຕິໄດ້ແນວໃດ ?

  • ການບົ່ງມະຕິແມ່ນສຳຄັນຫຼາຍຄືຕ້ອງຮູ້ສາເຫດ ແລະ ອາການສົນທີ່ເກີດຂື້ນ ແລະ ອາດຈະເກີດຂື້ນ
  • ການບົ່ງມະຕິໄດ້ຈາກອາການທີ່ຈະພົບເຫັນຄື ທີ່ໄດ້ເວົ້າຂ້າງເທິງ ແລະ ຈາກຜົນວິເຄາະເລືອດ, ວິເຄາະອາຈົມ, ວິເຄາະນໍ້ປັດສະວະ...
  • ການວິເຄາະເລືອດອາດຊອກຫາເຊື້ອໄວຣັດ, ຈຳນວນເຊື້ອໄວຣັດ, ໝວດໝູ່ຂອງໄວຣັດ ( Genotegyne ) ຊອກຫາທາດເບື່ອ, ຢາ... ນອກນັ້ນ ຍັງວິເຄາະເບິ່ງໜ້າທີການຂອງຕັບ

ຂຽນ​ໂດຍ: ຮ​ສ.ດ​ຣ. ບຸນກອງ ສີ​ຫາ​ວົງ

(ຂັດຈາກເວບໄຊກະຊວງສາທາລະນະສຸກ)