ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
7 ວິທີຊ່ວຍບັນເທົາອາການເຈັບປະຈຳເດືອນຂອງຜູ້ຍິງ
ຈຳນວນຜູ້ອ່ານ: 44
ອະນຸມັດວັນທີ: 13/02/2018

       ການລົງປະຈຳເດືອນເປັນເລື່ອງປົກກະຕິຂອງຜູ້ຍິງໃນໄວຈະເລີນພັນ ເຊິ່ງບາງຄົນກໍ່ຈະບໍ່ມີອາການ ກ່ອນ ຫຼື ລະຫວ່າງປະຈຳເດືອນແຕ່ລະເດືອນກາຍເປັນເລື່ອງທໍລະມານກັບອາການຕ່າງໆ ເປັນຕົ້ນແມ່ນເຈັບ ທ້ອງນ້ອຍ ເຊິ່ງຄໍລຳຂອງພວກເຮົາມື້ນີ້ຂໍແນະນຳທ່ານຍິງທັງຫຼາຍຄວນປະຕິບັດ 7 ວິທີເພື່ອຊ່ວຍບັນເທົາອາ ການດັ່ງລຸ່ມນີ້:

       ຄວບຄຸມນ້ຳໜັກໃຫ້ເໝາະສົມ: ເນື່ອງຈາກວ່າຮໍໂມນເອດສະໂຕຣເຈນ ໃນຮ່າງກາຍຂອງຜູ້ຍິງຖືກ ສ້າງມາຈາກເຊວທີ່ມີໜ້າທີ່ຜະລິດໄຂມັນ ຖ້າຮ່າງກາຍມີການສະສົມໄຂມັນຫຼາຍເກີນໄປຮໍໂມນເອດ ສະໂຕຣເຈນຈະຖືກສ້າງເພີ່ມຂຶ້ນໄປນຳເຮັດໃຫ້ຮໍໂມນເກີດຄວາມບໍ່ສົມດູນແລ້ວຈະສົ່ງຜົນໃຫ້ເຈັບ ມົດລູກ.

       ໃນມື້ທີ່ລົງປະຈຳເດືອນຄວນດື່ມນ້ຳໃຫ້ຫຼາຍໆ: ໂດຍສະເພາະນ້ຳອຸ່ນຈະຊ່ວຍໃຫ້ເລືອດໄຫຼວຽນໄດ້ດີ ແລະ  ຊ່ວຍໃຫ້ຮູ້ສຶກຜ່ອນຄາຍ ນອກຈາກນັ້ນການດື່ມນ້ຳສະໝຸນໄພເຊັ່ນ: ນ້ຳຫົວສີໄຄ, ນ້ຳຂີງ ຈະຊ່ວຍບັນເທົາອາການເຈັບໄດ້.

       ການໃຊ້ຖົງນ້ຳຮ້ອນ: ວິທີການຄືນອນລົງແລ້ວເອົາຜ້າຮອງທ້ອງໄວ້ 1 ຊັ້ນກ່ອນຈະວາງຖົງນ້ຳຮ້ອນ ໄວ້ເທິງໜ້າທ້ອງ ແລ້ວຈະເຮັດໃຫ້ອາການເຈັບທ້ອງກໍ່ຈະເກີດຂຶ້ນ.

       ກິນໝາກກ້ວຍ: ເນື່ອງຈາກວ່າກ້ວຍມີສານໂຟຕັດຊຽນສູງ ຄວນກິນຢ່າງສະໝ່ຳສະເໝີເພາະຖ້າກິນ ຕອນເປັນປະຈຳເດືອນຈະເຫັນຜົນໄດ້ຊ້າກວ່າ.

      ງົດດື່ມກາເຟ,ໂຄລາ, ຊາ ລວມໄປເຖິງຊັອກໂກແລັດ: ເນື່ອງຈາກສ່ວນປະສົມຂອງສານຄາເຟອິນມີ ລິດໃນການຂັບຖ່າຍປັດສະວະເຊິ່ງຈະສົ່ງຜົນໃຫ້ອາການເຈັບທ້ອງເພີ່ມຂຶ້ນ.

       ອອກກຳລັງກາຍເປັນປະຈຳ: ຈະຊ່ວຍໃຫ້ຮ່າງກາຍແຂງແຮງແລ້ວ ຍັງຊ່ວຍຫຼຸດຄວາມເຄັ່ງຕຶງໄດ້ອີກ ເພາະຄວາມເຄັ່ງຕຶງເປັນສາເຫດທີ່ເຮັດໃຫ້ອາການເຈັບທ້ອງນ້ອຍປະຈຳເດືອນຮ້າຍແຮງຂຶ້ນ ນອກນີ້ການອອກກຳລັງກາຍຍັງຊ່ວຍຫຼັ່ງສານຄວາມສຸກທີ່ຈະຊ່ວຍຫຼຸດອາການເຈັບໄດ້ນຳອີກ.

       ງົດກິນອາຫານປະເພດຂົ້ວ ແລະ ຈືນທີ່ມີນ້ຳມັນ: ປົກກະຕິຈະສ້າງສານພຣອດສະຕາແກຣນດິນ ຂຶ້ນມາໃຫ້ກ້າມຊີ້ນມົດລູກບີບຕົວເພື່ອຂັບເລືອດປະຈຳເດືອນອອກມາ ແຕ່ຖ້າອາຫານທີ່ມີນ້ຳມັນ ເຂົ້າໄປຮ່າງກາຍຈະຜະລິດສານຊະນິດນີ້ອອກມາຫຼາຍເກີນໄປ ເຮັດໃຫ້ກ້າມຊີ້ນມົດລູກບີບຕົວ ແຮງຂຶ້ນ ແລະ ຈະເຮັດໃຫ້ອາການເຈັບທ້ອງຮ້າຍແຮງຫຼາຍຂຶ້ນ.

       ການກິນຢາອາດຊ່ວຍໃຫ້ອາການເຈັບເຊົາໄດ້ ແຕ່ຈະບໍ່ເຮັດໃຫ້ອາການຫາຍດີໄດ້ແນວໃດກໍ່ຕາມ ການໃຊ້ວິທີແກ້ອາການເຈັບທ້ອງໃນລະຫວ່າງເປັນປະຈຳເດືອນຂອງຜູ້ຍິງທີ່ກ່າວມາຂ້າງເທິງອາດຈະຊ່ວຍໃຫ້ອາການໄດ້ດີກວ່າການກິນຢາອີກດ້ວຍ.

ຂັດຈາກໜັງສືພິມວຽງຈັນໃໝ່ ສະບັບວັນທີ 1 ສິງຫາ 2017