ຈຳນວນຜູ້ເຂົ້າຊົມ

   ທັງໝົດ: 12085420
wc   ປີກາຍ: 500014
wc   ປີນີ້: 575498
   ເດືອນແລ້ວ: 47520
   ເດືອນນີ້: 4582
   7 ວັນລ່າສຸດ: 1452
   ມື້ນີ້: 320
ດື່ມກາເຟແບບໃດ? ບໍ່ໃຫ້ເສຍສຸຂະພາບ, ທັງເຮັດໃຫ້ສຸຂະພາບດີ, ຮຸ່ນກໍ່ດີນຳອີກ.
ຈຳນວນຜູ້ອ່ານ: 90
ອະນຸມັດວັນທີ: 18/10/2018

        ການດື່ມກາເຟໃນປະຈຸບັນນີ້ ແມ່ນເປັນທີ່ນິຍົມກັນຂຶ້ນເລື້ອຍໆ ອີງຕາມໃນຕົວເມືອງ ແລະ ຕ່າງແຂວງເລີ່ມມີຮ້ານກາເຟ ຕາມປ້ຳນ້ຳມັນ ຫລື ຫ້າງຮ້ານໃຫຍ່ໆ ກໍ່ຍັງມີ ຮ້ານກາເຟແອເຢັນໃຫ້ນັ່ງດື່ມໄດ້ສະບາຍໆ  ແຕ່ຖ້າຫາກວ່າການດື່ມກາເຟຖ້າບໍ່ຮູ້ວ່າຕ້ອງເອົາໃຈໃສ່ວ່າດື່ມ ແນວໃດ ຫລື ດື່ມເວລາໃດຈະດີຕໍ່ສຸຂະພາບ ມື້ນີ້ ແອດມິນໄດ້ນຳເອົາຄວາມຮູ້ພື້ນຖານງ່າຍໆ ພຽງແຕ່ຮູ້ 6 ຂໍ້ມູນຄວາມຮູ້ນີ້ ທ່ານກໍ່ຈະດື່ມກາເຟໄດ້ໂດຍບໍ່ຕ້ອງຢ້ານເສຍສຸຂະພາບອີກຕໍ່ໄປ.

1. ດື່ມພ້ອມອາຫານທີ່ດີ ເຊັ່ນ : ໄຂ່​, ຂະຫນົມກຸກກີ້ ,ແຊນວິດ, ຫລື ຄັບເຄັກທີ່ມີຫມາກໄມ້ ປະສົມໃນການປຸງແຕ່ງ ການດື່ມແນວນີ້ຈະເຮັດໃຫ້ໄດ້ຮັບວິຕາມິນທາງສານອາຫານ ທັງຍັງເຮັດໃຫ້ຮ່າງກາຍຄ່ອຍໆດູດຊຶມຄາຟາອີນໃນກາເຟແບບຄ່ອຍເປັນຄ່ອຍໄປຈະດີກວ່າດື່ມແບບດ່ຽວໆ   ຊາວຕ່າງປະເທດເພິ່ນຍັງ ມີເວລາຕອນສວຍໆສຳຫລັບ ດື່ມກາເຟ ແລະ ອາຫານຫວ່າງເພື່ອສຸຂະພາບນຳອີກ

2. ເລືອກກາເຟທີ່ມີຄຸນນະພາບສູງ : ກາເຟທີ່ປູກແບບທຳມະຊາດບໍ່ໃຊ້ສານເຄມີ ທັງຍັງເຮັດໃຫ້ລົດຊາດດີກວ່າກາເຟທີ່ໃຊ້ສານເຄມີນຳອີກ ເປັນສິ່ງທີ່ເລືອກຍາກແນ່ ແຕ່ຖ້າໃຜທີ່ມັກກາເຟແທ້ໆ ກໍ່ບໍ່ເຫນືອບາກກວ່າແຮງທີ່ຕ້ອງໄປຊອກດອກເພາະໃນຕົວເມືອງເຮົາມີຮ້ານຂາຍກ່ຽວກັບກາເຟຫລາຍ…

3. ດື່ມກ່ອນອອກກຳລັງກາຍ : ພຽງແຕ່ທ່ານດື່ມກາເຟພຽງເລັກຫນ້ອຍ ຂໍເນັ້ນເດີ້ ວ່າເລັກຫນ້ອຍ ເທົ່ານັ້ນກໍ່ຈະສາມາດ ເພິ່ມປະສິດທີພາບໃນການເຜົາຜານໄຂມັນສ່ວນເກີນໄດ້ດີຂຶ້ນອີກຕື່ມ . ຂໍ້ນີ້ຄົງຈະຖືກໃຈສຳຫລັບຄົນທີ່ມັກຮັກສາສຸຂະພາບແນ່ນອນ ແລະ ຄົນທີ່ມັກຮັກສາຮູບຮ່າງໃຫ້ດີ…

4. ເລືອກດື່ມໃຫ້ຖືກເວລາ: ເວລາໃນການດື່ມກາເຟທີ່ດີທີ່ສຸດແມ່ນຊ້ວງຕອນສວຍ ກ່ອນເວລາ 14: 00 ຖ້າຫລີກລ້ຽງໄດ້ບໍ່ຄວນທີ່ຈະດື່ມຫລັງຈາກ 14:00 ເພາະຈະເຮັດໃຫ້ນອນບໍ່ຫລັບ  ຫລື ຖ້າຈະດື່ມກໍ່ຄວນຈະເປັນກາເຟ ແບບ : ຄາປູຊິໂນ້, ລາເຕ້, ອາເມຣິກາໂນ້, ແທນກາເຟແບບປົກກະຕິ ຫລື ສາມາດເລືອກແບບ 3 in 1 ກໍ່ໄດ້.

5. ເລືອກເຄື່ອງປຸງກາເຟ ແລະ ພາຊະນາໃສ່ກາເຟທີ່ມີຄຸນນະພາບສູງ : ການປຸງກາເຟແມ່ນຕ້ອງໃຊ້ນ້ຳທີ່ມີຄວາມຮ້ອນສູງແລະ ຕ້ອງຢູ່ໃນເຄື່ອງຈັກທີ່ຕ້ອງສາມາດທົນຄວາມຮ້ອນໄດ້ດີ ບໍ່ຄວນເລືອກເຄື່ອງປຸງກາເຟທີ່ ບໍ່ມີຄຸນນະພາບ ເພາະນັ້ນອາດຈະເຮັດໃຫ້ເກີດສານເຄມີພາດສຕິກຕົກຄ້າງນຳກາເຟຍ້ອນບໍ່ສາມາດທົນຄວາມຮ້ອນໄດ້. ພາຊານະ ໃສ່ກາເຟກໍ່ເຊັ່ນກັນ.

ເລືອກດື່ມກາເຟທີ່ບໍ່ໃສ່ຄີມທຽມ , ນ້ຳຕານ, ແລະ ສ່ວນປະສົມອື່ນໆຈະເປັນການດີທີ່ສຸດ ເພາະຮ່າງກາຍຈະສາມາດດູດຊຶມຄາຟາອີນໃນກາເຟໄດ້ງ່າຍ ແລະ ໄວຂຶ້ນ….

ຮູ້ແບບນີ້ແລ້ວຄໍກາເຟທັງຫລາຍກໍ່ສາມາດນຳໄປໃຊ້ເບິ່ງເດີ້ເພື່ອຈະເຮັດໃຫ້ດີຕໍ່ສຸຂະພາບຂອງທ່ານໆທັງຫລາຍ….

ທີ່ມາ: http://www.pakaad.com/3188/